Ad

Ad

16 March 2016

ຫົວໜ້າໂຄສະນາອົບຮົມລົງຊຸກຍູ້ຄວາມພ້ອມການເລືອກຕັ້ງ ສສຊ ທີ່ແຂວງສະຫວັນນະເຂດ

           ໃນວັນທີ 12 ມີນານີ້, ທ່ານ ສຈ. ດຣ. ກິແກ້ວ ໄຂຄຳພິທູນ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ກຳມະການເລືອກຕັ້ງລະດັບຊາດ ທັງເປັນຫົວໜ້າອະນຸກຳມະ ການຊີວິດການເມືອງພ້ອມຄະນະໄດ້ເດີນທາງລົງເຮັດວຽກຢູ່ແຂວງສະຫວັນນະເຂດ ເພື່ອຕິດຕາມ ແລະ ຊຸກຍູ້ຂະບວນການດຳເນີນຊີວິດການເມືອງ ແລະ ການກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນແຂວງ ເຊິ່ງກອງປະຊຸມພົບປະໂອ້ລົມໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີຄະນະພັກ-ອຳນາດການປົກຄອງ, ອະນຸກຳມະການໂຄສະນາ ແລະ ຊີວິດການເມືອງ, ຄະນະກຳມະການການເລືອກຕັ້ງຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

            ໃນພິທີ, ທ່ານ ດຣ. ສຸພັນ ແກ້ວມີໄຊ ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານໃຫ້ຮູ້ກ່ຽວກັບການກະກຽມເລືອກຕັ້ງ ສສຊ ແລະ ສສຂ ໂດຍສັງເຂບວ່າ: ໂດຍລວມແລ້ວການກະກຽມແກ່ການເລືອກຕັ້ງໃນແຂວງສະຫວັນນະເຂດເຫັນວ່າເປັນຂະບວນການຟົດຟື້ນ ແລະ ກວ້າງ ຂວາງ, ການກະກຽມຫລາຍດ້ານມີຄວາມຄືບໜ້າ ແລະ ຜົນສຳເລັດດີ ຄືມາຮອດປັດຈຸບັນໄດ້ສຳເລັດການເຝິກອົບຮົມໃຫ້ແກ່ພະແນກການ, ອົງການຈັດຕັ້ງມະຫາຊົນ, ບັນດາເມືອງ, ກົມກອງອ້ອມຂ້າງແຂວງ ແລະ ສະຖາບັນການສຶກສາ ລວມມີຜູ້ເຂົ້າຮ່ວມທັງໝົດຫລາຍກວ່າ 4 ແສນຄົນ ເທົ່າກັບ 79% ຂອງຜູ້ມີສິດປ່ອນບັດເລືອກຕັ້ງທົ່ວແຂວງ, ສຳເລັດການແຕ່ງຕັ້ງຄະນະຮັບຜິດຊອບປ່ອນບັດເລືອກຕັ້ງຄົບ 818 ໜ່ວຍປ່ອນບັດທົ່ວແຂວງ, ສຳເລັດການສ້າງແຜນການເຄື່ອນໄຫວລົງສະເໜີຕົວ ພ້ອມທັງລົງຕິດຕາມເພື່ອອຳນວຍຄວາມສະດວກໃນດ້ານຕ່າງໆໃຫ້ຜູ້ສະໝັກທີ່ລົງເຄື່ອນໄຫວພົບປະໂອ້ລົມພະນັກງານຫລັກແຫລ່ງ ແລະ ປະຊາຊົນໄດ້ຢ່າງທົ່ວເຖິງ ໂດຍໄດ້ຖືເອົາຂະບວນການຄຳນັບຮັບຕ້ອນວັນເລືອກຕັ້ງ ສສຊ ແລະ ສສຂ ວັນທີ 20 ມີນາ 2016 ເປັນໃຈກາງ. ດ້ານວຽກງານ ປກຊ-ປກສ ໄດ້ສ້າງແຜນກຳນົດຈຸດປ້ອງກັນ ແລະ ຄວາມເປັນລະບຽບຮຽບຮ້ອຍຮອບດ້ານ ພ້ອມທັງຕິດຕາມເຄື່ອນໄຫວປ້ອງກັນຜູ້ສະໝັກຮັບເລືອກຕັ້ງ ມາຮອດປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍ.

           ໂອກາດນີ້, ທ່ານ ສຈ. ດຣ. ກິແກ້ວ ໄຂຄຳພິທູນ ກໍໄດ້ໃຫ້ກຽດໂອ້ລົມສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ອຳນາດການປົກຄອງ, ເວົ້າສະເພາະກໍແມ່ນບັນດາອະນຸກຳມະການການເລືອກຕັ້ງຂັ້ນແຂວງທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມບັນດາເອກະສານນິຕິກຳຕ່າງໆທີ່ທາງຂັ້ນເທິງວາງອອກ ພ້ອມທັງນຳໄປຜັນຂະຫຍາຍໃນຂັ້ນຂອງຕົນໄດ້ຢ່າງຖືກຕ້ອງສອດຄ່ອງ ເຊິ່ງໄດ້ເປັນພື້ນຖານອັນດີ ແລະ ໜັກແໜ້ນແກ່ການກະກຽມໃນດ້ານຕ່າງໆ. ຈາກນີ້ແຂວງກໍໄດ້ເອົາໃຈໃສ່ຈັດຕັ້ງກົງຈັກ, ບຸກຄົນ ແລະ ເງື່ອນໄຂຈຳເປັນແກ່ການກະກຽມການເລືອກຕັ້ງໄດ້ຢ່າງຖືກຕ້ອງເໝາະສົມກັບຕົວຈິງ ໂດຍມີການນຳໃຊ້ສື່ຫລາກຫລາຍໃນການໂຄສະນາປຸກລະດົມຂະບວນການ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມຮັບຮູ້ເຂົ້າໃຈຫລາຍຂຶ້ນ, ການຊີ້ນຳ-ນຳພາຂອງຄະນະພັກແມ່ນຖືກຕ້ອງແທດເຖິງກັບຕົວຈິງ, ຄະນະກຳມະການ, ອະນຸກຳມະການການເລືອກຕັ້ງເຮັດພາລະບົດບາດ, ສິດໜ້າທີ່ຂອງຕົນຢ່າງເປັນເຈົ້າການ, ໃນຖັນແຖວພັກ-ພະນັກງານກໍໄດ້ບຸກບືນເຮັດຫລ້ອນໜ້າທີ່ຂອງຕົນເປັນຢ່າງດີ, ປະຊາຊົນມີຄວາມເບີກບານມ່ວນຊື່ນ, ດີອົກດີໃຈ ແລະ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ. ພ້ອມດຽວກັນນີ້ ກໍໃຫ້ສຸມໃສ່ສືບຕໍ່ຈັດຕັ້ງການກຽມການເລືອກຕັ້ງຕ່າງໆໃຫ້ສຳເລັດ ເປົ້າໝາຍແມ່ນແນໃສ່ເພື່ອຮັບປະກັນໃຫ້ວັນເລືອກຕັ້ງທີ 20 ມີນາ 2016 ທີ່ຈະມາເຖິງໃນອີກບໍ່ພໍເທົ່າໃດມື້ນີ້ ໃຫ້ໄດ້ຮັບຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ພັກ-ລັດວາງໄວ້ຢ່າງຈົບງາມ.

No comments:

Post a Comment