ນັບແຕ່ໄດ້ຜະລິດແຮ່ທາດ ເມື່ອປີ 2003
ເປັນຕົ້ນມາບໍລິສັດ MMG LXML ບໍ່ຄຳເຊໂປນ ສ້າງ ລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວໄດ້ 1
ຕື້ໂດລາສະຫະລັດ, ພາຍຫລັງທີ່ໄດ້ຈ່າຍເງິນ ຄ່າພາກ ຫລວງ ໃຫ້ແກ່ກະຊວງການເງິນໃນວັນທີ 18
ມິຖຸນານີ້.
ທ່ານ ຣິກ ວັດສຝອດ ຜູ້ຈັດ ການໃຫຍ່ຂອງ MMG LXML
ບໍ່ຄຳເຊໂປນກ່າວວ່າ: ໃນຖາ ນະເປັນບໍລິສັດທີ່ຈ່າຍພາສີລາຍ ໃຫຍ່ໃນ ສປປ.ລາວ ບໍ່ຄຳເຊໂປນມີຄວາມພາກພູມໃຈທີ່ສຸດຕໍ່ການ ປະກອບ
ສ່ວນຢ່າງຕໍ່ເນື່ອງເຂົ້າໃນການພັດທະນາເສດຖະກິດ ແລະ ການຫລຸດຜ່ອນຄວາມທຸກ ຍາກໂດຍສະເພາະໃນຊຸມຊົນອ້ອມຂ້າງບໍ່ແຮ່ຂອງພວກເຮົາ.
ເງິນ 1 ຕື້ໂດລາສະຫະລັດ
ແມ່ນໄດ້ມາຈາກລາຍຮັບໂດຍກົງຂອງການຈ່າຍ ເງິນອາກອນ ກຳໄລ, ຄ່າພາກຫລວງ, ເງິນປັນຫຸ້ນ
ໃຫ້ລັດຖະບານ,ອາກອນລາຍໄດ້ ແລະ ຄ່າສຳປະທານທີ່ດິນ. ສປປ.ລາວ ຍັງໄດ້ ຮັບຜົນປະໂຫຍດຈຳນວນ ຫລາຍຮ້ອຍລ້ານໂດລາໃນແຕ່ລະປີໂດຍທາງອ້ອມຈາກບໍລິສັດ, ຈາກການຈ້າງພະນັກງານລາວ,
ລາຍຮັບຂອງກຸ່ມທຸລະກິດທ້ອງຖິ່ນ, ຂອງຜູ້ສະໜອງ ວັດຖຸ ແລະ ການບໍລິການ.
MMG LXML ມີຄວາມ
ໝຸ່ງໝັ້ນທີ່ຈະພັດທະນາທັກສະພະ ນັກງານລາວໃຫ້ສູງຂຶ້ນ ເພື່ອຜົນ ປະໂຫຍດຂອງ ສ ປປ ລາວ ແລະ
ສ້າງວິທີ
ການດຳລົງຊີວິດແບບ ຍືນຍົງ ຫລັງຈາກການຂຸດຄົ້ນແຮ່ໄດ້ສີ້ນ ສຸດລົງໃນຕໍ່ໜ້າ ແລະ
ປະ ກອບສ່ວນເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ ແລະ ຊຸມຊົນ ທ້ອງຖິ່ນ ຄື:
ໃນບໍ່ດົນມານີ້ ບໍລິສັດ MMG ປະກອບສ່ວນເງິນ 1,4 ລ້ານໂດລາສະຫະລັດເຂົ້າໃສ່ໂຄງການໂພຊະນາ
ການສຳລັບເດັກ ນ້ອຍ ທີ່ຈະຖືກຈັດຕັ້ງປະຕິບັດຢູ່ ແຂວງສະຫວັນນະເຂດ,ສາລະວັນ ແລະ ຈຳປາສັກ
ພາຍໃຕ້ໂຄງ ການ “ 1.000 ມື້ທຳອິດຂອງຊີວິດ ເດັກນ້ອຍ” ໃນ ສປປ ລາວ ເປັນ ໂຄງການພິເສດໂດຍ
ການຮ່ວມມື ກັນລະຫວ່າງ ບໍລິສັດ MMG ,ອົງ ການຢູນີເຊບ ແລະ ກະຊວງສາທາ ລະນະສຸກຂອງລາວ
ເພື່ອປ້ອງ ກັນການຂາດສານອາຫານຂອງເດັກ ນ້ອຍລາວ.ໃນປີນີ້ MMG LXML ບໍ່ຄຳເຊໂປນ ສະ ເຫລີມສະຫລອງ
ຄົບຮອບ 10 ປີ ຂອງການຂຸດຄົ້ນ ແລະ ຜະລິດ ແຮ່ທາດ ແລະ 20 ປີ ຂອງສັນຍາ ສຳປະທານ. ບໍ່ຄຳ-
ທອງເຊໂປນເລີ່ມຜະລິດຄຳໃນປີ 2003 ແລະ ທອງໃນປີ 2005
ແລະ ຜະລິດຄ ຳໄດ້ຫລາຍກວ່າ 1,2 ລ້ານອອນສ໌
ແລະ ແຜ່ນທອງ ໄດ້ 500.000 ໂຕນ ນັບຕັ້ງແຕ່ນັ້ນມາ MMG LXML ຍັງສຸມໃສ່ຊອກ ຫາແຮ່ຢ່າງຫ້າວ ຫັນເພື່ອຂະ
ຫຍາຍການຜະລິດຄຳ ແລະ ທອງອອກເພື່ອສ້າງ ລາຍຮັບຕື່ມອີກ.

No comments:
Post a Comment