ໜ່ວຍເຝົ້າລະວັງພະຍາດລະບາດ,
ກະຊວງສາທາລະນະສຸກໄດ້ອອກມາເຕືອນໃຫ້ປະຊາຊົນໃນຂອບເຂດທົ່ວປະເທດ, ໂດຍລະເພາະແມ່ນເຂດພາກເໜືອຈົ່ງເພີ່ມທະວີເອົາໃຈໃສ່ຮັກສາສຸຂະພາບຂອງຕົນໃຫ້ດີ,ເປັນຕົ້ນແມ່ນເດັກນ້ອຍ ແລະ ຜູ້ອາຍຸສູງ, ເນື່ອງຈາກໄລຍະນີ້ສະພາບອາກາດໜາວເຢັນໄດ້ເຂົ້າມາປົກຄຸມທົ່ວທຸກພາກຂອງປະເທດ, ຊຶ່ງອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ
ເປັນຕົ້ນເຫດໃຫ້ເກີດພະຍາດຕາມລະດູການຕ່າງໆເຊັ່ນ:
ພະຍາດໄຂ້ຫວັດ, ລະບົບທາງເດີນຫາຍໃຈ,
ອັກສອບປອດຮຸນແຮງ, ພະຍາດຜິວໜັງ ແລະ ພະຍາດທີ່ມານຳພາຫະນຳເຊື້ອອື່ນໆ, ດັ່ງນັ້ນ ທຸກຄົນຈົ່ງເພີ່ມຄວາມເອົາໃຈໃສ່ໃນການຮັກສາສຸຂະພາບ, ດ້ວຍການປະຕິບັດຕາມຫຼັກການອະນາໄມ 3 ສະອາດຄື: ກິນ, ດື່ມໃຫ້ສະອາດ ແລະ
ສິ່ງສຳຄັນແມ່ນຕ້ອງນຸ່ງຫົ່ມໃຫ້ອົບອຸ່ນຢູ່ສະເໝີ ແລະ
ບໍ່ຄວນຢູ່ບ່ອນທີ່ມີອາກາດເຢັນດົນເກີນໄປ,
ພ້ອມນັ້ນກໍຕ້ອງໝັ່ນທຳຄວາມສະອາດຮ່າງ
ກາຍ ແລະ ເຮືອນຊານເປັນປະຈຳ ແລະ ໝັ່ນອອກກຳລັງກາຍເພື່ອສ້າງພູມຄຸ້ມກັນ, ລ້າງມືທຸກຄັ້ງກ່ອຍ ແລະ ຫຼັງກິນອາຫານ, ປະຕິບັດມາລະຍາດການໄອຈາມຕ້ອງອັດປາກ, ຖ້າຫາກເຂດແຂວງໃດເກີດມີການລະບາດຂອງພະຍາດໃດໜຶ່ງໃຫ້ຮີບຮ້ອນໄປຫາແພດໝໍເພື່ອມີວິທີຮັກສາໄດ້ທັນເວລາ
ແລະ ສິ່ງສຳຄັນແມ່ນໃຫ້ເປັນເຈົ້າການເບິ່ງແຍງຜູ້ເຖົ້າ ແລະ
ລູກຫຼານຂອງຕົນໃຫ້ດີເພາະອາກາດໜາວເຢັນແຮງແມ່ນຈະສົ່ງຜົນກະທົບຕໍ່ສຸຂະ ພາບຂອງເຂົາເຈົ້າໄດ້ງ່າຍ.
No comments:
Post a Comment