ວັນທີ 25 ມິຖຸນານີ້ ຢູ່ມາກາວ
ອຳນາດການປົກຄອງເຂດບໍລິ ຫານພິເສດມາກາວຈີນ ແລະ ລັດຖະ ບານລາວໄດ້ຮ່ວມລົງນາມສັນຍາດ້ານການບິນພົນລະເຮືອນລະຫວ່າງສອງຝ່າຍຢ່າງ ເປັນທາງການໂດຍ ຕ່າງຝ່າຍຕ່າງໄດ້ຕົກລົງໃຫ້ສິດດຳເນີນທຸລະກິດທີ
5 ຢ່າງບໍ່ມີການຈຳກັດແຕ່ຢ່າງ ໃດເພື່ອສ້າງເງື່ອນໄຂໃຫ້ການດຳເນີນທຸລະກິດທາງອາກາດໃຫ້ການບິນພົນລະເຮືອນຂອງສອງ ຝ່າຍໄດ້ຮ່ວມມືກັນຫລາຍຂຶ້ນ.
ອັນທີ່ວ່າສິດດຳເນີນທຸລະກິດ ທີ 5
ຫມາຍຄວາມວ່າຜ່ານການອະນຸມັດຈາກລັດຖະບານ ປະເທດໃດ ຫນຶ່ງ,
ຍົນຂອງບໍລິສັດການບິນພົນລະເຮືອນຕ່າງປະເທດສາມາດລົງຈອດ ຈຸດໃດຫນຶ່ງ ຂອງປະເທດນັ້ນ ເພື່ອປ່ຽນຖ່າຍຜູ້ໂດຍສານ
ຫລື ສິນຄ້າແລ້ວບິນຕໍ່ໄປສູ່ປະເທດທີສາມ.
ອີງຕາມສັນຍາການບິນທີສອງຝ່າຍໄດ້ເຊັນກັນມາກາວ
ແລະ ລາວສາມາດກຳນົດໃຫ້ວິສາຫະກິດ ຫລາຍແຫ່ງບໍລິການຖ້ຽວບິນລະຫວ່າງກັນໄດ້, ບໍລິສັດການບິນພົນລະເຮືອນມີສິດດຳເນີນທຸລະກິດທີ
5 ໂດຍບໍ່ມີການຈຳກັດແຕ່ຢ່າງໃດ, ເປີດບໍລິການການເດີນອາກາດຂົນສົ່ງຜູ້ໂດຍສານ ແລະ
ສິນຄ້າຕາມ ຄວາມຕ້ອງການຂອງຕະຫລາດ.

No comments:
Post a Comment