Ad

Ad

28 June 2013

ກຽມຈັດງານແຂ່ງເຕັ້ນຄັ້ງທີ 3 ຢູ່ແຂວງຄຳມ່ວນ



    ພາຍຫຼັງໄດ້ຮັບການຕອບຮັບ ເປັນຢ່າງດີ ແລະ ປະສົບຜົນສຳ ເລັດຂອງການສະແດງຄັ້ງຜ່ານ ມາຈາກການເຝິກອົບຮົມຕັ້ງແຕ່ປີ 2009 ເປັນຕົ້ນມາທີ່ເມືອງທ່າ ແຂກ, ດັ່ງນັ້ນສະມາຄົມເຕັ້ນຄຳ (ຝຣັ່ງ) ຮ່ວມກັບຄະນະເຕັ້ນຟັງ ລາວຈ່ຶງຈະໄດ້ຈັດງານທ່າແຂກ ເຕັ້ນຂຶ້ນເປັນຄັ້ງທີ 3  ໃນວັນທີ 4 ກໍລະກົດນີ້, ໂດຍການຖະແຫຼ່ງ ຂ່າວມີ​ຂຶ້ນໃນວັນທີ 27 ມິຖຸນາ ນີ້ຢູ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ.
  ການຈັດງານດັ່ງກ່າວ ແມ່ນແນໃສ່ເປີດກ້ວາງການສົ່ງ ເສີມໄວໜຸ່ມລາວ, ໂດຍສະເພາະ ແມ່ນໄວໜຸ່ມແຂວງຄຳມ່ວນໄດ້ມີກິດຈະກຳສ້າງສັນທາງດ້ານສີ ລະປະ, ພ້ອມກັນນັ້ນກໍຍັງເປັນ ການສົ່ງເສີມການເຕັ້ນແບບ ຮ່ວມສະໄໝ ແລະ ຟ້ອນພື້ນເມືອງ ລາວ, ທັງເປັນການສົ່ງເສີມໄວ ໜຸ່ມໃນການກ້າສະແດງອອກ, ໃຊ້ເວລາຫວ່າງໃຫ້ເປັນປະ ໂຫຍດ, ເປັນແບບຢ່າງທ່ີດີ ແລະ ຫ່າງໄກຢາເສບຕິດ, ງານດັ່ງ ກ່າວຈະຈັດຂື້ນວັນ​ທີ​ດັ່ງກ່າວ ຢູ່ໂຮງຮຽນມັດທະຍົມທ່າແຂກ, ແຂວງຄຳມ່ວນໂດຍຈະມີຫຼາຍ ການສະແດງເຊັ່ນ: ທ່າແຂກເຕັ້ນ ແບດໂທ້ນ (Thakhek Danse Battle), ການສະແດງຂອງ​ນ້ອງ​ນັກຮຽນໂຮງຮຽນມັດທະຍົມ ຕອນຕົ້ນນາໂບ, ໂຮງຮຽນມັດ ທະຍົມຕອນຕົ້ນທ່າແຂກ, ການ ສະແດງຈາກໂຮງຮຽນມັດທະ ຍົມຕອນຕົ້ນຈອມແຈ້ງ, ການສະ ແດງຈາກໂຮງຮຽນມັດທະຍົມ ຕອນຕົ້ນຈອມທອງ, ຄະນະຟັງ ລາວ, ການສະແດງຂອງ SVK SHADOK ່s ສະຫວັນນະເຂດ, ການສະແດງຂອງ THAKHEK crew ແລະ ການສະແດງຂອງສິ ລະປິນອື່ນໆໂດຍເຂົ້າຊົມລ້າໆ.

No comments:

Post a Comment