Ad

Ad

26 January 2016

ແຂວງ​ຊຽງ​ຂວາງຖື​ເອົາ​ການ​ລ້ຽງສັດ​ໃຫຍ່ ​ແລະ ປູກ​ພືດ​ເປັນ​ສິນຄ້າ ​ເພື່ອ​ແກ້​ໄຂ​ຄວາມທຸກ​ຍາກ

     ທ່ານ ສຈ. ດຣ ສົມກົດ ມັ່ງໜໍ່​​ເມກ​ ​ເຈົ້າແຂວງຊຽງຂວາງໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກໃນອາທິດຜ່ານມານີ້ວ່າ: ​ໃນສົກປີຜ່ານມາ, ​ການລ້ຽງສັດໃຫຍ່-ການປູກພືດເປັນສິນຄ້າຢູ່ແຂວງຊຽງຂວາງໄດ້ສ້າງລາຍຮັບຕົວຈິງໃຫ້​​ແກ່ຄອບຄົວແລະ ການແກ້ໄຂຄວາມທຸກຍາກໃຫ້ແກ່ປະຊາຊົນດີຂຶ້ນກວມເອົາ 47% ຂອງລວມຍອດຜະລິດຕະພັນພາຍໃນແຂວງແລະ ຊ່ວຍໃຫ້ເຮັດໃຫ້ເຮັດໃຫ້ການຖາງປ່າເຮັດໄຮ່ຂອງປະຊາຊົນໄດ້ຫລຸດລົງເປັນກ້າວໆຄື: ​ປີ 2010 ທົ່ວແຂວງມີເນື້ອທີ່ໄຮ່ປູກເຂົ້າ 530 ​ເຮັກຕາ, ມາຮອດປັດຈຸບັນຍັງເຫລືອພຽງ 310 ​ເຮັກຕາ, ການແກ້ໄຂຄວາມທຸກຍາກກໍຄືການພັດທະນາຊົນນະບົດຮອບດ້ານໄດ້ເປັນຮູບປະທຳດີຂຶ້ນເທື່ອລະກ້າວ, ຊີວິດການເປັນຢູ່ຂອງປະຊາຊົນ
​ ​ໃນທົ່ວແຂວງໄດ້ຮັບການປັບປຸງຍົກສູງຂຶ້ນຢ່າງເດັ່ນຊັດແລະເຮັດໃຫ້ລາຍຮັບສະເລ່ຍຕໍ່ຫົວຄົນເພີ່ມຂຶ້ນຈາກ 852​ ໂດລາສະຫະລັດ ມາເປັນ 1.400 ​ໂດລາສະຫະລັດ ຕໍ່ປີ, ມາເຖິງປັດຈຸບັນນີ້ ​​​ໄດ້ປະກາດເມືອງພົ້ນທຸກແລ້ວ 7 ​ເມືອງ, ອັດຕາສ່ວນຄອບຄົວທຸກຍາໄດ້ຫລຸດລົງຈາກ 4.298 ຄອບຄົວ​ ​ເທົ່າກັບ 11% ​ໃນປີ 2010, ປັດຈຸບັນ ຍັງເຫລືອ​ 978 ຄອບຄົວເທົ່າກັບ 2,2% ​ຂອງຈຳນວນຄອບຄົວທັງໝົດໃນທົ່ວແຂວງ.
     ນອກຈາກນີ້, ການຜະລິດສະບຽງອາຫານ, ການປູກພືດເປັນສິນຄ້າໂດຍສະເພາະການຜະລິດເຂົ້າໃນແຕ່ລະປີແມ່ນບໍ່ຫລຸດໜຶ່ງແສນໂຕນ​, ສາມາດຄ້ຳປະກັນສະບຽງອາຫານພາຍໃນແຂວງແລະ ຍັງ​​ເປັນສິນຄ້າສົ່ງອອກ​​ໄດ້ຈຳນວນໜຶ່ງຄື: ​ເຂົ້າໄກ່ນ້ອຍ, ​ເຂົ້າຈ້າວຫອມແລະ ການປູກສາລີເປັນສິນຄ້າຄື: ​ປີ 2015 ຜ່ານມາ, ສາມາດດຶງດູດເອົານັກລົງທຶນຈາກ ສປ ຈີນ ມາລົງທຶນສ້າງໂຮງງານປຸງແຕ່ງ​​ແປ້ງສາລີຄົບວົງຈອນໃນມູນຄ່າ 22 ລ້ານ​​ໂດລາສະຫະລັດແລະ ສາມາດ​​ສົ່ງຜົນຜະລິດສາລີໄປຍັງ ສສ ຫວຽດນາມ ສະເລ່ຍປີໜຶ່ງບໍ່ຫລຸດ 150 ພັນໂຕນ, ພ້ອມນີ້ ຍັງໄດ້ມີການປູກເຂົ້າໄກ່ນ້ອຍ​ ​​​ໃນເນື້ອນທີ 13 ພັນກວ່າເຮັກຕາ, ຊຶ່ງສະເລ່ຍແຕ່ລະປີ​​ໃຫ້ຜົນຜະລິດບໍ່ຫລຸດ 50 ພັນໂຕນ, ​ໃນນັ້ນ ສາມາດສົ່ງອອກໄປຕ່າງປະເທດ 15 ພັນໂຕນແລ້ວແລະ ໄດ້​​ເຊັນສັນຍາສົ່ງ​​ໃຫ້ໂຮງງານ​​ເບຍລາວ ຈຳນວນ 400 ​ໂຕນຕໍ່ປີ, ນອກນີ້ ຍັງໄດ້ສຸມໃສ່ການຜະລິດເປັນສິນຄ້າ​​ໃຫ້ມີເຄື່ອງ​​ໝາຍການຄ້າແລະເອກກະລັກສະເພາະຂອງທ້ອງຖິ່ນເພື່ອສົ່ງອອກຕ່າງປະເທດ.

     ທ່ານເຈົ້າແຂວງ ຍົກໃຫ້ເຫັນວ່າ: ​ໄປຄຽງຄູ່ກັບຜົນສຳເລັດດັ່ງກ່າວນັ້ນ, ​ໃນຕໍ່ໜ້ານີ້ແຂວງຊຽງຂວາງ ຍັງຈະໄດ້ເອົາໃຈໃສ່ປັບປຸງແກ້ໄຂຫລາຍບັນຫາຄື: ນະໂຍບາຍຊຸກຍູ້ສົ່ງເສີມຍັງບໍ່ທັນເປັນລະບົບຕໍ່ເນື່ອງ, ງົບປະມານຍັງມີຈຳກັດ, ການສະໜອງປັດໄຈດ້ານຕ່າງໆບໍ່ທັນມີຫລາຍ, ຄວາມເປັນເຈົ້າການຂອງແຕ່ລະພາກສ່ວນເພື່ອຜັນຂະຫຍາຍເປັນອັນລະອຽດບໍ່ທັນຄົບຊຸດ,​ ການຈັດຕັ້ງກຸ່ມຍັງບໍ່ທັນແຂງແຮງແລະ ວ້າງຂວາງ, ການເຄື່ອນໄຫວບໍ່ໄປຕາມພາລະບົດບາດ, ການຜະລິດຍັງມີລັກສະນະຄອງເດີມ, ບໍ່ທັນຕິດພັນກັບການປຸງແຕ່ງເປັນຜະລິດຕະພັນແບບຄົບວົງຈອນແລະ ການປະສານງານລະຫວ່າງບັນດາພະແນກການ​ ​ແລະເມືອງ, ມີບາງດ້ານຍັງບໍ່ທັນກົມກຽວແລະ ການຫັນເອົາພະນັກງານວິຊາການລົງຮາກຖານເພື່ອນຳພາປະຊາຊົນເຮັດຕົວຈິງບໍ່ທັນເປັນລະບົບຄົບຊຸດຕໍ່ເນື່ອງ, ມີຈຸດສຸມ​, ການສ້າງພະນັກງານຜູ້ພາເຮັດພາທຳຕົວຈິງຢູ່ກັບທີ່ຍັງເຮັດໄດ້ໜ້ອຍ.

No comments:

Post a Comment