Ad

Ad

28 June 2013

ຕຳຫລວດຈີນ ແລະ ລາວ ຮ່ວມກັນມ້າງຄະດີຄ້າຢາເສບຕິດ ໄດ້ເກືອບ 580 ກິໂລກຣາມ



          ວັນທີ 26 ມິຖຸນານີ້, ກອງປ້ອງກັນຄວາມສະຫງົບເຂດຊາຍແດນຢຸນນານຈີນກ່າວວ່າ, ເດືອນມີ ນາປີນີ້, ຈີນ ແລະ ລາວ ໄດ້ຮ່ວມກັນມ້າງ ຄະດີຄ້າຢາເສບຕິດຂ້າມຊາດຄະດີຫນຶ່ງ, ກັກຜູ່ຕ້ອງສົງໃສໄດ້ 5 ຄົນ, ຍຶດຢາເສບຕິດໄດ້ເກືອບ 580 ກິໂລກຼາມ.      
       ເດືອນພະຈິກປີກາຍນີ້, ພາກສ່ວນປາບປາມຢາເສບຕິດແຂວງຢຸນນານຈີນໄດ້ຕິດຕາມກຸ່ມຄ້າຢາເສບ ຕິດຂ້າມຊາດກຸ່ມຫນຶ່ງໄດ້ເຄື່ອນໄຫວຂົນ ສົ່ງຢາເສບຕິດໄປມາຕາມລຳແມ່ນ້ຳຂອງເປັນເວລາຍາວນານ, ໂດຍ ໄດ້ມີການເຄື່ອນໄຫວຂົນສົ່ງຢາເສບຕິດຂະຫນາດໃຫຍ່ຫລາຍເທື່ອ. ເດືອນ ມີນາປີນີ້, ໄດ້ຮັບຂ່າວລັບລາຍ ງານວ່າ, ກຸ່ມດັ່ງກ່າວອາດຈະມີການເຄື່ອນໄຫວຂົນສົ່ງຢາເສບຕິດຈຳນວນຫລວງຫລາຍ ແລະ ອາດຈະຂົນ ສົ່ງຜ່ານເຂດນ້ຳຂອງແດນລາວ, ແລ້ວໄປຂາຍຢູ່ໄທ. ສະນັ້ນ, ກອງປ້ອງກັນຄວາມສະຫງົບເຂດຊາຍແດນ ແຂວງຢຸນນານຈີນ ໄດ້ຮ່ວມກັບ ທະຫານແຂວງບໍ່ແກ້ວລາວໄດ້ໃຊ້ກົນໄກຮ່ວມກັນລາດຕະເວນປະຕິບັດ ກົດຫມາຍ ແລະ ສາມາດຍຶດຢາເສບຕິດດັ່ງກ່າວໃນແດນແຂວງບໍ່ແກ້ວ ຂອງລາວ.

No comments:

Post a Comment