ສອງມື້ກ່ອນໄດ້ມີໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ 5 ຂອງສະມາຄົມນັກປະພັນລາວ ພາຍຫລັງຄົບອາຍຸການຕາມກົດລະບຽບ. ສະມາຄົມນັກປະພັນລາວພວກເຮົາມີອາຍຸ 25 ປີພໍດີພໍດີ. ບັນດານັກປະ ພັນທີ່ມີຜົມສີດອກເລົາ ແລະ
ມີແຂ້ວບໍ່ຄົບຕາມຈຳນວນ 32
ເຫລັ້ມ (ຍົກ ເວັ້ນແຂ້ວປອມ) ຄົງຈະຈຳໄດ້ດີວ່າສະມາຄົມນັກປະພັນບໍ່ໄດ້ຕົກລົ່ນມາແຕ່ທ້ອງຟ້າ
ຫລື ໂດດຈ້ອງລົງມາ. ໜໍ່ແໜງສຳຄັນທີ່ເປັນຮາກແກ້ວແຜ້ວທາງສູ່ການສ້າງຕັ້ງສະມາຄົມນັກປະພັນລາວນັ້ນແມ່ນສະໂມສອນນັກຂຽນໜຸ່ມທີ່ຂຶ້ນກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
(ໃນເວລານັ້ນຍັງເອີ້ນວ່າຄະນະຂົນຂວາຍສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ) ໂດຍມີສຳນັກງານໜັງສືພິມໜຸ່ມລາວ
ເປັນບ່ອນເຕົ້າໂຮມຄົມປາກກາໜຸ່ມຈາກຍອດອູຮອດຫລີຜີ. ບຸກຄົນສຳຄັນທີ່ຂັດ
ທ້າຍເຮືອສະໂມສອນນັກ
ຂຽນໜຸ່ມໃນເວລານັ້ນໄດ້ແກ່ທ່ານ ດວງດີ ອິນດາວົງ ແລະ ທ່ານ ເສລີ ພາບ ມີລະໄມ
(ທັງສອງໄດ້ລາລັບດັບຂັນຈາກພວກເຮົາໄປແລ້ວ) ບຸກຄົນທີ່ຫລຸດລັນລົງມາພາຍໃຕ້ສາຍຄາສະໂມສອນແຫ່ງດຽວກັນນັ້ນກໍມີນັກປະພັນ
ສົມສຸກ ສຸກສະຫວັດ,
ບຸນ ທະນອງ ຊົມໄຊຜົນ, ມັດສານ້ອຍ (ສີສຸກ),
ນິຕິ ໄຊຍະແສງ. ພວກທີ່ ເອີ່ຍຊື່ມານີ້ສັງກັດ ແລະ ກິນເງິນ
ເດືອນຢູ່ສຳນັກງານໜັງສືພິມໜຸ່ມ ລາວ, ສ່ວນກຳລັງແຮງທາງນອກ ນັ້ນກໍລ້ວນແລ້ວແຕ່ແມ່ນນັກປະພັນ
ນັກກະວີທີ່ສັງຄົມລາວຮັບຮູ້ເຊັ່ນ ດາວວຽງ ບຸດນາໂຄ, ທະນົງສັກ ວົງສັກດາ,
ປາກກາແດງ, ຫລ້າຄຳ ແພງ, ເທີດທູນ ທະວີໄຊ, ແກ້ວບຸນທັນ,
ແກ້ວ ກາຍະສິດ, ເຂົ້າສາລາ ຄຳ,
ລາຕີ ມີລະໄມ (ເອັນຈີ່ ສີນະຄອນ) ແລະ ຜູ້ອື່ນໆ. ນັກປະພັນນັກ
ກະວີໃຫຍ່ເຊັ່ນ ສ.ເດຊາຄຳພູ,
ສຸວັນ ທອນ ບຸບຜານຸວົງ, ຈັນທີ ເດືອນສະຫວັນ ແລະ ເຫລົ່ານັກປະພັນລືຊື່ ຈາກຄອບຄົວ ວິຣະວົງ ກໍລ້ວນແຕ່ໃຫ້ຄວາມໃກ້ຊິດຊ່ວຍເຫລືອສະໂມ
ສອນນັກຂຽນໜຸ່ມ.
ຜົນງານຈາກປາຍປາກກາຂອງສະໂມສອນ ເຊິ່ງຖືເປັນຈຸດລວມຍອດຂອງສະຕິປັນຍາ
ແລະ ອາລົມຈິດໄວໜຸ່ມໃນຄາບ “ສິນໄຊແຫ່ງຍຸກສະໄໝ” ກໍແມ່ນປຶ້ມໂຮມບົດກະວີທີ່ໃສ່ຊື່ວ່າ “ນ້ຳ ຂອງບໍ່ເຫືອດແຫ້ງຢ່າຕັດຂາດສະພານຮັກ” ກັ່ນຕອງຈາກຄວາມຮູ້ສຶກຂອງໄວໜຸ່ມລາວຕໍ່ໄພກະຫາຍ ສົງ ຄາມຂອງພວກປະຕິການຂວາຈັດໄທທີ່ບັງອາດບຽດຍຶດເຂົ້າມາດິນແດນຂອງລາວໃນເຂດ
3
ບ້ານ (ບ້ານໃໝ່, ບ້ານກາງ,
ບ້ານສະຫວ່າງ) ແຂວງໄຊຍະບູລີ ໃນປີ 1986. ປຶ້ມນີ້ເບື້ອງຕົ້ນໃສ່ຊື່ວ່າ “ຖອດງ້າວເຈົ້າອານຸ”. ພໍປ່ຽນມາເປັນຊື່ “ນ້ຳຂອງບໍ່ເຫືອດແຫ້ງຢ່າຕັດຂາດສະພານຮັກ” ນັກຂຽນໜຸ່ມບາງຄົນກໍພາກັນຂັດຂ້ອງວ່າມັນສົມອາລົມແຄ້ນ ແຕ່ສ່ວນໃຫຍ່ເຫັນວ່າຄັກແລ້ວ, ເປັນຊື່ທີ່ມີສິນ ແລະ ສາມາດສື່ເຖິງຄວາມຮັກແພງຖານບ້ານໃກ້ເຮືອນຄຽງລະຫວ່າງປະຊາຊົນລາວ
ແລະ ປະຊາຊົນໄທ ເຊິ່ງປຽບເໝືອນນ້ຳຂອງທີ່ບໍ່ມີວັນຈະເຫືອດແຫ້ງເປັນ ແລະ ບໍ່ມີເຄື່ອງມືທີ່ແຫລມຄົມໃດໆຈະຕັດມັນໃຫ້ຂາດໄດ້.
ມາມື້ນີ້ກອງປະຊຸມໃຫຍ່ຄັ້ງທີ 5 ຂອງສະມາຄົມນັກປະພັນລາວ
ໄດ້ ເລືອກເອົາທ່ານ ທອງໃບ ໂພທິສານ ເຈົ້າຂອງລາງວັນຊີໄຣ (SEAW RITE
AWARD) ນັກປະພັນ ນາມມະຍົດສິລະປິນດີເດັ່ນສາຂາວັນນະກຳເປັນປະທານກຳຈອມແຫ
ສະມາຄົມໃນຍຸກ “ດີຈີຕອນ” (Digital), ຍຸກໄອທີທີ່ກ້າວໄກໄຟ ແຮງກວ່າຍຸກ “ອານາລອກ”
(Analog) ເປີງກ່ອນແຕ່ວິນຍານ ຂອງນັກຂຽນ-ນັກປະພັນນັ້ນຢູ່ເໜືອທັງຍຸກດີຈີຕອນ
ແລະ ທັງຍຸກອານາລອກ ເພາະຍາມໃດມັນກໍເປັນເອກະ ພາບມີເປົ້າໝາຍເປັນໜຶ່ງດຽວຄື
ຂຽນເພື່ອຄວາມສົມບູນແບບຂອງ ຄົນຂອງສັງຄົມ. ຈານແຍ່ຢາກໃຫ້ ສະມາຄົມນັກປະພັນລາວສະໄໝທີ 5 ນີ້ ປະຕິບັດໄດ້ຄືເນື້ອໃນບົດກະວີ ອຳມະຕະ “ພິກແຜ່ນດິນ ປີ້ນແຜ່ນ ຟ້າ ຢາກເຫັນໜ້າໃຫ້ເບິ່ງຫລັງ” ຂອງນັກກະວີອາວຸໂສດາວຄ້າງຟ້າ, ສ.ເດຊາຄຳພູ. ຄືຢາກໃຫ້ທົບທວນ ຫວນຄືນວິທີການເຄື່ອນໄຫວຂອງ ສະໂມສອນນັກຂຽນໜຸ່ມ-ການ
ເຄື່ອນໄຫວຂອງສະມາ ຄົມໃນໄລຍະ ກ່ອນໆແລ້ວຖອດເປັນບົດຮຽນ ເພື່ອ
ສ້າງຄວາມດຸ່ນດ່ຽງລະຫວ່າງຍຸກ ວັນນະກຳໃນໜ້າປຶ້ມ-ໃນບົດໜັງສື ພິມກັບຍຸກ “ໜ້າຈໍ” ອອນລາຍສຳລັບເຫລົ່ານັກປະພັນແລ້ວບໍ່ມີ
“ໜ້າຈໍ” ຈະບໍ່ສາມາດກິນແຕ້ມ
“ໜ້າຈິງ”. ການພົບພໍ້ກັນໜ້າຕໍ່ໜ້າ, ເວົ້າກັບປາກຕໍ່ປາກນັ້ນມີຄວາມສຳຄັນ ກວ່າຕ່າງຄົນຕ່າງຢູ່ໃຜຢູ່ມັນແລ້ວພາ
ກັນຫລິ້ນກັບໜ້າຈໍໂດຍອ້າງວ່າມີເວລາໜ້ອຍ, ຂຽນລົງໜ້າຈໍກໍພໍ ແລ້ວ. ຄິດແນວນີ້ບໍ່ຖືກປານໃດ. ດັ່ງນັ້ນ
ພວກເຮົາເຫລົ່ານັກປະພັນຄວນມີວິທີຈອດຊ່ອງຫວ່າງອາຍອຸ່ນ ແລະ ວິນຍານສິນທີ່ພວມຖືກຄື້ນສັງຄົມອອນລາຍລົບກວນລົງເທື່ອລະກ້າວໃຫ້ໄດ້.
No comments:
Post a Comment