ບໍລສັດ ລາວເອເຊຍ ປາຊີຟິກ ບີເວີລີ
ຍັງຄົງມີລາຍໄດ້ທີ່ເຂັ້ມແຂງ ເຖິງວ່າໄລຍະຕົ້ນຂອງການດຳເນີນທຸລະກິດອາດຈະຫຍຸ້ງຍາກ,
ແຕ່ປັດຈຸບັນບໍລິສັດພວມມີຍອດຈຳໜ່າຍເພີ່ມຂຶ້ນ ແລະ ເພື່ອເປັນທາງເລືອກໃຫ້ກັບຜູ້ບໍລິໂພກທາງ
ບໍລິສັດ ມີການແນະນຳຜະລິດຕະພັນໃໝ່ອອກສູ່ສັງຄົມ ກໍຄືການຜະລິດນ້ຳຂອງເບຍແບບກະ ປ໋ອງຫວັງເປັນສ່ວນໜຶ່ງໃຫ້ຜູ້ບໍລິໂພກໄດ້ມີທາງເລືອກ
ແລະ ເພື່ອເປີດກວ້າງການຕະຫຼາດໃຫ້ກວ່າຂຶ້ນ.
ທ່ານ ໂຄ ໄຕ ຮອງ ຜູ້ຈັດການທົ່ວໄປ ບໍລິສັດ
ລາວເອເຊຍ ປາຊີຟິກ ບີເວີລີ ຈຳກັດ ໄດ້ກ່າວໃນງານສະເຫນີຜະລິດຕະພັນໃໝ່ ເບຍນ້ຳຂອງ
ແບບກະປ໋ອງ ໃນວັນທີ 31 ຕຸລານີ້ ຢູ່ໂຮງງານຂອງຕົນວ່າ: ພາຍຫຼັງທີ່ເຂົ້າມາດຳເນີນທຸລະກິດກວ່າ
6 ປີ, ບໍລິສັດ ປະສົບຜົນສຳເລັດຫຼາຍເປັນຕົ້ນແມ່ນການຜະລິດ ແລະ ຈຳໜ່າຍຜະລິດຕະພັນອອກສູ່ຕະຫລາດ
ພວມເປັນທີ່ນິ ຍົມ ແລະ ໄດ້ຮັບການຕອບຮັບດ້ວຍດີ ເຊິ່ງປັດຈຸບັນເຫັນວ່າການຜະລິດສູງກວ່າ
50
ລ້ານກວ່າກວດຕໍ່ປີ ແລະ ສາມາດສົ່ງອອກຈຳໜ່າຍໃນປະເທດໄດ້ເປັນຈຳນວນຫຼາຍ ລວມມີ 3 ປະເພດຄື: ເບຍໄທເກີ, ເບຍໄຮເນເກນ ແລະ ເບຍນ້ຳຂອງ ເຊິ່ງເປັນເບຍທີ່ຜະລິດໄດ້ມາດຕະຖານ ແລະ ໄດ້ຮັບລາງວັນຫຼຽນຄຳຈາກສາກົນມາແລ້ວ 3 ປີຊ້ອນ ແລະ ເພື່ອເປັນທາງເລືອກໃຫ້ກັບລູກຄ້າ ແລະ ອຳນວຍຄວາມສະດວກໃນ
ການບໍລິໂພກ ທາງບໍລິສັດ ໄດ້ມີຜະລິດຕະພັນໃໝ່ ເບຍນ້ຳຂອງ
ຊະນິດກະປ໋ອງ ທີ່ພວມໄດ້ຮັບຄວາມສົນໃຈຈາກສັງຄົມ ແລະ ລູກຄ້າເປັນຢ່າງດີ.ລ້ານກວ່າກວດຕໍ່ປີ ແລະ ສາມາດສົ່ງອອກຈຳໜ່າຍໃນປະເທດໄດ້ເປັນຈຳນວນຫຼາຍ ລວມມີ 3 ປະເພດຄື: ເບຍໄທເກີ, ເບຍໄຮເນເກນ ແລະ ເບຍນ້ຳຂອງ ເຊິ່ງເປັນເບຍທີ່ຜະລິດໄດ້ມາດຕະຖານ ແລະ ໄດ້ຮັບລາງວັນຫຼຽນຄຳຈາກສາກົນມາແລ້ວ 3 ປີຊ້ອນ ແລະ ເພື່ອເປັນທາງເລືອກໃຫ້ກັບລູກຄ້າ ແລະ ອຳນວຍຄວາມສະດວກໃນ
ທ່ານ ໂຄ ໄຕ ຮອງ ກ່າວ ວ່າ: ລາວເອເຊຍ
ປາຊີຟິກ ບີເວີລີ ສ້າງຕັ້ງຂື້ນພຽງ 6 ປີ ກວ່າ ໂດຍການຮ່ວມທຶນລະ ຫວ່າງລັດຖະບານລາວ
25% ບໍລິສັດ ລາວເອເຊຍ ປາຊີຟິກ 68% ແລະ ນັກລົງທຶນທົ່ວໄປ 7 %, ທີ່ລົງທຶນຫຼາຍກວ່າ
50 ລ້ານໂດລາ ໃນການສ້າງຕັ້ງໂຮງງານຜິະລິດເບຍກໍຄື: ເບຍໄທເກີ, ເບຍນ້ຳຂອງ,
ເບຍ ABC ແລະ ເພື່ອເຮັດໃຫ້ບໍລິລັດໄດ້ມີການພັດທະນາ ແລະ ຍົກສູງຄຸນນະພາບການຜະລິດໃຫ້ດີຂື້ນ
ແລະ ໄດ້ຮັບມາດຖານສາກົນເປັນຕົ້ນແມ່ນ ISO 9001, ISO 22000, ແລ້ວທາງບໍລິສັດຍັງໄດ້ປະກອບສ່ວນພັດທະນາສັງຄົມ
ແລະ ການປະຕິບັດພັນທະໃຫ້ລັດເພີ່ມຂື້ນທຸກໆປີ.
No comments:
Post a Comment