ຈານແຫຍ່ໄດ້ຮັບຂ່າວເສົ້າ ໃນຕອນເຊົ້າຂອງວັນທີ 19 ເດືອນພະຈິກຜ່ານມາ ກ່ຽວກັບການເຖິງ
ແກ່ກຳຂອງ ທ່ານ ຟີແດນ ກາສໂຕຼຣຸສ ອະດີດຜູ້ນຳພັກ-ລັດສູງສຸດຂອງປະຊາຊົນກູບາອ້າຍນ້ອງ.
ສຳລັບຊາວໂລກທີ່ກ້າວໜ້າ ແລະ ຮັກຫອມສັນຕິພາບແລ້ວ, ທ່ານ ຟີແດນ ແມ່ນ ດາວດວງເດັ່ນທີ່ໃສແຈ້ງແຫ່ງຂະບວນການປະຕິວັດເພື່ອທັບມ້າງຊີກໂສ້ຂອງລະບອບຂູດຮີດ
ເພື່ອປົດປ່ອຍມະນຸດ ຊາດອອກຈາກແອກຄອບຄອງຂອງອິດທິກຳລັງຈັກກະພັດ ກໍຄືພວກລ່າຫົວເມືອງຂຶ້ນທັງເກົ່າ
ແລະ ໃໝ່. ຕໍ່ມາກໍມີຂ່າວກ່ຽວກັບສານຂອງຜູ້ນຳພັກ-ລັດ
ພວກເຮົາ ເພື່ອສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານປະທານ
ຟີແດນ. ຕໍ່ມາອີກໃນວັນທີ 29 ເດືອນພະຈິກ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານ ປະ ເທດ ແຫ່ງ ສປປ ລາວ ກໍໄດ້ລົງນາມປຶ້ມໄວ້ອາໄລເຖິງດວງວິນຍານຂອງທ່ານປະທານ
ຟີແດນ. ທັງໝົດທັງປວງເຫລົ່ານີ້ ຈານແຫຍ່ຄິດວ່າບັນດາທ່ານຜູ້ອ່ານຄົງໄດ້ຕິດຕາມມາແລ້ວເປັນຢ່າງດີ.
ຫວ່າງສອງມື້ຫລັງ,
ນັກໜັງສືພິມອາຍຸລຸ້ນຫລາຍຄົນໜຶ່ງ ຕັ້ງໜ້າຕັ້ງຕາຖາມຈານແຫຍ່ວ່າ
ຈະມີບົດຂຽນໃດໜຶ່ງບໍ່ ກ່ຽວກັບທ່ານປະທານ ຟີແດນ ?. ຄຳຖາມນີ້ເຮັດໃຫ້ຈານແຫຍ່ງົງໄປຫລາຍເຕີບ, ງົງກໍເພາະຊອກບໍ່ໄດ້ໄງ້ບໍ່ເຫັນວ່າຈະຂຽນເລື່ອງໃດເປັນພິເສດພິເສດກ່ຽວກັບທ່ານ
ປະທານ ຟີແດນ. ຖ້າຈະຂຽນ ກ່ຽວກັບຄວາມຮູ້ສຶກກໍຈະສາມາດບອກໄດ້ພຽງວ່າມີຄວາມໂສກເສົ້າເສຍດາຍ
ແລະ ຂໍບິແບ່ງຄວາມ ທຸກໂສກນີ້ຮ່ວມກັບຊາວກູບາອ້າຍນ້ອງ, ເສຍດາຍທີ່ໂລກໄດ້ເສຍຜູ້ນຳທີ່ແຂງກວ່າເພັດເດັດກວ່າເຫລັກກ້າຄົນໜຶ່ງຂອງໂລກ. ທ່ານ
ຟີແດນ ແມ່ນຄົນໜຶ່ງທີ່ທາມ (Time)
ວາລະສານທີ່ມີຊື່ສຽງ ຂອງ ສ.ອາເມລິກາ ໄດ້ຈັດໃຫ້ເປັນບຸກຄົນແຫ່ງສະຕະວັດທີ
20. ຖ້າຈະໃຫ້ຂຽນກ່ຽວກັບຊີວະປະຫວັດຂອງທ່ານ ຟີແດນ ມັນກໍຈະເປັນການຊ້ຳຊາກກັບເລື່ອງທີ່ຫລາຍທ່ານພໍກຳໄດ້ຢູ່ແລ້ວ.
ແຕ່ສິ່ງທີ່ພໍເກັບມາເລົ່າສູ່ທ່ານຜູ້ຟັງໄດ້ໃນບົດນີ້ ກໍຄືເລື່ອງເບົາໆບາງໆກ່ຽວກັບທ່ານປະທານ
ຟີແດນ ແຕ່ມັນເປັນເລື່ອງທີ່ຈານແຫຍ່ຈື່ບໍ່ລືມ. ໃນກາງປີ 1986 ທີ່ຫໍປະຊຸມສາກົນ
ຢູ່ນະຄອນຫລວງລາຮາວານ ກູບາ,
ຈານແຫຍ່ ແລະ ຜູ້ແທນນັກສຶກສາຈາກກວ່າ 100 ປະເທດ
ໄດ້ມີໂອກາດເຫັນທ່ານປະທານ ຟີແດນ ສົດໆໃນ ໄວ 59 ປີ, ທ່ານມີຄຳເຫັນຕໍ່ກອງປະຊຸມເປັນເວລາ 3 ຊົ່ວໂມງ ໂດຍບໍ່ອ່ານເຈ້ຍ ແຕ່ເວົ້າໄດ້ຢ່າງ
ເປັນລະບົບນັບແຕ່ເລື່ອງກິໆກີໆ ຮອດບັນຫາລະດັບໂລກ. ສຳນຽງສຽງປາກຂອງທ່ານເຂັ້ມຂຸ້ນຄ້າຍສຽງອອກຄຳສັ່ງໃນສະໜາມຮົບ
ແຕ່ມີບາງວັກບາງຕອນອ່ອນຊ້ອຍຂຶ້ນໆລົງໆເປັນຈັງຫວະຄ້າຍກັບສຽງດົນຕີ.
ທ່ານປະທານເວົ້າເຖິງຄວາມໂຫດຮ້າຍປ່າເຖື່ອນຂອງລະບອບຄົນຂູດຮີດ. ເອົາລັດເອົາປຽບຄົນ.
ແຕ່ມີຕອນໜຶ່ງທ່ານປະທານເວົ້າວ່າ: “ ສິ່ງເສດເຫລືອທີ່ດີທີ່ພວກຈັກກະພັດປະໄວ້ໃຫ້ພວກເຮົານັ້ນ
ຄືພາສາອັງກິດ,
ເມື່ອເວລາຂ້າພະເຈົ້າພົບປະກັບທ່ານ ອັງເດຼໂກຼ ມິໂກ
ຢູ່ມົດສະກູນັ້ນ ພວກຂ້າພະເຈົ້າທັງສອງໃຊ້ພາສາອັງກິດນຳ ກັນ” ທ່ານ ອັງເດຼໂກຼມິໂກ ແມ່ນລັດຖະມົນຕີກະຊວງການຕ່າງປະເທດ ແລະ
ຕໍ່ມາໄດ້ເປັນປະທານປະເທດສະຫະພາບໂຊຫວຽດ. ຄຳເວົ້າປະໂຫຍກນີ້ຂອງ ທ່ານປະທານ ຟີແດນ ໄດ້ຮຽກສຽງຫົວດັງລະງົມໄປທົ່ວຫ້ອງປະຊຸມ.
ນອກຈາກເລື່ອງທີ່ຈານ ແຫຍ່ໄດ້ຍິນເອງຈາກປາກທ່ານປະທານແລ້ວ, ກໍຍັງມີເລື່ອງເລົ່າຈາກເພື່ອນນັກສຶກສາລາວຢູ່ກູບາ ທີ່ບອກວ່າ
ທ່ານປະທານ ຟີແດນ ນັ້ນ ເພິ່ນເປັນຄົນມະຫາຊົນ, ເພິ່ນມີວາທະສິນເປັນເລີດ ແຕ່ຫລາຍຄັ້ງມັກເວົ້າຫລິ້ນ, ເວົ້າຢອກໄຍ. ເວລາພົບກັບນັກສຶກສາຕ່າງປະເທດເທື່ອໃດນອກຈາກການເວົ້າຈາແບບເປັນການເປັນງານແລ້ວເພິ່ນຍັງມັກຖາມວ່າ
“ມີຊູ້ມີແຟນຄົນກູບາແລ້ວບໍ່ ?”.
ສິ່ງທີ່ຈານແຫຍ່ຕື່ນເຕັ້ນແຮງຈາກການໄປຮ່ວມກອງປະຊຸມຢູ່ກູບາໃນປີນັ້ນ ກໍຄືຂອງຂວັນ
ເຊິ່ງຄະນະຮັບຜິດຊອບບອກວ່າທ່ານປະທານ ຟີແດນ ຝາກໃຫ້. ມັນເປັນຖົງດິນຊາຍໜັກຂະໜາດ 200 ກຼາມ
ບັນຈຸໃນຫໍ່ປະລາສະຕິກໃສໆແນມເຫັນເມັດຊາຍສີຂາວງາມ, ຢູ່ດ້ານນອກຂອງຫໍ່ມີຂໍ້ຄວາມວ່າ “ດິນຊາຍຈາກຫາດຊາຍກິຣົງ”. ຫາດຊາຍວິລະຊົນບ່ອນທີ່ກຳລັງປະຕິວັດກູບາຊຸທັ່ງ ກຳລັງປະຕິການລົງນ້ຳທະເລ ເປັນຄັ້ງສຸດທ້າຍ
ເມື່ອປະມານເກືອບ 60 ປີຜ່ານມາແລ້ວ. ນີ້ຄືຄວາມຊົງຈຳນ້ອຍໆຂອງຈານແຫຍ່ກ່ຽວກັບກູບາກ່ຽວກັບຊື່ສຽງຮຽງນາມຂອງປະທານ
ຟີແດນ ທີ່ລືມບໍ່ລົງຈັກເທື່ອ.
No comments:
Post a Comment