Ad

Ad

25 January 2016

ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໄດ້ອັດລົງດ້ວຍຜົນ ສໍາອັນຈົບງາມ

ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວໄດ້ອັດລົງດ້ວຍຜົນສໍາເລັດອັນຈົບ ງາມໃນຕອນບ່າຍວັນທີ 22 ມັງກອນນີ້, ພາຍຫລັງດໍາເນີນມາເປັນເວລາ 5 ວັນແຕ່ວັນທີ 18-22 ມັງ ກອນ 2016, ພາຍໃຕ້ຄໍາຂວັນ ຍົກສູງຄວາມສາມາດນໍາພາ ແລະ ລັກສະນະນໍາໜ້າຂອງພັກ, ເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ຢຶດໝັ້ນແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫລັກ ການ, ປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ    ແໜ້ນກອງປະຊຸມຄັ້ງສໍາຄັນນີ້ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 685 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ງປະເທດ 252.879 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງພັກສະໄໝທີ X ເຊິ່ງປະກອບດ້ວຍກຳມະການສູນກາງພັກສົມບູນ 69 ສະຫາຍ ແລະ ກໍາມະການສໍາຮອງ 8 ສະຫາຍ ເພື່ອເປັນແກ່ນ ສານນຳພາທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ມີຜົນສໍາເລັດໃໝ່, ສ້າງບາດກ້າວບຸກທະລຸໃນການພັດທະນາໃຫ້ເປັນຈິງ ແລະ ນໍາພາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນຕໍ່ໄປ. ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ເປັນເອກະພາບເລືອກຕັ້ງກຳມະການກົມການເມືອງສູນກາງພັກ ເຊິ່ງປະກອບມີ 11 ສະຫາຍຄື:1.ສະຫາຍ ບຸນຍັງ ວໍລະຈິດ, 2. ສະຫາຍ ທອງລຸນ ສີສຸລິດ, 3. ສະຫາຍນາງ ປານີ ຢາທໍ່ຕູ້, 4. ສະຫາຍ ດຣ ບຸນທອງ ຈິດມະນີ, 5. ສະຫາຍ ດຣ ພັນຄໍາ ວິພາວັນ, 6. ສະຫາຍ ຈັນສີ ໂພສີຄຳ,7. ສະຫາຍ ດຣ ໄຊສົມພອນ ພົມວິຫານ, 8. ສະຫາຍພົນໂທ ຈັນສະໝອນ ຈັນຍາລາດ, 9. ສະຫາຍ ດຣ ຄໍາພັນ ພົມມະທັດ,10. ສະຫາຍ ດຣ ສິນລະວົງ ຄຸດໄພທູນ ແລະ 11. ສະຫາຍ ດຣ ສອນໄຊ ສີພັນດອນ, ພ້ອມທັງໄດ້ເລືອກເອົາກໍາມະການໃນຄະນະເລຂາທິການສູນກາງພັກ 9 ສະຫາຍຄື: 1. ສະຫາຍ ບຸນຍັງ ວໍລະຈິດ, 2. ສະຫາຍ ດຣ ບຸນທອງ ຈິດມະນີ, 3. ສະຫາຍ ດຣ ພັນຄຳ ວິພາວັນ, 4. ສະຫາຍ ຈັນສີ ໂພສີຄຳ, 5. ສະຫາຍ ດຣ ຄຳພັນ ພົມມະທັດ, 6. ສະຫາຍພົນໂທ ແສງນວນ ໄຊຍະລາດ, 7. ສະຫາຍ ສຈ.ດຣ. ກິແກ້ວ ໄຂຄຳພິທູນ, 8. ສະຫາຍ ພົນຕີ ສົມແກ້ວ ສີລາວົງ ແລະ 9. ສະຫາຍພົນຕີ ວິໄລ ຫລ້າຄຳຟອງ, ຊຶ່ງໃນນັ້ນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານດັ່ງກ່າວເປັນເອກະພາບເລືອກເອົາສະຫາຍ ດຣ ພັນຄຳ ວິພາວັນ ເປັນຜູ້ປະຈຳການຄະ ນະເລຂາທິການສູນກາງພັກ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ໄດ້ເປັນເອກະ ສັນກັນຢ່າງສົມບູນເລືອກສະຫາຍ ບຸນຍັງ ວໍລະຈິດ ເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ພ້ອມທັງເຫັນດີເອກະພາບເລືອກສະຫາຍ ດຣ ບຸນທອງ ຈິດມະນີ ເປັນປະທານຄະນະກວດກາສູນກາງພັກ ແລະ ເລືອກຮອງປະທານຄະນະກວດກາສູນກາງພັກ 8 ສະຫາຍ. ສຳລັບການແຕ່ງຕັ້ງທີ່ປຶກສາຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ກອງປະຊຸມໄດ້ມອບໝາຍໃຫ້ກົມການເມືອງສູນກາງພັກເປັນຜູ້ຕົກລົງແຕ່ງຕັ້ງ, ພ້ອມທັງກຳນົດພາລະບົດບາດ ແລະ ໜ້າທີ່ອັນລະອຽດຕາມພາຍຫລັງ.
ພາຍຫລັງສະຫາຍ ດຣ ບຸນທອງ ຈິດມະນີ ກ່າວລາຍງານຜົນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລ້ວ, ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຂຶ້ນຜ່ານມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ, ເຊິ່ງໃນກອງປະຊຸມໃຫຍ່ບັນດາຜູ້ແທນສົມບູນໄດ້ຄົ້ນ ຄວ້າຕົກລົງບັນຫາສຳຄັນຂອງພັກ ແລະ ຂອງຊາດພາຍໃຕ້ບັນຍາກາດອັນສ້າງສັນ, ມີຄວາມຮັບຜິດ ຊອບ, ທັງມີຄວາມສາມັກຄີເປັນເອກະພາບສູງເປັນຕົ້ນ: ໄດ້ຮັບຮອງຢ່າງເປັນເອກະສັນບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX, ປະກອບຄໍາເຫັນຢ່າງກົງໄປກົງມາກ່ຽວກັບຂໍ້ຄົງຄ້າງໃນການຊີ້ນນໍາ-ນຳພາຂອງພັກ, ຮັບຮອງເອົາຂໍ້ສະຫລຸບ 7 ປະການເຊິ່ງເປັນບົດ ຮຽນອັນປະເສີດທີ່ຖອດຖອນໄດ້ຈາກພຶດຕິກຳ ແຫ່ງການຈັດຕັ້ງນຳພາປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ ແລະ 30 ປີ ແຫ່ງການປ່ຽນແປງໃໝ່, ພ້ອມທັງກຳນົດ 7 ທິດທາງໜ້າທີ່ໃຫຍ່ໃນຕໍ່ໜ້າ.
ກອງປະຊຸມໄດ້ຮັບຟັງການລາຍງານກ່ຽວກັບວິໄສທັດຮອດປີ 2030, ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໃນໄລຍະ 10 ປີ 2016-2025 ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII, ຮັບຮອງເອົາບົດສຳຫລວດການນຳພາລວມຂອງຄະນະບໍລິຫານງານສູນກາງພັກສະໄໝທີ IX ໂດຍຕີລາຄາສູງຕໍ່ຄວາມພະຍາຍາມຢ່າງຕັ້ງໜ້າ ແລະ ຄວາມເປັນເຈົ້າການປະດິດສ້າງໃນການເສີມຂະຫຍາຍມູນເຊື້ອ ແລະ ບົດຮຽນຂອງພັກ.
ກອງປະຊຸມໃຫຍ່ໄດ້ເລັ່ງທວງໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ X ອອກແຮງເສີມຂະຫຍາຍຈຸດດີໃນດ້ານຕ່າງໆຢ່າງແຂງແຮງ, ພ້ອມທັງວາງມາດຕະການຈັດຕັ້ງແກ້ໄຂຈຸດບົກຜ່ອງ ແລະ ຄົງຄ້າງໃນຜ່ານມາຢ່າງຈິງຈັງ, ຍົກສູງຄວາມສາມາດນຳພາ ແລະ ຄວາມເປັນແບບຢ່າງນຳໜ້າຂອງຄະນະນຳຂອງພັກໃຫ້ເດັ່ນຂຶ້ນຕື່ມອີກ.
ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບການດັດແປງກົດລະບຽບຂອງພັກ ແລະ ໄດ້ຮັບຮອງເອົາກົດລະບຽບສະບັບປັບປຸງສະໄໝທີ X ເພື່ອເປັນທິດທາງໃຫ້ແກ່ການຈັດຕັ້ງປະຕິບັດແນວ ທາງການເມືອງປະສົບຜົນສໍາເລັດ ແລະ ພ້ອມທັງໄດ້ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍຈົ່ງເຊີດຊູຄວາມເປັບແບບຢ່າງນຳໜ້າໃນທຸກດ້ານນຳພາມະຫາຊົນປະຕິບັດມະຕິກອງປະ ຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ຮຽກຮ້ອງມາຍັງພະນັກງານນັກຮົບ, ປະຊາຊົນລາວບັນດາເຜົາ, ບັນດາຊັ້ນຄົນ ແລະ ພີ່ນ້ອງເຊື້ອຊາດລາວຜູ້ຮັກຊາດທີ່ດຳລົງຊີວິດ ແລະ ທຳມາຫາກິນຢູ່ຕ່າງປະເທດຈົ່ງເສີມຂະຫຍາຍມານະຈິດບາກບັ່ນ, ບຸກບືນເຂົ້າໃສ່ການປະຕິບັດໜ້າທີ່, ທໍາມາຫາກິນ ແລະ ສ້າງສາພັດທະນາເພື່ອສ້າງປະເທດລາວໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.

ຈາກນັ້ນ, ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ໄດ້ກ່າວຄຳສັນລະເສີມຜົນງານ ແລະ ຄຸນງາມຄວາມດີຂອງສະຫາຍ ຈູມມາລີ ໄຊຍະສອນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກສະໄໝທີ IX ທີ່ໄດ້ທຸ່ມເທອຸທິດເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນພາລະກິດແຫ່ງການຕໍ່ສູ້ປົດປ່ອຍ ປະເທດຊາດໃນເມື່ອກ່ອນ ແລະ ໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດໃປັດຈຸບັນຢ່າງມີຜົນສໍາເລັດ.

No comments:

Post a Comment