ກະຊວງໂຍທາທິການ ແລະ
ຂົງສົ່ງໃຫ້ຮູ້ິວ່າ: ພາຍຫລັງປະ ເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນ
ສປປ ລາວ,
ສູນກາງພັກ ແລະ ລັດຖະບານ ອັນມີປະທານ ໄກສອນ ພົມວິຫານ
ທີ່ເຄົາລົບຮັກໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມຂອງຊາດເຮົາໃນໄລຍະໃໝ່
ແນໃສ່ຮຳບາດແຜສົງຄາມ ແລະ
ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ກັບຄືນສູ່ສະພາບປົກກະຕິ.
ພ້ອມດຽວກັນນັ້ນສູນກາງພັກ ແລະ
ລັດຖະບານ
ກໍໄດ້ຄົ້ນຄວ້າວາງຍຸດທະສາດການພັດທະນາປະເທດເຮົາໃນສະເພາະໜ້າ ແລະ ຍາວນານ
ໃນນີ້ຍຸດທະສາດທີ່ສຳຄັນອັນໜຶ່ງແມ່ນການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ,
ເຮັດໃຫ້ປະເທດເຮົາມີເສັ້ນທາງເຊື່ອມຈອດກັບບັນດາປະເທດສັງຄົມນິຍົມຕາມຈິດໃຈຊີ້ນຳທີ່ວ່າ:
ຕ້ອງຫັນໄປທິດຕາເວັນອອກ. ອີງຕາມຍຸດທະສາດດັ່ງກ່າວນັ້ນ, ສູນກາງພັກ
ແລະ ລັດຖະບານເຮົາ ຈຶ່ງໄດ້ເຈລະຈາກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກ່ອນອື່ນໝົດແມ່ນສຸມໃສ່ສ້າງເສັ້ນທາງລົດ, ໃນນັ້ນຈຸດສຸມນ້ຳເບີໜຶ່ງແມ່ນທາງເລກ
9. ພ້ອມກັນນັ້ນ ກໍຍົກລະດັບເສັ້ນ ທາງເລກ 12, ເລກ 8, ເລກ 7 ແລະ 6. ໃນເວລາດຽວກັນນັ້ນ ສູນກາງພັກ
ກໍໄດ້ຄົ້ນຄວ້າກ່ຽວກັບການສ້າງເສັ້ນທາງລົດໄຟ
ຍ້ອນເຫັນວ່າປະເທດເຮົາເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລຈະອີງໃສ່ແຕ່ການຂົນສົ່ງທາງລົດເຫັນວ່າຈະມີການສິ້ນເປືອງຫລາຍ.
ຈາກນັ້ນ ພວກເຮົາຈຶ່ງໄດ້ມີແຜນສົ່ງຄົນໄປຮຽນກ່ຽວກັບທາງລົດໄຟນີ້ຕັ້ງແຕ່ຫົວທີ, ແຕ່ເປັນໜ້າເສຍດາຍວ່າໃນເວລານັ້ນບໍ່ມີປະເທດສັງຄົມນິຍົມໃດຕົກລົງໃຫ້ການຊ່ວຍເຫລືອພວກເຮົາໃນການສ້າງເສັ້ນທາງລົດໄຟຈຳເປັນພວກເຮົາກໍຕ້ອງໄດ້ໂຈະໂຄງການທາງລົດໄຟນີ້ໄວ້ກ່ອນ.
ພາຍຫລັງແນວຄວາມຄິດຂອງການນຳພວກເຮົາກ່ຽວກັບການສ້າງທາງລົດໄຟບໍ່ສາມາດປາກົດເປັນຈິງໄດ້ໃນໄລຍະຕົ້ນຂອງ
ສປປ ລາວ, ພວກເຮົາກໍໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງທາງບົກ
ເຊິ່ງອັນນີ້ໄດ້ມີຄຸນປະໂຫຍດອັນໃຫຍ່ຫລວງຕໍ່ການຊຸກຍູ້ການຜະລິດ, ການຈໍລະຈອນ
ແລະ ການເຊື່ອມຈອດກັບບັນດາປະເທດໃກ້ຄຽງ.
ອີງໃສ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ການພົວພັນຮ່ວມມືກັບພາກພື້ນ ແລະ
ສາກົນທີ່ນັບມື້ນັບຂະຫຍາຍຕົວນັ້ນ, ສູນກາງພັກ ແລະ ລັດຖະບານພວກເຮົາ
ຈຶ່ງໄດ້ມີນະໂຍບາຍຫັນປະເທດພວກເຮົາຈາກສະຖານະພາບທີ່ເປັນປະເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງ.
ອັນນີ້ແມ່ນຍຸດທະສາດທີ່ເຫັນກວ້າງມອງໄກຂອງພັກ ແລະ ລັດເຮົາ, ທັງສອດຄ່ອງກັບວິວັດທະນາການແຫ່ງການພັດທະນາຂອງສັງຄົມມະນຸດ.
ການນຳຂອງພັກ ແລະ ລັດເຮົາເຫັນວ່າ: ໃນສະພາບການໃໝ່ແຫ່ງການຂະຫຍາຍຕົວຢູ່ໃນປະເທດເຮົາ
ກໍຄືການພົວພັນກັບຕ່າງປະເທດນັບມື້ນັບຂະຫຍາຍຕົວຄືດັ່ງທີ່ກ່າວນັ້ນ, ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ມີແຜນນະໂຍບາຍສະເໜີກັບ ສປ ຈີນ
ເພື່ອສ້າງທາງລົດໄຟເຊື່ອມຕໍ່ກັນ. ໃນເວລານັ້ນ (ລະຫວ່າງປີ 2001-2002) ການນຳຂອງຈີນໄດ້ມີຄວາມເຫັນວ່າ:
ໃນເວລານີ້ຍັງບໍ່ທັນເໝາະສົມເທື່ອ. ເຖິງຢ່າງນັ້ນກໍຕາມ, ຫລາຍປີຕໍ່ມາ
ການນຳຂອງພັກ ແລະ ລັດເຮົາຍັງໄດ້ສືບຕໍ່ສະເໜີ ແລະ
ການນຳຈີນກໍໄດ້ສະເໜີໃຫ້ສອງຝ່າຍຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການນີ້ສາກ່ອນ.
ຝ່າຍຈີນຈຶ່ງໄດ້ເລີ່ມມີການເກັບກຳຂໍ້ມູນຕ່າງໆ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການສ້າງບົດວິ
ພາກເສດຖະກິດ-ເຕັກນິກຂອງໂຄງການລົດໄຟ. ໃນທີ່ສຸດ ມາເຖິງປີ 2009, ສະຫາຍອະ ດີດເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ແລະ ສະຫາຍອະດີດ ເລຂາທິ ການໃຫຍ່
ຫູຈິນທາວ ໄດ້ເປັນເອກະພາບກັນຍົກລະດັບການພົວພັນລະຫວ່າງສອງປະເທດ ລາວ ແລະ ຈີນ
ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ອີງໃສ່ແນວຄິດຊີ້ນຳດັ່ງກ່າວ, ໃນວັນທີ 7 ເມ ສາ 2010 ລັດຖະບານ ລາວ ແລະ ຈີນ
ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນໂຄງການສ້າງທາງລົດໄຟ
ເຊິ່ງບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ລະບຸວ່າ:
ໃນຂັ້ນຕົ້ນນີ້ແມ່ນສ້າງທາງລົດໄຟເຊື່ອມຕໍ່ແຕ່ຊາຍແດນ ລາວ-ຈີນ, ຈຸດບໍ່ຫ່ານ
-ບໍ່ເຕ່ນ ເຂົ້າຫານະຄອນຫລວງວຽງຈັນ ແລ້ວເຊື່ອມຕໍ່ໃສ່ປະເທດໄທ, ຂັ້ນຕໍ່ໄປຈຶ່ງຂະ
ຫຍາຍ ແຕ່ນະຄອນຫລວງວຽງຈັນລົງໄປທ່າແຂກ ຕໍ່ໃສ່ຊາຍແດນ ລາວ-ຫວຽດນາມ ສູ່ທ່າເຮືອວຸ່ງອາງ
ແລະ ຂະຫຍາຍຕໍ່ຈາກທ່າແຂກລົງໄປພາກໃຕ້ຕໍ່ໃສ່ຊາຍແດນ ລາວ-ກຳປູເຈຍ. ພ້ອມກັນນັ້ນ
ຝ່າຍຈີນກໍຍິນດີສຳຫລວດຂະຫຍາຍເສັ້ນທາງລົດໄຟໃນທົ່ວປະເທດລາວ.
ພາຍຫລັງການເຊັນບົດບັນທຶກຄວາມເຂົ້າໃຈສອງຝ່າຍແລ້ວ,
ແຕ່ລະຝ່າຍກໍໄດ້ດຳເນີນການກະກຽມດ້ານຕ່າງໆຢ່າງເຄັ່ງຮ້ອນ
ໃນນີ້ວຽກງານສຳຫລວດ-ອອກແບບແລວທາງ ແລະ ການກະ ກຽມບົດວິພາກເສດຖະກິດ-ເຕັກນິກໂຄງການແມ່ນເປັນວຽກງານອັນຈຳເປັນຮີບດ່ວນ.
ຈິດໃຈຊີ້ນຳຂອງການສຶກສາຄວາມເປັນໄປໄດ້ຂອງໂຄງການແມ່ນຕ້ອງຮັບປະກັນການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງລາວ,
ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ລາວ-ຈີນ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະຫວ່າງອາຊຽນກັບຈີນ,
ເຮັດໃຫ້ ສປປ ລາວ ເປັນໃຈກາງເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ
ເຊື່ອມຈອດກັບປະເທດອື່ນໆ. ເມື່ອສອງຝ່າຍໄດ້ມີການກະກຽມດ້ານຕ່າງໆສຳເລັດໂດຍພື້ນຖານແລ້ວ,
ສອງຝ່າຍໄດ້ພ້ອມກັນຈັດພິທີວາງສີລາລືກໂຄງການສ້າງທາງລົດໄຟລາວ-ຈີນ
ຂຶ້ນໃນວັນທີ 2 ທັນວາ 2015 ເພື່ອເປັນຂອງຂວັນແກ່ວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ
ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງສອງປະເທດ ແລະ ມາຮອດປັດຈຸບັນແມ່ນໄດ້ເປີດການກໍ່ສ້າງເສັ້ນທາງລົດໄຟດັ່ງກ່າວແລ້ວຢ່າງເປັນທາງກາງ,
ຄາດຈະໃຫ້ສຳເລັດຕາມແຜນໃນປີ 2020 ຢາງແນ່ນອນ.
No comments:
Post a Comment