ມີຫລາຍໆຄັ້ງເມື່ອຂ່າວຄາວສຳຄັນບາງເລື່ອງຂາດວັກຂາດຕອນໄປ, ຈານແຍ່ກໍມັກຈະຕັ້ງຂໍ້ສົງໄສຂຶ້ນໂລດວ່າຕົນເອງຕົກຂ່າວ ຫລື ບໍ່ ?. ຕົກຂ່າວແປວ່າບໍ່ຮູ້ທັນເຫດການ ຫລື ຈະເອີ້ນວ່າຫລ້າຫລັງ (ດ້ານຂ່າວ) ກໍວ່າໄດ້. ແຕ່ມັນກໍບໍ່ໜ້າຈະເປັນແນວນັ້ນ ເພາະແຕ່ລະວັນນັ້ນ ຈານແຍ່ມີໜັງສືພິມລາຍວັນທັງພາສາລາວ ແລະ ພາສາຕ່າງປະເທດຈຳນວນ 6 ສະບັບ ນັບວ່າເປັນຄົນໂຊກດີຜູ້ໜຶ່ງທີ່ມີໂອກາດເຂົ້າເຖິງແຫລ່ງຂ່າວໄດ້ຫລາຍພໍສົມຄວນ. ມີຂ່າວໜຶ່ງທີ່ຂາດຫາຍໄປດົນສົມຄວນຈົນພາໃຫ້ຕັ້ງຄຳຖາມວ່າ “ຕົກຂ່າວ ຫລື ບໍ່ ?” ກໍຄືເລື່ອງເຄື່ອງນຸ່ງ ປະຈຳຊາດປະເພດເສື້ອທີ່ຫລາຍຄົນ ຖາມຫາວ່າໄປຮອດໃສແລ້ວ. ທີ່ບັນຫານີ້ມີຄົນສົນໃຈຫລາຍກໍເພາະວ່າພວກເຮົາໄດ້ກ້າວເຂົ້າປະຕູປະຊາຄົມອາຊຽນໄປແລ້ວ. ບາດລ້ຽວ ແຫ່ງການເຊື່ອມໂຍງພາກພື້ນ ແລະ ສາກົນໄດ້ໂປໂລຂຶ້ນມາຕໍ່ໜ້າຕໍ່ຕາ ພວກເຮົາຈະໃສ່ເກຍເຕົ່າຢູ່ກໍຄົງບໍ່ທັນກິນນຳເພິ່ນ. ເລື່ອງເສື້ອຜ້າປະຈຳຊາດນີ້, ຕາມຂ່າວທີ່ໄດ້ຮັບເຫັນວ່າ ພວກເຮົາໄດ້ “ເຍີກ” ກັນມາຫລາຍເທື່ອແລ້ວ ເທື່ອຫລັງສຸດກໍຜ່ານໄປສາມ-ສີ່ປີ ແຕ່
ແປກທີ່ຮອດປານນີ້ ມັນຍັງບໍ່ຄອດອອກມາ. ຈານແຍ່ ໝາຍເຖິງການ “ຄອດ”ທີ່ມີໝໍຕຳ ແຍຊ່ວຍຄັກແນ່ ແປວ່າມີການປະ ກາດຮັບຮອງເອົາຢ່າງເປັນທາງການ ແລະ ເປັນເອກະພາບກັນນຸ່ງ ທົ່ວປະເທດ, ເຊັ່ນດຽວກັບເສື້ອບາ ຕິກ (Batik) ຂອງອິນໂດເນເຊຍ- ມາເລເຊຍ... ຫລື ເສື້ອບາຣອນ (Baron) ຂອງຟີລິບປິນ. ຈຳໄດ້ ວ່າຂ່າວເລື່ອງການອອກແບບເສື້ອປະຈຳຊາດລາວພວກເຮົານັ້ນມີຂັ້ນ ຕອນຄັກແນ່ ແລະ ມີຫລາຍພາກສ່ວນຮັບຜິດຊອບ ໂດຍສະເພາະກໍ ແມ່ນກຸ່ມຄົນທີ່ມີຄວາມຊຳນິຊຳນານ ເລື່ອງອາພອນເພດ, ການເອ້ ແລະ ວາດຊົງຂອງລາວເຮົາ, ໃນນັ້ນມີທັງ ກົມທີ່ກ່ຽວຂ້ອງຂອງກະຊວງການ ຕ່າງປະເທດ. ເຄື່ອງນຸ່ງປະຈຳຊາດຂອງຫລາຍປະເທດນັ້ນຈະເນັ້ນເສື້ອ ເປັນກົກ, ສ່ວນແມ່ຍິງລາວນັ້ນ ລວມ ທັງສິ້ນພ້ອມ. ທີ່ເລື່ອງການອອກ ແບບເຄື່ອງນຸ່ງປະຈຳຊາດ “ເຍີກ” ແລະ “ຢຸດ” ນີ້ພາໃຫ້ມີຄົນຄິດໄປ ຕ່າງໆນາໆວ່າເປັນຍ້ອນຍັງຊອກ ແບບບໍ່ທັນໄດ້ບໍ ? ຍ້ອນຄວາມບໍ່ເປັນເອກະພາບບໍ ? ຫລື ຍ້ອນວ່າ ລາຄາມັນຊິແພງບໍ ? (ເພາະກຳນົດ ວ່າຕ້ອງເປັນເສື້ອທີ່ເຮັດດ້ວຍຜ້າໄໝ ລາວ). ມີບາງຄົນຄິດສັ້ນໄປຮອດ ບ່ອນວ່າຖ້າມີເຄື່ອງນຸ່ງປະຈຳຊາດ ແລ້ວ ຢ້ານວ່າຕະຫລາດເຄື່ອງນຸ່ງ (ຊຸດສາກົນ) ຫລື ອື່ນໆ ຊິເຈັ້ງຊັ້ນບໍ.
ການມີເຄື່ອງນຸ່ງປະຈຳຊາດ ນັ້ນແມ່ນໜຶ່ງໃນບັນດາເປົ້າໝາຍ ສ້າງ ແລະ ອະນຸລັກຮັກສາເອກະລັກ ທາງດ້ານຮີດຄອງປະເພນີການນຸ່ງ ຖືຂອງລາວເຮົາເອົາໄວ້. ເອກະລັກ ດັ່ງກ່າວຍິ່ງມີຄວາມສຳຄັນໃນຍຸກ ເຊື່ອມໂຍງ. ແມ່ນແຕ່ເສື້ອບາຕິກ ເຊິ່ງຄົນວົງນອກຖືວ່າມາຈາກເຄົ້າ ດຽວກັນນັ້ນກໍຍັງມີຄວາມແຕກຕ່າງ ມີເອກະລັກສະເພາະ ເຊິ່ງທັງອິນໂດ ເນເຊຍ ແລະ ມາເລເຊຍຕ່າງກໍອ້າງ ວ່າຕົນເປັນເຈົ້າຕຳຫລັບບາຕິກຂະ ໜານແທ້ ແລະ ດັ້ງເດີມ. ປະຊາຄົມ ອາຊຽນປະກອບດ້ວຍສາມເສົາຄ້ຳ, ເສົາຄ້ຳການເມືອງ ແລະ ຄວາມໝັ້ນ ຄົງ, ເສົາຄ້ຳທາງເສດຖະກິດ ຫລື ເອ ອີຊີ (ທີ່ຖືເປັນເຈົ້າອອກໜ້າພາ ທາງ) ແລະ ເສົາຄ້ຳທາງສັງຄົມ ແລະ ວັດທະນະທຳ. ຈານແຍ່ວ່າ ເຄື່ອງນຸ່ງປະຈຳຊາດນີ້ຄົງຈັດຢູ່ໃນ ສຳມະໂນຄົວປະຊາຄົມສັງຄົມ-ວັດ ທະນະທຳອາຊຽນ ແລະ ຖ້າເຮັດໄດ້ ດີມັນກໍຈະປະກອບສ່ວນເປັນກຳລັງ ແຮງໃຫ້ເອອີຊີອີກດ້ວຍ ເພາະຊາວ ອາຊຽນໃຜໆກໍຄົງຈະສົນໃຈຊື້ເຄື່ອງ ນຸ່ງທີ່ເປັນເອກະລັກຂອງແຕ່ລະຊະ ນິດໄວ້ນຸ່ງ ຫລື ເປັນສິ່ງລະລຶກ. ຈານ ແຍ່ໄປອິນໂດເນເຊຍ-ມາເລເຊຍ ແລະ ຟີລິບປິນເທື່ອໃດ ປະບໍ່ໄດ້ຕ້ອງ ໄດ້ຊື້ເສື້ອບາຕິກ, ເສື້ອບາຣອນມາ ນຸ່ງເອງ ແລະ ຢາຍໝູ່. ເສື້ອປະຈຳ ຊາດລາວເຮົາແນ່ນອນຄົງບໍ່ຫລຸດ ແຕ້ມໃຫ້ປະເທດອື່ນ, ສຳຄັນຂໍໃຫ້ ມັນອອກມາໄວໆ, ຖ້າອອກແລ້ວກໍ ຄວນປະກາດໃຫ້ທຸກຄົນຮູ້ ພ້ອມທັງ ກຳນົດຄັກແນ່ວ່າເວລາໃດ, ໃນງານ ລະດັບໃດທີ່ຕ້ອງນຸ່ງເສື້ອປະຈຳ ຊາດ. ສຳຄັນໄປກວ່ານັ້ນອີກກໍແມ່ນ ລາຄາຄືໃຫ້ມັນພໍດ້າມພໍດີ, ຖ້າແພງ ໂພດຜູ້ຊື້ກໍຈະປຽບທຽບກັບລາຄາ ເຄື່ອງນຸ່ງນຳເຂົ້າ. ຈານແຍ່ວ່າບໍ່ ຄວນກຳນົດວ່າເສື້ອປະຈຳຊາດ ຕ້ອງເຮັດດ້ວຍຜ້າໄໝລາວ ເພາະຜ້າ ໄໝລາວນັ້ນຍັງມີລາຄາແພງຢູ່ ແລະ ຜະລິດໄດ້ໜ້ອຍ. ເສື້ອບາຕິກ ແລະ ເສື້ອບາຣອນນັ້ນມີທັງເຮັດດ້ວຍແພ ຝ້າຍທຳມະດາລາຄາຖືກໆ, ເສື້ອບາ ຣອນກໍມີປະເພດແພຝ້າຍທຳມະດາ, ແພນິລົງ (ໄນລອນ), ແພເຮັດຈາກ ໄຍໝາກນັດ, ໄຍກາບກ້ວຍ ແລະ ອື່ນໆ. ຈິງຢູ່ທີ່ວ່າຖ້າກຳນົດໃຫ້ໃຊ້ຜ້າ ໄໝລາວມັນກໍຈະຊຸກຍູ້ໃຫ້ຄົນປູກ ມອນ ແລະ ລ້ຽງມ້ອນຫລາຍຂຶ້ນ, ແຕ່ຈານແຍ່ວ່າມັນຈະເປັນຂໍ້ກຳນົດ ທີ່ຕາຍໂຕໂພດ, ຂໍໃຫ້ຄິດເລື່ອງລາ ຄາຖືກ ແລະ ຄວາມສາມາດວາງ ຕະຫລາດໃຫ້ໄດ້ຫລາຍໆໄວ້ກ່ອນ, ບໍ່ຊັ້ນມັນກໍຈະເປັນຄືກໍລະນີສິ້ນໄໝ ປອມລາຄາຖືກຈາກຕ່າງປະເທດ ເຂົ້າມາຍາດຕະຫລາດສິ້ນໄໝລາວ ນັ້ນແລ !.
No comments:
Post a Comment