ວັນທີ 24-25 ມິຖຸນາ 2013 ຢູ່ແຂວງສະຫວັນນະເຂດ
ແລະ ແຂວງອັດຕະປື ໄດ້ມີພິທີມອບ- ຮັບ ໂຮງຮຽນຫລັງໃຫມ່ຈຳນວນ 3 ຫລັງ ມີມູນຄ່າການກໍ່ສ້າງປະ
ມານ 1,1 ລ້ານກວ່າໂດລາສະຫະລັດ ໃຫ້ແກ່ ເມືອງຕະໂອ້ຍ ແຂວງ ສາລະວັນ, ເມືອງພູວົງ ແລະ
ເມືອງ ສາມັກຄີໄຊ ແຂວງອັດຕະ ປື ໂດຍທ່ານນາງ Karen B.Stewart ເອກອັກຄະລັດຖະ
ທູດສະຫະລັດອາເມລິກາປະຈຳ ລາວ ເປັນຜູ້ກ່າວມອບ ແລະ ກ່າວຮັບ ໂດຍ ທ່ານ ສີເຮັງ ຫອມ ສົມບັດ
ຮອງເຈົ້າແຂວງໆສາລະ ວັນ ແລະ ທ່ານ ແຄມທອງ ສີສຸ ວົງ ຮອງເຈົ້າແຂວງອັດຕະປື.
ໃນໂອກາດດຽວກັນນີ້, ກໍຍັງ
ໄດ້ມີພິທີເປີດການກໍ່ສ້າງສຸກສາລາບ້ານຫ້ວຍງົວ ເມືອງຕະໂອ້ຍ ແຂວງ ສາລະວັນ ແລະ
ໂຮງຫມໍເມືອງທ່າແຕງ ແຂວງເຊກອງ ໃນວັນທີ 24 ມິຖຸນາ ແລະ ວັນທີ 25 ມິຖຸນາ 2013. ການຊ່ວຍເຫຼືອດັ່ງກ່າວເປັນການຊ່ວຍເຫລືອດ້ານມະນຸດສະທຳປະຈຳປີ
2012-2013 ຂອງລັດ ຖະບານສະຫະລັດອາເມລິກາໃຫ້ແກ່ລັດຖະບານລາວ ເຊິ່ງຢູ່ໃນຂອບການຮ່ວມມືດ້ານວຽກງານການຂຸດ
ຄົ້ນເພື່ອຊອກ ຫາກະດູກ ແລະ ສິ່ງ ເສດເຫລືອຂອງທະຫານອາເມລິ ກາທີ່ຫາຍສາບສູນໃນປາງສົງ
ຄາມຢູ່ລາວໃນສົກປີ 2010-2012.
No comments:
Post a Comment