Ad

Ad

14 February 2014

ສຳ​ມະ​ນາ​ວິທະຍາສາດການ​ອຸທິດ​ຕົນ​ເພື່ອ​ປະ​ເທດ​ຊາດ ແລະ ​ປະຊາຊົນຂອງປະທານ​ຄຳ​ໄຕ ສີ​ພັນ​ດອນ.



      ການສຳ​ມະ​ນາ​ວິທະຍາສາດ, ເພື່ອກຽມຈັດພິມປຶ້ມ “ປະທານ​ ຄຳ​ໄຕ ສີ​ພັນ​ດອນ ການ​ອຸທິດ​ຕົນ​ເພື່ອ​ປະ​ເທດ​ຊາດ-​ເພື່ອ​ປະຊາຊົນ” ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 13 ກຸມພານີ້, ຢູ່ຫ້ອງ​ວ່າ​ການ​ສູນ​ກາງ​ພັກ (ຫລັກ 6) ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ​ເຈືອງ ສົມບູນ​ຂັນ ຫົວໜ້າຄະນະ​ໂຄສະນາ​ອົບຮົມສູນ ກາງພັກ. ຊຶ່ງມີຕົວແທນຈາກ ພາກສ່ວນກ່ຽວຂ້ອງຕ່າງໆໄດ້ເຂົ້າຮ່ວມປຶກສາຫາ ລືໃນຫລາຍ ຫົວຂໍ້ເປັນຕົ້ນ: ຊີວິດການເຄື່ອນ ໄຫວຫຍໍ້ ແລະ ອຸປະນິໄສຂອງ ປະທານ​ ຄຳ​ໄຕ ສີ​ພັນ​ດອນ, ຜົນ ງານ ແລະ ຄຸນງາມຄວາມດີ ຂອງປະທານ ​ຄຳ​ໄຕ ສີ​ພັນ​ດອນ, ການຢຶດອຳນາດດ້ວຍສາມບາດຄ້ອນຍຸດທະສາດ, ປະທານ​ຄຳ​ໄຕ ສີ​ພັນ​ດອນ ກັບການເຄື່ອນໄຫວ ຢູ່ພາກກາງຂອງລາວປີ 1951- 1955, ປະທານ​ຄຳ​ໄຕ ສີ​ພັນ​ດອນ ເປັນຜູ້ຍຶດໝັ້ນແນວ

ສປປ ລາວ ເປັນເຈົ້າ ພາບຈັດກອງປະຊຸມເຈົ້າໜ້າທີ່ ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 21



     ກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ-ນິວຊີແລນ ຄັ້ງທີ 21 ( 21st ASEAN​​​​​​​​​-New Zealand Dialogue) ທີ່ລາວເຮົາເປັນເຈົ້າພາບໄດ້ຈັດຂຶ້ນ ໃນວັນທີ 13 ກຸມພານີ້, ຢູ່ໂຮງແຮມລາວພລາຊາ, ນະຄອນຫຼວງວຽງຈັນ,  ໂດຍການເປັນປະ ທານຮ່ວມຂອງ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ, ທັງເປັນຫົວໜ້າເຈົ້າ ໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ທ່ານ ຈອນ ອາເລັນ (John Allen) ລັດຖະມົນຕີຊ່ວຍວ່າການກະຊວງ ການຕ່າງປະເທດ ແລະ ການຄ້າ ນິວຊີແລນ ພ້ອມດ້ວຍບັນດາເຈົ້າໜ້າທີ່ອາວຸໂສອາຊຽນ, ຜູ້ຕາງໜ້ານຈາກປະເທດ ສະມາ ຊິກອາຊຽນ  ແລະ  ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.       
    ກອງປະຊຸມຄັ້ງນີ້ ເພື່ອທົບທວນຄືນ ຄວາມຄືບໜ້າຂອງການຮ່ວມມືອາຊຽນ-ນິວຊີແລນ ໃນໄລຍະ 1 ປີຜ່ານມາ ໂດຍ ສະເພາະແມ່ນການຈັດຕັ້ງປະຕິບັດຖະແຫຼງ ການຮ່ວມວ່າດ້ວຍການ ເປັນຄູ່ຮ່ວມຮອບດ້ານອາຊຽນ- ນິວຊີແລນ ໄລຍະ

ອພສລາວຈັດງານບຸນມາຄະບູຊາປະຈຳປີ 2014


       ວັນທີ 13 ກຸມພານີ້ ຄະນະອົງກອນພຸດທະສາສະໜາສຳພັນແຫ່ງປະເທດລາວ (ອພສ) ໄດ້ຈັດງານບຸນມາຄະບູຊາ ຂຶ້ນຢູ່ຫໍທັມມະສະພາວັດທາດຫຼວງເໜືອ, ນະ ຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງພະອາຈານ ດຣ ພວງປະເສີດ ພູມະວົງ, ອຳນວຍການວິທະຍາໄລສົງວັດອົງຕື້, ທັງເປັນປະທານຈັດງານບຸນມາຄະບູຊາດັ່ງກ່າວ ພ້ອມດ້ວຍພະສົງ ແລະ ຊາວພຸດທະສາສະນິກະຊົນເຂົ້າຮ່ວມເປັນຈຳນວນຫຼາຍ. ພະອາຈານ ດຣ. ພວງປະເສີດ ພູມະວົງກ່າວວ່າ: ວັນມາຄະບູຊາ ເປັນວັນສຳຄັນທາງສາສະໜາອີກວັນໜຶ່ງໃນ 3 ວັນພະພຸດທະເຈົ້າໄດ້ວາງການເຜີຍແຜ່ພະພຸດທະສາສະໜາໃຫ້ກັບພະອໍລະຫັນ ຈຳນວນ 1.250 ອົງ, ທີ່ຈະນຳໄປເຜີຍແຜ, ຊຶ່ງເປັນຫົວໃຈສຳຄັນຂອງຫຼັກທຳມະໃນທາງພະພຸດທະສາສະໜາ, ພຣະອົງໄດ້ ວາງອຸດົມການ ແລະ ຫຼັກການດຳເນີນຊີວິດຊາວພຸດ ແລະ ວິທີການເຜີຍແຜ່ນພຣະພຸດທະສາສະໜາ, ຊຶ່ງເປັນແນວທາງທີ່

ຍູ້ການອ່ານ ດ້ວຍມາດຕະການ ໂຕຈິງ ( ຄໍລຳ ບັນຫາຈານແຍ່ )



ໂດຍ : ວິເສດ ສະແຫວງສຶກສາ
       ຫລັງໆມານີ້ ມີຫລາຍຄົນ ໂດຍສະເພາະແມ່ນເພື່ອນຮ່ວມປາກກາພາສາສິນ, ບັນດາເຈົ້າ ຂອງຄໍລຳປະຈຳສື່ສິ່ງພິມຕ່າງໆ ໄດ້ຂຽນກ່ຽວກັບບັນຫາການອ່ານຂອງຄົນລາວໃນປັດຈຸບັນ ວ່າຍັງດ້ອຍກວ່າປະເທດອ້ອມແອ້ມ, ແຕ່ອ່ານໜ້ອຍຊ່ຳໃດນັ້ນ ຈານແຍ່ບໍ່ທັນເຫັນອົງການໃດ ບໍ່ວ່າຈະເປັນທາງການ ຫລື ອົງ ການຈັດຕັ້ງທາງສັງຄົມໄດ້ເກັບກຳສະຖິຕິມີໂຕເລກໂຕຜາຄັກແນ່ ວ່າຈຳນວນຄົນອ່ານທົ່ວປະເທດ, ແຕ່ລະເຂດ, ເພດໄວ, ໃນເມືອງ ແລະ ຊົນນະບົດນັ້ນມີເທົ່າໃດ, ຫລຸດໂຕນກັນຫລາຍ ປານ ໃດ. ເມື່ອບໍ່ມີແນວຢັ້ງຢືນຢ່າງເປັນ ທາງການມັນກໍຍາກທີ່ພາກສ່ວນກ່ຽວຂ້ອງຈະວາງແຜນຊອກທາງແກ້. ຜ່ານມາຈານແຍ່ ເຄີຍ ຕັ້ງເປັນຂໍ້ຄິດວ່າ: ຢູ່ບ້ານເຮົາ ການເກັບກຳສະຖິຕິສ່ວນຫລາຍ ຍັງເນັ້ນແຕ່ບັນຫາເສດຖະກິດ ຫລາຍໂພດ. ພະນັກງານ ເກັບສະຖິຕິ ເຊິ່ງທຽວຂຶ້ນເຮືອນປະຊາຊົນ ຈົນຂັ້ນໄດຊິກິ່ວກໍມັກຈະຖາມຄຳ ຖາມຊ້ຳຊາກເຊັ່ນ: ມີດິນຈັກ ຕອນ ?, ມີເຮືອນ ຈັກຫລັງ ?, ມີລາຍຮັບຫຍັງແດ່ ?, ຂາດເຂີນ, ກຸ້ມກິນ ຫລືວ່າ ເຫລືອກິນ ?. ຈານ ແຍ່ຈຳບໍ່ໄດ້ວ່າເຄີຍຕອບຄຳຖາມຊ້ຳ ຊາກແນວນີ້ ຈັກເທື່ອແລ້ວ, ບໍ່ພຽງແຕ່ຕອບແຕ່ຫລາຍຄັ້ງຍັງໄດ້ຕື່ມແບບຟອມໂດຍສະເພາະເມື່ອມີການສຳຫລວດ ຫລື ຂຽນຊີວະປະ ຫວັດ. ເປັນແບບນີ້ເລີຍມີຫລາຍຄົນຕັ້ງເປັນຄຳຖາມວ່າ: ເຫດໃດພວກເຮົາບໍ່ປະສົມປະສານຄຳຖາມທີ່ພົວພັນ ກັບບັນຫາ ຊີວິດສັງຄົມໃຫ້ດຸ່ນດ່ຽງກັນແດ່. ເອີ... ມີຢູ່ດອກບາງຄັ້ງພະນັກງານເກັບກຳສະຖິຕິກ່ຽວກັບຂະບວນສ້າງບ້ານວັດ

ລາວ-ສ.​ເກົາຫຼີ ຫາລື​ການ​ຮ່ວມ​ມື​ທາງ​ປັນຍາ​ຮອງ​ຮັບ​ການ​ເຂົ້າ​ປະຊາ​ຄົມ​ອາຊຽນ.



      ລັດຖະບານ​ລາວ ​ແລະ ລັດຖະບານ ສ.​ເກົາຫຼີ, ໄດ້​ຈັດ​ກອງ​ປະ​ຊຸ​ມປຶກສາ​ຫາລື​ໂຄງການ​ຮ່ວມ​ມື​ທາງ​ປັນຍາ (KSP) ​ໃນ​ວັນ​ທີ 13 ກຸມພາ​ນີ້ ຢູ່ນະຄອນຫຼວງວຽງ ຈັນ ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງທ່ານ ດຣ ບຸນ​ທະວີ ສິສຸພັນ​ທອງ ລັດຖະ ມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທ່ານ ສັນຕິພາບ ພົມວິ ຫານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ແລະ ທ່ານ ຈົງ​ຈັນ ຈອຍ ທີ່​ປຶກສາ​ດ້ານ​ບໍລິຫານອະ​ດີດ​ລັດຖະມົນຕີ​ວ່າການ​ກະຊວງ​ທີ່​ດິນ​ໂຄງ​ລ່າງ​ພື້ນຖານ ​ແລະ ການ​ຂົນ​ສົ່ງ​ຂອງ ສ.​ເກົາຫຼີ ​ແລະ ວິຊາ​ການ​ກ່ຽວຂ້​ອງ​ເຂົ້າ​ຮ່ວມ​ຢ່າງພ້ອມພຽງ.
      ​ໃນ​ກອງ​ປະຊຸ​ມ​ໄດ້​ມີ​ການສະ​ເໜີບົດ​ຄົ້ນ​ຄວ້າ​ຈາກວິຊາ​ການ​ລາວ ​ແລະ ສ.​ເກົາຫຼີ ​ໃນ​ຫົວ​ຂໍ້​ຄື: ການ​ເພີ່ມ​ທະວີ​ຂີດ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ຂອງ​ວິ​ສາ​ຫະ ກິດ​ຂະໜາດກາງ ​ແລະ ນ້ອຍ​​ໃນ​ ສປປ ລາວ ​ເພື່ອ​ກະກຽມ​ເຂົ້າ​ເປັນ​ປະຊາ​ຄົມ​

ຄຳ​ຄິດ​ເຫັນຈາກ​ຊາວ​ໜຸ່ມຕໍ່​ກັບ​ວັນ​ວາ​ເລັນ​ທາຍ​​



      14 ກຸມພາ​ຊຶ່ງ​ເປັນວັນ​ວາ​​ເລັນ​ທາຍ “ວັນ​ແຫ່ງ​ຄວາມ​ຮັກ” ທີ່​ຕ່າງປະ​ເທດສະ​ເພາະ​ເອີ​ຮົບ​ມັກ​ນິຍົມ​ກັນ​ສະຫຼອງ​ວັນ​ດັ່ງກ່າວ​ດ້ວຍ​ຄວາ​ມມືນ​ເມົາ ​ແຕ່​ລາວ​ເຮົາ​ເດ. ​ໂດຍ​ຈາກ​ການ​ທາ​ບທາມ​ຊາວ​ໜຸ່ມ​ຫຼາຍ​ຄົນ​ສ່ວນ​ໃຫຍ່​ເຂົາ​ເຈົ້າ ຈະບໍ່​ສົນ​ໃຈ​ປານ​ໃດ ​ແລະ ໃຫ້​ທັດສະນະ​ວ່າ: ​ເປັນ​ວັນທຳ​ມະ​ດາ​ ​ແລະ ​ເປັນປົກະຕິ​ຄື​ກັບ​ວັນ​ທົ່ວ​ໄປ​​​ອື່ນໆ. ​ເພາະວ່າ​ວັນ​ແຫ່ງ​ຄວາມ​ຮັກ​ຂອງ​ພວກ​ເຮົາ​ແມ່ນ​ມີ​ໄດ້​ທຸກໆ​ມື້ ສິ່ງ​ທີ່​ສຳຄັນການ​ສະ​ແດງ​ຄວາມ​ຮັກ​ບໍ່​ສະ​ເພາະແຕ່​ໜຸ່ມ​ສາວ​ເທົ່າ​ນັ້ນ ມັນ​ຍັງ​ມີ​ຕໍ່​ຄອບຄົວ, ພໍ່​ແມ່, ​ເພື່ອນ​ມິດ​ສະຫາຍ, ຮັກ​ປະ​ເທດ​ຊາດ, ບ້ານ​ເກີດ​ເມືອງ​ນອນ, ຮັກ​ຜູ້​ມີ​ຄຸນງາມຄວາມ​ດີ ​ແລະ ອື່ນໆ​ດັ່ງ:
       ທ້າວ ກິ​ໂຕ່ ອາຍຸ 19  ນັກ​ສຶກສາ​ວິທະຍາ​ໄລ​ແຫ່ງ​ໜຶ່ງ ​​ໃຫ້​ທັດ ສະນະ​ວ່າ:  ວັນ​ດັ່ງກ່າວ​ເປັນ​ວັນ​ໜຶ່ງ​ທີ່​ຄົນ​ລາວ​​​ບໍ່​ໄດ້ຖື​ເອົາ​ເປັນວັນ​ສະ​ແດງ​ຄວາມ​ຮັກ​ແກ່​ໜຸ່ມ​ສາວ, ເພາະໃນ​ຄວາມ​ຈິງ​ແລ້ວ​ມັນເປັນ​ວັນປະ​

ລັດຖະມົນຕີ​ກະຊວງ​ກະສິກຳ-ປ່າ​ໄມ້ອອກ​ຄຳ​ສັ່ງ​ໃຫ້ເອົາ​ໃຈ​ໃສ່​​ສະກັດ​ກັ້ນ​ໄຟ​ໄໝ້ລາມ​ປ່າ​ໃນ​ລະດູ​ແລ້ງ​ນີ້



       ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້, ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຸກ​ພາກສ່ວນ​ເອົາ​ໃຈ​ໃສ່​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້ລາມ​ປ່າໃນ​ລະດູ​ແລ້ງ​ປີ 2014, ເນື່ອງ​ຈາກ​ຜ່ານ​ມາ​ຍັງ​ເກີດ​ມີ​ປະກົດ​ການ​ບຸກລຸກ ​ແລະ ທຳລາຍ​ປ່າ​ໄມ້ ​ເພື່ອ​ທຳ​ການ​ຜະ ລິດ ​ແລະ ການ​ຈູດ​ປ່າລ່າ​ສັດ ອັນ​ເປັນສາ​ເຫດ​ເຮັດ​ໃຫ້​ເກີດ​ໄຟ​ໄໝ້ ລາມ​ປ່າ​ໃນ​ແຕ່ລະ​ປີ​ໂດຍ​ສະ​ເພາະ​ໃນ​ລະດູ​ແລ້ງ ​ເພື່ອ​ແກ້​​ໄຂ​ປະກົດ​ການ​ຫຍໍ້​ທໍ້​ດັ່ງກ່າວ ທັງ​ເປັນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້ ລາມ​ປ່າ​ໃນ​ເຂດ​ປ່າ​ຜະລິດ ​ແລະ ປ່າ​ປູກ.
      ແມ່ນ​ເນັ້ນ​ໃຫ້​ພະ​ແນ​ກກະສິກຳ ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫຼວງສົມທົບ​ກັບ​ພາກສ່ວນ​ກ່ຽວຂ້ອງ​ໃນ​ທ້ອງ​ຖິ່ນ​ຂອງ​ຕົນ ວາງ​ມາດ​ຕະການ​ໃນ​ການ​ປ້ອງ​ກັນ ​ແລະ ສະກັດ​ກັ້ນ​ໄຟ​ໄໝ້ລາມ​ປ່າ ​ເປັນຕົ້ນ​ໃນ​ເຂດ​ປ່າ​ຜະລິດ, ປ່າ​ປູກ​ທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ໃກ້ ແລະ ອາ​​ໄສ​ປ່າ​ໃນ​ການ​ທຳ​ມາ​ຫາ​ກິນ, ທ່ອງ​ວທ່ຽວ ​ແລະ ອື່ນໆ ຕ້ອງ​ປະຕິ​ບັດ​ຕາມ​ມາດຕະການ​ຕ່າງໆຢ່າງ​​ເຂັ້ມງວດ ເຊັ່ນ:ການ ກໍ່ກອງ​ໄຟ, ຕ້ອງ​ດັງ​ໃນ​ບໍລິ​ເວນ ທີ່​ບໍ່ມີ​ປ່າ, ຕ້ອງ​ຖາງ​ອ້ອມ​ຮອບ​ບໍລິ​ເວນ​ກອງ​ໄຟ ​ແລະ ກ່ອນ​ຈະ​ຍ້າຍ​ອອກຕ້ອງ​ມອດ​ໄຟ​ເສຍ​ກ່ອນ, ຫ້າມ​ເດັດຂາດ​ບໍ່​ໃຫ້​ຈູດ​ປ່າ​ຫຍ້າ ຫຼື ອູດ​ຕົ້ນ​ໄມ້​ເພື່ອ​ລ່າ​ສັດ. ພ້ອມ​ນີ້ ​ເຈົ້າໜ້າທີ່​ກ່ຽວຂ້ອງ​ຕ້ອງ​ແນະນຳ​ໃຫ້​ປະຊາຊົນ​ທີ່​ອາ​ໄສ​ຢູ່​ໃກ້​ປ່າ​ໄມ້ ຮູ້​ກ່ຽວກັບ​ວິທີ​ປ້ອງ​ກັນ ​ແລະ ຄວບ​ຄຸມ​ໄຟ​ເຊັ່ນ:ກ່ອນ​ຈະ​ຈູດ​ຕ້ອງ​ຖາງ​ແລວ​ປ້ອງ​ກັນ​ໄຟ​ອ້ອມ​ຮອບ​ເນື້ອທີ່​ດ່ງກ່າວ​ເສຍ​ກ່ອນ, ຕ້ອງ​ຈູດ​ຕອນ​ແລງ​ອາກາດ​ບໍ່ຮ້ອນ ​ແລະ ບໍ່ມີ​ລົມ​ແຮງ. ຖ້າ​ເກີດ​ກໍລະນີ​ໄຟ​ໄໝ້ລາມ​ປ່າຢູ່​ເຂດ​ບ້ານ-​ເມືອງ​ໃດ​ໃຫ້​ບ້ານ ຫຼື ເມືອງ​ນັ້ນ ​ເປັນ​ເຈົ້າ​ການ​ປຸກລະດົມ​ຊ່ວຍ​ກັນ​ດັບ​ມອດ, ກໍ​ລະ​ນີ​ໄຟ​ໄໝ້ລາມ​ປ່າ​ຢ່າງ​ຮຸນ​ແຮງຕ້ອງ​ຂໍ​ຄວາມ​ຊ່ວຍ​ເຫຼືອຈາກ​ປະຊາຊົນ, ທະຫານ ​ແລະ ຕຳຫຼວດທີ່ຢູ່​ໃກ້​ຄຽງ​ເພື່ອ​ຊ່ວຍ​ກັນ​ດັບ​ມອດ.



ໜຸ່ມ​ມື​ກາວ​ຖືກ​ລົງ​ໂທດ​ຈຳ​ຄຸກ 3 ປີ.



     ທ້າວ ສົມ​ໝາຍ ອາຍຸ 22 ປີ ຢູ່​ບ້ານ​ສົມ​ຫວັງ ​ເມືອງ​ຫາດ​ຊາຍ​ຟອງ ນະຄອນຫລວງ​ວຽງ​ຈັນ ຖືກ​ສານ​ນະຄອນຫລວງ​ວຽງ​ຈັນ​ຕັດສິນ​ລົງ​ໂທດ​ໃຫ້​ຈຳ​ຄຸກ​ເປັນ​ເວລາ 3 ປີ ພ້ອມ​ປັບ​ໄໝ​ເງິນ 1 ລ້ານ​ກີບ ຍ້ອນ​ຜູ້ກ່ຽວ​ໄດ້​ກໍ່​ເຫດ​ລັກ​ຊັບ​ຂອງ​ບໍລິສັດ ອີ​ຕັນ​ໄທ- ລາວ ​ເຊິ່ງ​ເປັນ​ບໍລິສັດ​ທີ່​ຜູ້ກ່ຽວ​ເຮັດ​ວຽກ​ນຳ ​ເມື່ອ​ຄັ້ງວັນ​ທີ 13 ສິງຫາ 2013 ​ໂດຍ​ໄດ້​ເງິນ​ຈຳ ນວນ 23 ລ້ານ​ກີບ, ໜຶ່ງ​ແສນ​ກວ່າ​ບາດ ​ແລະ 80 ​ໂດ​ລາ​ສະຫະລັດ ພາຍຫລັງ​ໄດ້​ເງິນ​ກໍ​ເອົາ​ໄປ​ຊື້ລົດ​ໃຫຍ່​ມາ​ຂີ່ ​ແລະ ຕົກ​ມາ​ຮອດ​ວັນ​ທີ 25 ສິງຫາ 2013 ຖືກ​ເຈົ້າໜ້າ​ທີ່​ກັກ​ຕົວ​ມາ​ດຳ​ເນີນ​ຄະດີ​ຕາມ​ລະບຽບ​ກົດໝາຍ.

ເບິ່ງຄືນ ບຸນບ້ານຫນັກໄປເລື່ອງການພະນັນ



   ໂດຍ: ທ່ຽງທຳ.
        ແຕ່ໃດມາບຸນບ້ານເປັນຮີດຄອງອັນດີງາມຫນຶ່ງຂອງປະຊາຊົນເຮົາ, ເພື່ອເປັນການເຕົ້າໂຮມຄວາມສາມັກຄີ ແລະ ເພື່ອ ເປັນການກາບໄຫວບັນພະບູລຸດ, ເຖົ້າແກ່ກົກເຄົ້າເຫງົ້າກໍຂອງຊາວບ້ານທີ່ໄດ້ລ່ວງລັບໄປ ແລະ ເພື່ອສ້າງຄວາມເບີກບານມ່ວນ ຊື່ນລື່ນເລີງ. ບຸນດັ່ງກ່າວມັກຈັດຂຶ້ນພາຍຫລັງສຳເລັດລະດູການເກັບກ່ຽວ ແລະ ສ່ວນຫລາຍກໍແມ່ນ ໃນໄລຍະເດືອນ 11, 12 ຫລື ເດືອນຍີ່, ເດືອນຈຽງຂອງລາວເຮົາ, ເພາະໄລຍະນີ້ເປັນໄລຍະບໍ່ມີຝົນການໄປມາຫາສູ່ສະດວກສະບາຍ ເພື່ອຈະໄດ້ເຊື່ອ ເຊີນຍາດຕິພີ້ນ້ອງບ້ານໃຕ້ບ້ານເຫນືອມາຮ່ວມນຳດ້ວຍ, ຊຶ່ງຮູບແບບການຈັດບຸນບ້ານແມ່ນຈະຖືເອົາ ວັດເປັນຈຸດເຕົ້າໂຮມ ເພື່ອທຸກຄອບຄົວຈະໄດ້ເຮັດກອງຖານ, ຕົ້ນກະລາຜຶກເພື່ອເຂົ້າມາກາບໄຫວ ແລະ ທານຫາຜູ້ລວງລັບໄປ, ພ້ອມນັ້ນຕອນ ຄຳ່ກໍຈະມີການຄົບງັນທາງສາສະຫນາເພື່ອຟັງເທດຟັງທຳຈຳສິນດ້ວຍຄວາມເຄົາລົບບູຊາ ແລະ ແຕ່ລະເຮືອນກໍ ຈະເຮັດເຂົ້າ ປຸ້ນ ເຂົ້າຫນົມ ຫລື ຂອງຢູ່ຂອງກິນໄວ້ເພື່ອຮັບແຂກຜູ້ມາຢ້ຽມຢາມດ້ວຍຄວາມຈິງໃຈ ແລະ ເບີກບ້ານມ່ວນຊື່ນ. ແຕ່ມາ ປັດຈຸບັນງານບຸນດັ່ງກ່າວໄດ້ປ່ຽນແປງໄປຫລາຍເບິ່ງແລ້ວຈະຫນັກໄປເບື້ອງການພະນັນ, ບ່ອນຊຸມນຸມໄດ້ກາຍມາເປັນສະ ຫນາມຊັດປຸມເປົ້າ, ແທງປິງໂກ, ລົງໄພ້ລົງເບີປູປາເຕົ້ານ້ຳ, ກູຫນຶ່ງມຶງສອງບໍເວັ້ນແຕ່ຜູ້ໃຫຍ່ເດັກນ້ອຍອະນຸຊົນຄົນຮຸ້ນໃຫມ່