Ad

Ad

20 August 2015

ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນໄຂຂຶ້ນຢ່າງສະຫງ່າຜ່າເຜີຍ

ກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກນະຄອນຫລວງວຽງຈັນ, ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນຕອນເຊົ້າວັນທີ 19 ສິງຫານີ້, ທີ່ສູນປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ມີບັນດາພະນັກງານບຳນານ, ອາວຸໂສ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ ແລະ ຜູ້ແທນສົມບູນຈຳນວນ 313 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກສົມບູນ ແລະ ສຳຮອງຂອງທົ່ວໜ່ວຍພັກອ້ອມຂ້າງນະຄອນຫລວງວຽງຈັນເຂົ້າຮ່ວມ, ກອງປະຊຸມຄັ້ງນີ້ຈະໄດ້ສຸມໃສ່ຕີລາຄາຜົນການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ VII ຂອງນະຄອນຫລວງ
ວຽງຈັນ, ຄົ້ນຄວ້າທິດທາງ ແລະ ຄາດໝາຍໃຫຍ່ໃນການພັດທະນານະຄອນ ຫລວງວຽງຈັນໃນໄລຍະກາງທົດສະວັດທີ 2 ແລະ 3 ຂອງສະຕະວັດທີ 21 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020), ຜູ້ແທນຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນເພື່ອປ່ອນບັດເລືອກເອົາຄະນະບໍລິຫານງານພັນະຄອນຫລວງສະໄໝທີ VI ແລະ ປ່ອນບັດຄັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ພິເສດຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳຂອງສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ, ເພື່ອເປັນທິດເຍືອງທາງໃນການສືບຕໍ່ພັດທະນານະຄອນຫລວງວຽງຈັນຈະເລີນກ້າວຂຶ້ນ.
              ໃນໂອກາດນີ້, ສະຫາຍ ດຣ ສີນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ເລຂາຄະນະພັກ, ເຈົ້າຄອນະຄອນຫລວງວຽງຈັນ, ໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມດັ່ງກ່າວວ່າ: ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງກົມການເມືອງສູນກາງພັກ ແລະ ລັດຖະບານ ແລະ ດ້ວຍຄວາມຮັບ ຜິດຊອບຂອງຄະນະພັກ, ອົງການປົກຄອງທຸກຂັ້ນ ແລະ ການຮ່ວມມືຂອງຊາວນະຄອນຫລວງວຽງຈັນທຸກທົ່ວໜ້າ, ສາມາດເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນຕະຫລອດໄລຍະ 5 ປີຜ່ານມາມີຜົນສຳເລັດຫລາຍດ້ານຄື: ເສດຖະກິດຂະຫຍາຍຕົວສະເລ່ຍ 12% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນແຕ່ໄລຍະປີ 2011-2015 ບັນລຸໄດ້ 124.900 ຕື້ກີບ, ລາຍໄດ້ສະເລ່ຍສົກປີ 2014-2015 ປະມານ 4.390 ໂດລາສະຫະລັດຕໍ່ຄົນຕໍ່ປີເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ປີ 2010 ແລະ ໂຄງປະກອບເສດຖະກິດກໍມີການຫັນປ່ຽນໄປຕາມກົນໄກຕະຫລາດ, ໃນນັ້ນຂົງເຂດກະສິກຳເພີ່ມຂຶ້ນ 8%, ກວມເອົາ 17%, ອຸດສະຫະກຳເພີ່ມຂຶ້ນ 18% ກວມ 47% ແລະ ບໍລິການເພີ່ມຂຶ້ນ 12% ກວມ 36%, ສາມາດລະດົມການລົງທຶນໄດ້ຫລາຍກວ່າ 84.200 ຕື້ກີບ ແລະ ມີຫລາຍຂະແໜງເສດຖະກິດສາມາດບັນລຸຄາດໝາຍກຳນົດໄວ້. ອັນພົ້ນເດັ່ນແມ່ນ: ສາມາດຜະລິດເຂົ້າ, ປູກພືດອຸດສະຫະກຳ, ຜະລິດຊີ້ນ-ປາ, ພືດຜັກ, ໝາກໄມ້ສະໜອງຄວາມຕ້ອງການໄດ້ໂດຍພື້ນຖານ ແລະ ເກີດມີປັດໃຈໃໝ່ໃນການຜະລິດກະສິກຳເຊັ່ນ: ນຳໃຊ້ກົນຈັກເຕັກນິກໃໝ່, ການປັບປຸງນາໄຮ່ນ້ອຍເປັນນາໄຮ່ໃຫຍ່, ການເຮັດນາຫວ່ານ, ເສດຖະກິດຄອບຄົວມີການເປີດກວ້າງ, ການລ້ຽງສັດເປັນຟາມກໍເພີ່ມຂຶ້ນ. ດ້ານອຸດສະຫະກຳ, ພະລັງານ ແລະ ບໍ່ແຮ່ກໍມີຈັງຫວະການເຕີບໂຕໄວ, ມາຮອດປັດຈຸບັນມີໂຮງງານອຸດສະຫະກຳ ແລະ ຫັດຖະກຳປະມານ 2.800 ກວ່າແຫ່ງ, ສາມາດສ້າງວຽກເຮັດງານທຳໃຫ້ປະຊາຊົນເປັນຈຳນວນຫລວງຫລາຍ, ຂະນະດຽວກັນທຸກຄອບຄົວໃນນະຄອນຫລວງແມ່ນມີໄຟຟ້າຊົມໃຊ້ທົ່ວເຖິງແລ້ວ. ສ່ວນດ້ານການບໍລິການ, ຊຶ່ງເປັນອີກຂະແໜງໜຶ່ງທີ່ມີການເຕີບໂຕໄວຢູ່ນະຄອນຫລວງວຽງຈັນໄດ້ມີສູນການຄ້າທັນສະໄໝ ແລະ ຕະຫລາດຫລາຍແຫ່ງ, ພື້ນຖານໂຄງລ່າງດ້ານຄົມມານາຄົມກໍໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານ ແລະ ຂະຫຍາຍຕົວໄວ, ປັດຈຸບັນມີເສັ້ນທາງປູເບຕົງ 162 ກິໂລແມັດ, ປູຢາງອັດຟານ 153 ກິໂລແມັດ, ປູຢາງສອງຊັ້ນ 594 ກິໂລແມັດ ແລະ ທາງດິນແດງ 1.135 ກິໂລແມັດ, ຂະນະດຽວກັນການກໍ່ສ້າງເຄຫາສະຖານ, ທີ່ຢູ່ອາໄສ, ຍານພາຫະນະ, ການບໍລິການດ້ານໄປສະນີ, ໂທລະຄົມ, ວິທະຍາສາດ-ເຕັກໂນໂລຊີ ກໍແມ່ນຂະຫຍາຍຕົວໄວ, ມີຜູ້ປະກອບດ້ານໂທລະຄົມ 787 ຫົວໜ່ວຍ, ມີຜູ້ນຳໃຊ້ໂທລະສັບຫລາຍກວ່າລ້ານເລກໝາຍ, ສ່ວນການອອກໃບຕາດິນແມ່ນສຳເລັດຫລາຍກວ່າ 22.400 ຕອນ, ໂຮງແຮມ, ຮ້ານອາຫານ, ພັດຕະຄານແມ່ນສາມາດຮອງຮັບປະກັນຄວາມຕ້ອງການ, ປັດຈຸບັນມີໂຮງແຮມ 206 ແຫ່ງ, ດ້ານການພັດທະນາຕົວເມືອງກໍມີບາດກ້າວດີຂຶ້ນເປັນຕົ້ນ: ການບູ
ລະນະຄຸ້ມເມືອງເກົ່າ, ພັດທະນາເຂດແຄມຂອງ, ປະຕິສັງຂອນວັດຖຸບູຮານຈຳນວນໜຶ່ງ, ປະຕິບັດນະໂຍບາຍໂຄງການ 6 , ສ້າງສວນ ແລະ ຂະຫຍາຍກິດຈະການດ້ານສາທາລະນະປະໂຫຍດຫລາຍແຫ່ງ, ເຊິ່ງພົ້ນເດັ່ນຫລາຍແມ່ນສວນເຈົ້າອານຸວົງ, ແກ້ໄຂເຂດຊຸມຊົນແອອັດ, ການສັນຈອນແອອັດ ແລະ ຄຽງຄູ່ກັນນັ້ນ, ກໍປະກອບສວນສ້າງເຂດພັດທະນາຕ່າງໆເຊັ່ນ: ເຂດບຶງທາດຫລວງ, ລ່ອງແທງ-ວຽງຈັນ, ເຂດນິຄົມອຸດສະຫະກຳວຽງຈັນໂນນທອງ, ໄຊເສດຖາ, ໜອງທາ, ໜອງປິງ, ດົງໝາກຄາຍ, ເມືອງເວຫາ, ເຂດແຄມຂອງ, ວຽງຈັນໂລກໃໝ່ ແລະ ໂຄງການອື່ນໆ ແລະ ມີນັກທ່ອງທ່ຽວເຂົ້າມານະຄອນຫລວງວຽງຈັນປະມານ 6,3 ລ້ານຄົນໃນ 5 ປີຜ່ານມາ.

    ສະຫາຍ ດຣ ສີນລະວົງ ຄຸດໄພທູນ ກ່າວວ່າ: ຄຽງຄູ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ປັບປຸງສະພາບແວດລ້ອມຂອງນະຄອນຫລວງວຽງໃຫ້ດີຄືດັ່ງກ່າວແລ້ວ, ຄະນະພັກ-ຄະນະນຳນະຄອນຫລວງຍັງໄດ້ມີຄວາມພະຍາຍາມສູງ ແລະປະ ກອບສ່ວນສຳຄັນເຂົ້າໃນການເຮັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຕິດພັນກັບການກໍ່ສ້າງຮາກຖານ, ການສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາໂດຍສະເພາະແມ່ນສາມາດລືບລ້າງຄອບຄົວທຸກຍາກໄດ້ 99,99% ຂອງຈຳນວນຄອບຄົວທຸກຍາກທັງໝົດ, ນອກຈາກນີ້, ຢູ່ຫລາຍບ້ານ, ຫລາຍຄອບຄົວສາມາດບັນລຸເງື່ອນໄຂ ແລະ ຄາດໝາຍການພັດທະນາ, ການເຮັດທົດລອງ 3 ສ້າງກໍມີຜົນສຳເລັດຢ່າງໜ້າພໍໃຈ. ສຳລັບດ້ານວັດທະນາທຳ-ສັງຄົມ ກໍໄດ້ຮັບການພັດທະນາໃນທຸກຂະແໜງ, ໂດຍສະເພາະໄດ້ຍົກລະດັບຄຸນນະພາບການຮຽນ-ການສອນຕາມແຜນປະຕິຮູບການສຶກສາທີ່ກະຊວງສຶກສາວາງອອກ  ແລະ ຕາໜ່າງການສຶກສາໄດ້ມີການຂະຫຍາຍເພີ່ມຂຶ້ນ, ປັດຈຸບັນມີໂຮງຮຽນນັບແຕ່ຊັ້ນອະນຸບານຈົນຮອດມັດທະຍົມປາຍ 961 ແຫ່ງ, ເພີ່ມຂຶ້ນ 23 ແຫ່ງ, ອັດຕາເຂົ້າຮຽນຊັ້ນປະຖົມປະຕິບັດໄດ້ 100%, ມັດທະຍົມຕົ້ນ 93%, ມັດທະຍົມປາຍ 70%, ສ່ວນວຽກງານພັດທະນາຕາໜ່າງສາທາລະນະສຸກກໍມີການຂະຫຍາຍຕົວກວ້າງຂວາງສົມ ຄວນ, ປັດຈຸບັນມີໂຮງໝໍຢູ່ 9 ເມືອງທີ່ມີເຄື່ອງມືອຸປະກອນທັນສະໄໝ, ສຸກສາລາ ແລະ ຫ້ອງກວດພະຍາດເອກະຊົນ 552 ແຫ່ງ ແລະ ວຽກງານອື່ນໆກໍແມ່ນບັນລຸຄາດໝາຍ ແລະ ຍາດໄດ້ຜົນສຳເລັດທີ່ວາງໄວ້, ເຊິ່ງທັງໝົດນັ້ນກໍຍ້ອນມີແນວທາງປ່ຽນແປງໃໝ່ ແລະ ຢືດໝັ້ນໃນມະຕິ IX ເປັນເຂັມຊີ້ທິດເຍືອງທາງໃນການພັດທະນາ ແລະ ສ້າງສານະຄອນຫລວງ, ປະຊາຊົນຊາວນະ ຄອນຫລວງມີຄວາມສາມັກຄີ, ມີຄວາມຕື່ນຕົວໃນການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ກໍຄືນະຄອນຫລວງຢ່າງຕັ້ງໜ້າ ແລະ ພ້ອມດຽວກັນນີ້ກໍໄດ້ຮັບການຊ່ວຍເຫລືອສະໜັບສະໜູນຈາກປະເທດເພື່ອນມິດສາກົນຢ່າງຫລວງຫລາຍຈຶ່ງເຮັດໃຫ້ນະຄອນຫລວງວຽງຈັນມີໃບໜ້າການພັດທະນາຈະເລີນຂຶ້ນເທື່ອລະກ້າວຄືດັ່ງທຸກວັນນີ້.

No comments:

Post a Comment