Ad

Ad

28 June 2013

ວົງເຕັ້ນແບັດເຕີຣີແດນຊ໌ ຈາກລັດນີວຢອກສະແດງການເຕັ້ນລຳຢູ່ນະຄອນຫລວງວຽງຈັນ



       ສະຖານທູດສະຫະລັດອາເມລິກາ ປະຈຳລາວ ຮ່ວມກັບວົ ດົນຕຣີ ລາວບັ້ງໄຟ ໄດ້ສະແດງ   “ ການ ເຕັ້ນລຳເພື່ອເຊື່ອມຕໍ່ໂຄງ ການ ” ຂຶ້ນຢູ່ຫໍວັດທະນະທຳນະ ຄອນຫຼວງວຽງຈັນ ແຕ່ວັນທີ 27 ມິຖຸນາ - 2 ກໍລະກົດ 2013 ໂດຍມີ ວົງເຕັ້ນລຳແບັດເຕີຣີແດນ​​ຊ໌ ຈາກລັດນີວຢອກມາຮ່ວມ ກັນສະແດງນຳ.
        ຢູ່ນີວຢອກ ວົງແບັດເຕີຣີ ແດນຊ໌ ໄດ້ສ້າງຜົນງານກ່ຽວກັບ ການເຕັ້ນແບບດັັ້ງເດີມຫລາຍ ກວ່າ 100 ທ່າ ທີ່ອອກແບບທ່າ ເຕັ້ນໂດຍ ໂຈນນາທາ ໂຮແລນເດີ ທີ່ເປັນຜູ້ສ້າງຕັ້ງ ແລະ ເປັນຜູ້ກຳ ກັບນັກເຕັ້ນຂອງ ວົງການດັ່ງກ່າວ. ວົງເຕັ້ນດັ່ງກ່າວໄດ້ຮ່ວມກັບນັກປະພັນ ແລະ ນັກອອກ ແບບ ຫລາຍທ່ານຮ່ວມທັງນັກ ເຕັ້ນລຳຫ້າຄົນທີ່ປະສົບຄວາມສຳເລັດໃນການເຕັ້ນແມ່ນຫນຶ່ງ ໃນບັນດາ ວົງເຕັ້ນທີ່ມີຊື່ສຽງດົ່ງດັງຂອງທູດ ຝ່າຍວັດທະນະທຳຂອງລັດນີວຢອກຕະຫລອດໄລ ຍະ 35 ປີຜ່ານມາວົງເຕັ້ນດັ່ງກ່າວ ໄດ້ເຂົ້າຮ່ວມງານສິ ລະປະ ສາກົນ, ກອງປະຊຸມຕ່າງໆຫຼາຍກວ່າ 40 ປະເທດ ເຄີຍມາຢ້ຽມຢາມ ແລະ ສະແດງຢູ່ລາວໃນປີ 2008 ແລະ ໃນໂອກາດເຂົ້າຮ່ວມການສະແດງເຕັ້ນ ຄັ້ງນີ້, ນັກເຕັ້ນວົງດັ່ງກ່າວຍັງໄດ້ຊ່ວຍສອນວິທີການ ເຕັ້ນໃຫ້ກັບໄວຫນຸ່ມລາວຈຳນວນຫນຶ່ງທີ່ມີຄວາມມັກຮັກໃນການເຕັ້ນ.

No comments:

Post a Comment