ສຳລັບຜູ້ຕິດຕາມຂ່າວກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ແລະ 29
ຢູ່ປະເທດພວກເຮົາ ຫວ່າງຢ່ານີ້, ຫາກຖືກຖາມວ່າໄດ້ເຫັນພາບຫຍັງຫລາຍກວ່າໝູ່ກ່ຽວກັບກອງປະຊຸມຕາມໜ້າໜັງສືພິມ
ກໍຄືໃນລາຍການຂ່າວໂທລະພາບ ?
ຄຳຕອບຄົງຈະເປັນເອກະພາບກັນວ່າ “ຮູບບັນດາຜູ້ນຳກອງປະ ຊຸມປະສານສອດກອດເກາະແຂນກັນແບບອາຊຽນ” ຖ່າຍຮູບໄວ້ເພື່ອເປັນ ຫລັກຖານແຫ່ງຜົນສຳເລັດຂອງ ກອງປະຊຸມ
ນັບແຕ່ກອງປະຊຸມ ເຈົ້າໜ້າທີ່ອາວຸໂສ, ກອງປະຊຸມ ສຸດຍອດຕົ້ນຕໍ ແລະ ກອງປະ ຊຸມສຸດຍອດກັບແຕ່ລະຝ່າຍ.
ການຈັບມືກັນແບບຕ່ອງໂສ້ ໂດຍໄຂ່ວແຂນ ແລະ ກຸມມືກັນນີ້
ເບິ່ງເປີດບໍ່ເປັນຈັກເທື່ອ, ນອກ
ຈາກຈະງາມຕາແລ້ວ ຍັງສື່ຄວາມໝາຍເຖິງການປະສານສອດກອດກ້ຽວຄວາມສຳພັນວ່າ “ເປັນນ້ຳໜຶ່ງໃຈດຽວ” “ເດີນ ໜ້າພ້ອມກັນ”
“ເປັນຕາຍຮ່ວມກັນ” ແລະ ອີກຫລາຍໆຄວາມໝາຍ. ຈານແຫຍ່ເອງຄາວຍັງເປັນພະນັກງານນັ້ນໄດ້ເຄື່ອນໄຫວວຽກງານໃນຂອບອາຊຽນຖີ່ສົມຄວນແຕ່ບໍ່ເຄີຍໄດ້ຈັບມືກັນແບບເກາະຕ່ອງຄືແນວນີ້ຈັກເທື່ອ
ເພາະການຈັບມືລັກສະນະນີ້ມີຂຶ້ນ ໃນຊຸມປີໃກ້ໆກັບໄລຍະສ້າງປະຊາຄົມອາຊຽນນັ້ນເອງ. ຈານແຫຍ່ຢາກຮູ້ເຕັມທີວ່າແມ່ນໃຜອອກແບບການຈັບມືແບບປະສານສອດກອດກ້ຽວກັນແນວນີ້
ທີ່ໄດ້ກາຍມາເປັນເອກະລັກຂອງອາຊຽນໂດຍສະເພາະ, ອົງການຈັດຕັ້ງລະດັບພາກພື້ນ ແລະ ສາ ກົນກຸ່ມອື່ນໆບໍ່ຈັບມືກັນແບບນີ້ ບໍ່ວ່າຈະເປັນ
ຈີ-20
(G-20), ຈີ-7, ເອເປັກ ແລະ
ອື່ນໆ. ອາຊຽນຂອງພວກເຮົານີ້ມີແນວແປກໆໃໝ່ໆ ເບິ່ງແຕ່ກາໝາຍ
ເຊິ່ງເປັນຮູບຮວງເຂົ້າສິບມັດຮັດເຂົ້າເປັນໜຶ່ງດຽວກໍມີຄວາມໝາຍກໍພໍແລ້ວ. ທ່ານຜູ້ອ່ານລອງຄິດເບິ່ງວ່າຈະເສຍເວລາຫລາຍປານໃດຖ້າຜູ້ນຳອາຊຽນໃນກອງປະຊຸມຕ້ອງໄດ້ຍ່າງໄປສຳຜັດມືກັນແບບແຕ່ລະຄົນ
?.
ດັ່ງ ນັ້ນການຈັບມືແບບປະສານສອດກອດກ້ຽວແຂນກັນນີ້ມັນທັງປະຢັດເວລາ, ທັງໄດ້ໃຊ້ງານທັງສອງຝາມື. ແຕ່ກໍຄືວ່າຫັ້ນລະທ່ານຜູ້ອ່ານ, ຮູບແບບການຈັບມືແບບອາຊຽນນີ້ ເມື່ອໃຜເຫັນຕ່າງກໍຕິດໃຈຄືແນວນີ້ມັນກໍເລີຍມີການຮຽນແບບກັນຢ່າງແຜ່ຫລາຍ.
ດຽວນີ້ ຜູ້ແທນກອງປະຊຸມຢູ່ບ້ານເຮົາຕ່າງກໍໃຊ້ວິທີຈັບມືແບບອາຊຽນ, ລາມລົງໄປຮອດກອງປະຊຸມຊາວໜຸ່ມ-ແມ່ຍິງ, ຄະນະກອງທຶນພັດທະນາບ້ານກໍ ຈັບມືແບບດຽວກັນນີ້ ແລະ ເຊື່ອວ່າການຈັບມືແບບອາຊຽນຍັງຈະແຜ່ໄປຮອດເຂດຫ່າງໄກສອກ
ຫລີກ. ແນວວ່າວິທີດີໆໃຜກໍນິຍົມ ແລະ ຈານແຫຍ່ກໍບໍ່ເຄີຍໄດ້ຍິນວ່າທາງອາຊຽນໄດ້ສະຫງວນລິຂະສິດຫ້າມຄົນອື່ນຮຽນແບບ.
ຈານແຫຍ່ກ່າວມາຍາວຍືດໃນຫົວຂໍ້ດຽວ ແຕ່ເລື່ອງຢາກເວົ້າກໍມີຂໍ້ດຽວເຊັ່ນກັນຄືໃນເມື່ອພວກເຮົານິຍົມຊົມຊອບ
ແລະ ນຳໃຊ້ຮູບແບບຈັບມືຂອງອາຊຽນຄືແນວນີ້ ພວກເຮົາຄວນເຮັດໃຫ້ດີ, ຄວນຝຶກກັນໃຫ້ຄ່ອງແຄ້ວ, ຢ່າຄິດວ່າມັນເປັນຂອງງ່າຍປານປອກກ້ວຍປ່ອນເຂົ້າປາກ. ຕາມສັງເກດ, ຈານແຫຍ່ເຫັນວ່າຫລາຍຄົນຍັງເກີ້ເຂີນເວລາຈັບມືກັນແບບອາຊຽນ, ບໍ່ຮູ້ວ່າຈະເອົາແຂນໃດທັບແຂນໃດ, ແຂນຂວາທັບແຂນຊ້າຍ ຫລື ແຂນຊ້າຍທັບແຂນຂວາ, ເວລາກຸມມືກັນກໍ ລັ້ງໆລໍໆວ່າຄວນໃຫ້ໃຜຈັບກ່ອນ ແລະ
ຜູ້ຢູ່ສົ້ນສຸດເດ,
ແຂນເບື້ອງໜຶ່ງຊິເອົາໄວ້ໃສ ? ເອົາຢ່ອນລົງ ທາງຂ້າງ ຫລື ຈະຍົກຂຶ້ນມາໄຂ່ວເອິກ ? ເວລາເລີ່ມຈັບມືທຳອິດຈານແຫຍ່ກໍສັງເກດເຫັນສະພາບເກີ້ເຂີນ. ແຕ່ໃນກອງປະຊຸມສຸດຍອດອາຊຽນນັ້ນ, ຜູ້ນຳແຕ່ລະຄະນະຜູ້ແທນເຮັດໄດ້ດີຄືຕ້ອງລໍຖ້າຜູ້ເປັນປະທານເຊິ່ງຢືນຢູ່ກາງໝູ່ເປັນຜູ້ເລີ່ມພາໝູ່ຈັບແລ້ວຜູ້ອື່ນໆຈັງເຮັດຕາມ, ເຮັດແນວນີ້ ເປັນລະບຽບ ແລະ ເບິ່ງງາມ. ແຕ່ ກົງກັນຂ້າມການຮຽນແບບແບບດິບໆແດງໆໃນກອງປະຊຸມຂັ້ນຕ່າງໆຢູ່ບ້ານເຮົານັ້ນບໍ່ຄ່ອຍຈະເປັນລະບຽບເຊັ່ນການໄຂ່ວແຂນມີສະພາບສັບສົນເປັນວຸ້ນໆປ່ຽນໄປປ່ຽນມາເບິ່ງຄືເຮັດ
ຫລິ້ນ,
ບາງຄັ້ງກາຍເປັນສາກຕະຫລົກ, ຜູ້ເຕ້ຍຖືກແຂນຜູ້ສູງດຶງຂຶ້ນຈົນຕີນຊິຫວິດດິນ. ຈານແຫຍ່ ວ່າ ຄັນຮຽນແບບກໍຕ້ອງຮຽນໃຫ້ມັນຖືກ, ຖ້າເຮັດບໍ່ຖືກກໍຄວນຄືນໄປຈັບມືແບບເກົ່າຈະດີກວ່າ, ດີກວ່າຈະເປັນເລື່ອງເຫີ່ລ້າໆລະອາຍຊາດເພິ່ນ !.
No comments:
Post a Comment