Ad

Ad

20 January 2016

ບາງ​ບົດຮຽນ​ການ​ຫັນປ່ຽນ​ຊັບ​ສິນ​ທີ່​ດິນ​ເປັນ​ທຶນ​ຢູ່​ນະຄອນຫລວງ​ວຽງ​ຈັນ

     ສະຫາຍດຣ. ສິນລະວົງ ຄຸດໄພທູນ ກຳມະການສູນກາງພັກ, ​ເລຂາຄະນະພັກ, ​ເຈົ້າຄອງນະ ຄອນຫລວງວຽງຈັນໄດ້ຂຶ້ນກ່າວລາຍງານກ່ຽວກັບການຫັນຊັບສິນທີ່ດິນເປັນທຶນຕໍ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກວ່າ: ການຫັນຊັບສິນ, ທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນເປັນບັນຫາໃໝ່ຫັນນະໂຍບາຍກົນໄກແລະ ນິຕິກຳບໍ່ທັນໄດ້ວາງອອກຢ່າງຈະແຈ້ງ ຈຶ່ງທັງເຮັດທັງຖອດຖອນບົດຮຽນໄປນຳເລີ່ແຕ່ປີ 2006 ນະຄອນຫລວງວຽງຈັນໄດ້ປະຕິບັດແຜນນະໂຍບາຍຫັນຊັບສິນທີ່ດິນເປັນທຶນມີໂຄງ ການກໍ່ສ້າງສະໜາມກິລາຊີເກ, ​ໂຄງການກໍ່ສ້າງ​​ເສັ້ນທາງມີ 3 ​ໂຄງການແລະໂຄງການແລກປ່ຽນສຳນັກງານມີ 5 ​ໂຄງການ. ​ໂຄງການຫັນຊັບສິນເປັນທຶນຂອງບັນດາກະຊວງອົງການອ້ອມຂ້າງສູນກາງທີ່ປະຕິບັດຢູ່
ນະຄອນຫລວງວຽງຈັນມີ 10 ​ໂຄງການ. ນອກຈາກນັ້ນ ຍັງມີໂຄງການຫັນສິດໃຊ້ທີ່ດິນແລະເຮືອນລັດຄຸ້ມຄອງໃຫ້ເປັນສິດນຳໃຊ້ສ່ວນບຸກຄົນຢ່າງຂາດຕົວຂອງພະນັກງານລັດຕາມນະໂຍບາຍ 343/ນຍ; ​ໂຄງການໃຫ້ເຊົ່າ ຫລື ສຳປະທານທີ່ດິນແລະ ຊັບສິນຂອງລັດເຂດເສດຖະກິດສະເພາະ 4 ​ແຫ່ງແລະເຂດພັດທະນາອື່ນໆຈຳນວນໜຶ່ງ; ການຫັນຊັບສິນເປັນທຶນ ຫລື ອະສັງຫາລິມະຊັບຂອງພາກເອກະຊົນໄດ້ເກີດມີຫລາຍໂຄງການແລະພວມເປັນຂະບວນການດີເຊັ່ນ: ສະກາຍຊີຕີ້, ​ເອວິກທາວເຮົາສ໌, ​ໂຊກປ່າຫລວງອາພາດເມັນ, ໜອງທາແລະ ອື່ນໆ.
     ສະຫາຍ ດຣ. ສິນລະວົງ ຄຸດໄພທູນ ກ່າວວ່າ: ບັນຫາທີ່ຄວນເອົາໃຈໃສ່ໃນການຫັນຊັບສິນທີ່ດິນເປັນທຶນຢູ່ນະຄອນຫລວງວຽງຈັນມີຄື 1. ການຫັນຊັບສິນເປັນທຶນແມ່ນການເຮັດໃຫ້ຊັບສິນເດີມມີມູນຄ່າເພີ່ມສູງຂຶ້ນ, ກ່ອນອື່ນໝົດເຮັດໃຫ້ສິດຄອບຄອງທີ່ດິນຫັນປ່ຽນຈາກສິດໃຊ້ເປັນສິດນຳໃຊ້; ຕ້ອງມີຄວາມຕ້ອງການທີ່ດິນເພື່ອພັດທະນາ ຫລື ມີຕະຫລາດ, ມີທະນາຄານເປັນອົງການຮອງຮັບລາຄາ (ຕະຫລາດໝາຍເຖິງມີຄວາມຕ້ອງການທີ່ດິນ ຫລື ຊັບສິນນັ້ນໆຂອງນັກທຸລະກິດ) ຄວາມຕ້ອງການດັ່ງກ່າວວັດແທກໂດຍລາຍຮັບຂອງປະຊາກອນຈາກ 1.000 ​ໂດລາຕໍ່ຄົນຕໍ່ປີຂຶ້ນໄປແລະ ຄວາມໜາ​​ແໜ້ນຂອງປະຊາກອນ 300 ຄົນຕໍ່ 1 ກິໂລແມັດຂຶ້ນໄປເຊິ່ງໄລຍະຫ່າງຈາກຈຸດ 0 ຍ້າຍອອກໄປເທື່ອລະ 1 ກິໂລແມັດຕໍ່ GDP ຕໍ່ປະຊາກອນ. 2. ການຫັນຊັບສິນເປັນທຶນແມ່ນການນຳໃຊ້ຊັບສິນ ຫລື ທີ່ດິນທີ່ເປັນທ່າແຮງບົ່ມຊ້ອນໃຫ້ກາຍເປັນທຶນເພື່ອພັດທະນາແລະເກີດຂຶ້ນໃນເງື່ອນໄຂທີ່ສັງຄົມຮຽກ ຮ້ອງຕ້ອງການສູງແລະ ລັດຂາດເຂີນທຶນຮອນ, ຫາທາງເລືອກອື່ນໄດ້ຍາກ, ມີຄວາມຕື່ນຕົວສະໝັກໃຈຂອງຜູ້ລົງທຶນ, ການພ້ອມພຽງຂອງປະຊາຊົນແລະ ພາກລັດໂດຍພາຍ​​ໃຕ້ການນຳພາຂອງຄະນະພັກ. 3. ​ໃນເມື່ອທາງການຕົກລົງຮັບເອົາໂຄງການຫັນຊັບສິນເປັນທຶນແລ້ວ ຕ້ອງໄດ້ອອກນິຕິກຳຜັນຂະຫຍາຍ, ຕ້ອງເຮັດວຽກງານແນວຄິດກັບປະຊາຊົນບ່ອນນັ້ນໆ, ກຳນົດກົນໄກແລະແຜນວຽກຈັດຕັ້ງປະຕິບັດຢ່າງລະອຽດ, ຕ້ອງມີສັນຍາຮ່ວມມືລະຫວ່າງລັດ-ບໍລິສັດ-ປະຊາຊົນກ່ຽວຂ້ອງໂດຍສະເພາະຜູ້ທີ່ໄດ້ຮັບຜົນກະທົບໂດຍກົງຈາກໂຄງການ. 4. ການຫັນຊັບສິນເປັນທຶນໂດຍສະເພາະການຫັນທີ່ດິນເປັນທຶນໃນພາກປະຕິບັດຕົວຈິງຕ້ອງໄດ້ເວນຄືນທີ່ດິນນຳປະຊາຊົນໃຫ້ສຳເລັດກ່ອນ ຈຶ່ງດຳເນີນໂຄງການເຊິ່ງຕາມລາຄາທີ່ໃກ້ຄຽງກັບລາຄາທີ່ເປັນຈິງໃນຕະຫລາດແລະ ປະຊາຊົນສາມາດຮັບໄດ້ ທັງຕ້ອງຊົດເຊີຍທັນທີ (ບໍ່ຕິດໜີ້), ຖ້າລັດເປັນເຈົ້າໂຄງການຈະເປັນການດີກວ່າ, ຖ້ານຳໃຊ້ເອກະຊົນກໍຕ້ອງເປັນນັກທຸລະກິດທີ່ມີທຶນແທ້.
    ​ໂຄງການຫັນຊັບສິນເປັນທຶນຕ້ອງແມ່ນລັດ (​ໂດຍແມ່ນຂະແໜງການເງິນ), ບໍລິສັດແລະ ປະຊາ ຊົນບ່ອນກ່ຽວຂ້ອງກາຍເປັນອົງປະກອບແລະ ກົນໄກປະຕິບັດ, ​ໃນນັ້ນລັດເປັນຜູ້ກຳນົດທິດທາງແຜນ ການພັດທະນາ, ​ເປັນຜູ້ເຮັດວຽກແນວຄິດກັບປະຊາຊົນແລະ ຮັບປະກັນຄວາມເປັນທຳຕາມກົດໝາຍ. ບໍລິສັດເປັນຜູ້ຈັດຕັ້ງປະຕິບັດຕາມນະໂຍບາຍ, ກົດໝາຍແລະແຜນຜັງ, ປະຊາຊົນຢູ່ບ່ອນນັ້ນຕ້ອງໄດ້ເສຍສະລະ, ຕື່ນຕົວສະໝັກຕົວເຂົ້າຮ່ວມໂຄງການ ອາດນຳເອົາຊັບສິນຂອງຕົນເຂົ້າເປັນຮຸ້ນ ຫລື ຮັບເອົາຄ່າຊົດເຊີຍຕາມການຕົກລົງແລະເປັນພະນັກງານໃນໂຄງການນັ້ນໆເພື່ອຜັນຂະຫຍາຍມະຕິ X ຂອງພັກ.

    ສັງລວມແລ້ວ, ການຫັນຊັບສິນເປັນທຶນຢູ່ນະຄອນຫລວງວຽງຈັນບໍ່ແມ່ນເສັ້ນທາງແລະ ຮູບການລົງທຶນທີ່ດີກວ່າການລົງທຶນຂອງລັດ​. ​ແຕ່ຢ່າງໃດກໍຕາມ, ຫາກເປັນເສັ້ນທາງແລະ ຮູບການໜຶ່ງຕາມຮູບການດຶງດູດການລົງທຶນທີ່ສາມາດເປັນໄປໄດ້, ​ເປັນກາລະໂອກາດໃນເງື່ອນໄຂທີ່ລັດຂາດ​​ເຂີນທຶນຮອນແລະ ຄວາມຮຽກຮ້ອງຕ້ອງການຂອງສັງຄົມສູງນັ້ນເອງ. ​ໃນເມື່ອເຮົາຮັ່ງມີຂຶ້ນ, ຮູບການນີ້ອາດປ່ຽນແທນດ້ວຍຮູບການອື່ນໆ.

No comments:

Post a Comment