ໃນຕອນເຊົ້າວັນທີ 26 ມິຖຸນານີ້
ເຊິ່ງ ເປັນວັນຕ້ານຢາເສບຕິດສາກົນຄົບຮອບ 26 ປີ (26/6/ 1987 - 26/6/2013) ຢູ່ເດີ່ນທາດຫລວງນະຄອນຫລວງວຽງຈັນ, ຄະນະກຳມະການ ແຫ່ງຊາດເພື່ອ
ກວດກາ ແລະ ຄວບຄຸມ ຢາເສບຕິດ ໄດ້ຈັດພິທີຈູດທຳລາຍຢາເສບຕິດປະເພດຢາບ້າ 5
ລ້ານກວ່າເມັດ, ກັນຊາແຫ້ງ 2 ພັນກວ່າກິໂລ, ຢາໄອ 300 ກວ່າກຣາມ,
ເຮໂຣອິນແທ່ງ 18 ກິໂລ, ເຮໂຣອິນຝຸ່ນ 1,4 ກິໂລ ແລະ ເຮໂຣອິນປອມ 3,2
ກວ່າກິໂລ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກ ລັດຖະມົນຕີແຫ່ງ
ສປປ.ລາວ, ມີບັນດາລັດຖະມົນຕີ, ທູຕານຸທູດປະເທດຕ່າງໆປະຈຳລາວເຂົ້າຮ່ວມນຳ ດ້ວຍ.
ທ່ານ ກຸ ຈັນສີນາ ຮັກສາການປະທານ
ຄະນະກຳມະການແຫ່ງຊາດເພື່ອກວດກາ ແລະ ຄວບຄຸມຢາເສບຕິດໄດ້ຂຶ້ນລາຍງານໃນພິທີດັ່ງກ່າວວ່າ:
ຕະຫລອດໄລຍະຜ່ານມາ, ສປປ ລາວ ໄດ້ເອົາໃຈໃສ່ວຽກງານຕ້ານສະກັດກັ້ນຢາເສບຕິດຢ່າງແຂງແຮງຕະຫລອດມາ ເຊິ່ງສະແດງອອກໃຫ້ເຫັນ ໃນການປັບປຸງກົດ ໝາຍທີ່ກ່ຽວຂ້ອງກັບບັນຫາຢາເສບຕິດໃຫ້ແທດເໝາະກັບສະພາບຕົວຈິງ,ແຕ່ລະແຂວງໄດ້ເອົາໃຈໃສ່ວຽກງານສະກັດກັ້ນຢາເສບຕິດດ້ວຍຮູບການສຶກສາອົບຮົມ,ປູກຈິດສຳນຶກໃຫ້ສັງຄົມ
ເປັນຕົ້ນຊາວໜຸ່ມ, ເຍົາ ວະຊົນໄດ້ຮັບຮູ້ ແລະ
ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບພິດໄພ ແລະ ຜົນຮ້າຍຂອງຢາເສບຕິດ,
ໄດ້ໃຫ້ການຊ່ວຍເຫລືອປະຊາຊົນຢູ່ເຂດຫ່າງໄກສອກຫລີກທີ່ເຄີຍດຳລົງຊີວິດດ້ວຍການປູກຝິ່ນໃຫ້ມີຊີວິດການເປັນຢູ່ດີຂຶ້ນ
ດ້ວຍການສ້າງເງື່ອນໄຂໃຫ້ເຂົາເຈົ້າຫັນໄປປະກອບອາ
ຊີບທີ່ໝັ້ນຄົງແທນການປູກຝິ່ນ. ນອກຈາກນີ້
ຍັງໄດ້ຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກຢາເສບຕິດ ໂດຍການປິ່ນປົວ,
ຟື້ນຟູສຸຂະພາບທາງດ້ານຈິດໃຈ ແລະ ຮ່າງກາຍຢູ່ຕາມສູນ, ຊຸມຊົນ ແລະ ຄອບຄົວ
ເພື່ອໃຫ້ເຂົາເຈົ້າກັບຄືນມາເປັນພົນລະເມືອງດີຂອງຊາດ ແລະ ສັງຄົມ.
ສຳລັບຜູ້ກະທຳຜິດ, ເຈົ້າ
ໜ້າທີ່ກໍໄດ້ປະຕິບັດມາດຕະການທາງດ້ານກົດໝາຍຢ່າງເດັດ ຂາດ ແລະ ເຂັ້ມງວດ
ເຊິ່ງໃນໜຶ່ງປີ ຜ່ານມາ ສາມາດມ້າງຄະດີໄດ້ 1.457 ເລື່ອງ, ຍຶດຢາບ້າໄດ້ 13
ລ້ານກວ່າເມັດ, ກັນຊາແຫ້ງ 4,6 ໂຕນ, ຢາຝິ່ນ 128,8 ກິໂລ ແລະ ເຮໂຣອິນ 208,6
ກິໂລ, ຈັບຜູ້ຕ້ອງຫາໄດ້ 2 ພັນກວ່າຄົນ, ໃນນັ້ນ ຍິງ 380 ກວ່າຄົນ ແລະ
ຊາວຕ່າງປະເທດ 47 ຄົນ ໃນນີ້ໄດ້ດຳເນີນຄະດີຕາມຂະບວນການຍຸຕິທຳ ແລະ
ໄດ້ຕັດສິນໄປແລ້ວ 637 ເລື່ອງ, ນັກໂທດ 1 ພັນກວ່າຄົນ. ດ້ານການປະຕິບັດສົນ ທິສັນຍາ,
ສັນຍາ ແລະ ບົດບັນທຶກຄວາມເຂົ້າໃຈກັບສາກົນທີ່ເປັນພາຄີນັ້ນ
ກໍໄດ້ເອົາໃຈໃສ່ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ສະເໝີຕົ້ນສະເໝີປາຍຕະ
ຫລອດມາ ໂດຍສະເພາະປີນີ້
ພວກເຮົາໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບລັດຖະມົນຕີກັບປະເທດເພື່ອນບ້ານໃກ້ຄຽງ
2 ຄັ້ງ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານກ່ຽວກັບການສະກັດກັ້ນ ແລະ
ແກ້ໄຂບັນຫາຢາເສບຕິດໃຫ້ໄດ້ຮັບຜົນດີ ແລະ ພິເສດໃນມໍ່ໆມານີ້,
ພວກເຮົາໄດ້ເຂົ້າຮ່ວມຂະບວນການຕ້ານອາຊະຍາກຳທີ່ກ່ຽວຂ້ອງກັບບັນຫາຢາເສບຕິດຕາມແມ່ນ້ຳ
ຂອງ ລະ ຫວ່າງ 4 ປະເທດ: ລາວ-ຈີນ- ມຽນມາ ແລະ ໄທ. ນອກຈາກນັ້ນ
ແຂວງພາກເໜືອຈຳນວນໜຶ່ງຍັງໄດ້ສູ້ຊົນເຮັດໃຫ້ເນື້ອທີ່ລັກລອບປູກຝິ່ນຂອງປະຊາຊົນຫລຸດລົງຢ່າງຈະແຈ້ງ
ຖ້າສົມທຽບໃສ່ປີ ຜ່ານມາ ຫລາຍທ້ອງຖິ່ນໄດ້ປະ
ກອບສ່ວນເຂົ້າໃນຂະບວນການປະຕິບັດວຽກງານ 3 ສ້າງຢ່າງຕັ້ງໜ້າ ແລະ ມີໝາກ ຜົນຕົວຈິງ
ເຊິ່ງມາຮອດປັດຈຸບັນ ນະຄອນ ຫລວງວຽງຈັນ ສາມາດສ້າງບ້ານປອດຢາເສບຕິດໄດ້ແລ້ວ
263 ບ້ານ ກວມເອົາ 54,5% ຂອງຈຳນວນບ້ານທັງໝົດ,
ຈຳປາສັກສ້າງບ້ານປອດຢາເສບຕິດໄດ້ 284 ບ້ານ ກວມເອົາ 54,4% ຂອງຈຳ
ນວນບ້ານທັງໝົດຂອງແຂວງ ແລະ
ແຂວງອື່ນໆກໍພວມເອົາໃຈໃສ່ວຽກງານດັ່ງກ່າວຢ່າງກວ້າງ ຂວາງ ແລະ
ມີລັກສະນະສູ້ຊົນແຂ່ງຂັນກັນ. ຂະແໜງສຶກສາ ແລະ ກິລາ ກໍໄດ້ເຂົ້າ ຮ່ວມໃນວຽກງານດັ່ງກ່າວຢ່າງຈິງຈັງ
ແລະ ເປັນຂະບວນຟົດຟື້ນກວ່າເກົ່າ ເຊິ່ງມາຮອດປັດຈຸບັນ
ໄດ້ມີໂຮງຮຽນມັດທະຍົມປອດຢາເສບຕິດແລ້ວ 626 ແຫ່ງ ກວມເອົາ 42,58%
ຂອງໂຮງຮຽນມັດທະ ຍົມທັງໝົດໃນທົ່ວປະເທດ.
ຜົນສຳເລັດໃນການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດທີ່
ສປປ.ລາວ ຍາດມາໄດ້ຜ່ານມານັ້ນ ແມ່ນຍ້ອນການຊີ້ ນຳ-ນຳພາຢ່າງໃກ້ຊິດຂອງພັກ
ແລະ ລັດຖະບານ, ຍ້ອນການຕັດ ສິນໃຈອັນເດັດດ່ຽວຂອງທຸກພາກສ່ວນໃນສັງຄົມກໍຄືປະຊາຊົນທຸກຊັ້ນຄົນໄດ້ໃຫ້ການຮ່ວມມື
ແລະ ສະໜັບສະ ໜູນເປັນຢ່າງດີ. ນອກຈາກນັ້ນບັນດາປະເທດເພື່ອນມິດ ແລະ
ອົງການຈັດຕັ້ງສາກົນກໍໄດ້ໃຫ້ການຊ່ວຍເຫລືອດ້ານຕ່າງໆນັບທັງຂໍ້ມູນຂ່າວ
ສານ, ບົດຮຽນ ແລະ ວັດຖຸອຸປະກອນອັນຈຳເປັນອື່ນໆຕະຫລອດມາ.

No comments:
Post a Comment