Ad

Ad

5 October 2015

ໂຄລາວນໍາສະເໜີລົດກະບະແດຮັນ.

    
 ໃນວັນທີ 2 ຕຸລານີ້, ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ,  ບໍລິສັດ ໂອໂຕເວີລ ໂຄລາວ ດີວີລົບປິງ ແດຮັນ ຈໍາກັດ,ໄດ້ຈັດພິທີນໍາສະເໜີລົດກະບະອະເນກປະສົງຍີຫໍ້ແດຮັນ.

     ທ່ານ ຫລີກັງຊູ ປະທານໂຮງງານແດຮັນປະຈໍາລາວ ກ່າວວ່າ: ລົດດັ່ງກ່າວມີຮູບຮ່າງຂະໜາດກວ້າງ, ເໝາະແກ່ການນໍາໃຊ້ການຂັບຂີ່ແບບຄອບຄົວ ແລະ ຮັບໃຊ້ການຂົນສົ່ງທຸລະກິດຫລາຍປະເພດ, ເຄື່ອງຈັກກະຊວນຂອງຮຸນໄດ, ມີຄວາມແຮງ 2.600 ຊີຊີ, ບັນທຸກໜັກໄດ້ 1 ໂຕນ, ມີຄວາມແຂ່ງແກ່ນ, ສວຍງາມ, ປະຢັດນໍ້າມັນ ແລະ ເປັນລົດທີ່ປະກອບຢູ່ ສປປ ລາວ. ພາຍໃນງານດັ່ງກ່າວຍັງໄດ້ມີການສະແດງຄອນເສີດຈາກສລະປິນຊື່ດັ່ງທັງພາຍໃນ ແລະ ຕ່າງປະເທດ ແລະ ແຈກລາງວັນຢ່າງຫລວງຫລາຍໃຫ້ລູກຄ້າ ແລະ ຜູ້ທີ່ເຂົ້າຮ່ວມຊົມງານ.

No comments:

Post a Comment