ປັດຈຸບັນ, ຫລາຍປະເທດໃນໂລກພວມມີຄວາມເປັນຫວ່ງຕໍ່ບັນຫາອາຍພິດເຮືອນແກ້ວ,
ເຊິ່ງເປັນສາເຫດຕົ້ນຕໍເຮັດໃຫ້ເກີດສະພາ ວະໂລກຮ້ອນ,
ສະນັ້ນຫລາຍປະເທດຈຶ່ງສຸມໃສ່ການຟື້ນຟູ,
ປົກປັກຮັກສາສິ່ງແວດລ້ອມ
ແລະ ຊັບພະຍາກອນທໍາມະຊາດໃຫ້ກັບມາມີຄວາມອຸດົມສົມບູນ ແລະ ຍືນຍົງ. ສໍາລັບຢູ່ ສປປ
ລາວເຮົາ,
ແຕ່ໃດມາພັກ
ແລະ ລັດຖະບານ ໄດ້ຖືສໍາຄັນວຽກງານການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມເປັນບູລິມະສິດສໍາຄັນ, ໂດຍສະເພາະໄດ້ກໍານົດຄາດໝາຍສູ້ຊົນໃຫ້ມີເນື້ອທີ່ປົກຫຸ້ມຂອງປ່າໄມ້ຮອດປີ
2020
ກວມຫລາຍກວ່າ 70%
ຂອງເນື້ອທີ່ທົ່ວປະເທດ.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ
ແລະ ສິ່ງແວດລ້ອມ ສົມມາດ ພົນເສນາ ໃຫ້ຮູ້ວ່າ: ແຕ່ນີ້ຮອດປີ 2020
ຂະແໜງການຕົນຈະສຸມໃສ່ການປົກປັກຮັກສາສະພາບແວດລ້ອມ ແລະ
ຊັບພະຍາກອນທໍາມະຊາດຕາມທິດພັດທະນາທີ່ຍືນຍົງ, ໂດຍເນັ້ນໃສ່ວຽກງານຈັດສັນທີ່ດິນຢ່າງເປັນລະບົບ,
ໂດຍສະເພາະຈັດແບ່ງ
8
ປະເພດທີ່ດິນຢູ່ບັນດາທ້ອງຖິ່ນ, ຕິດຕາມກວດກາຂໍ້ມູນການເຊົ່າ,
ສໍາປະທານທີ່ດິນໃຫ້ຄົບຖ້ວນລວມສູນ
ແລະ ເປັນເອກະພາບ, ຈັດຕັ້ງປະຕິບັດແຜນຟື້ນຟູປ່າໄມ້ທໍາມະຊາດຈາກຕົວເລກເນື້ອທີ່ປົກຫຸ້ມປະມານ
40%
ໃຫ້ເພີ່ມເປັນ 70%
ຂອງເນື້ອທີ່ທົ່ວປະເທດ.
ພ້ອມທັງສ້າງກົນໄກການຄຸ້ມຄອງການຫລຸດຜ່ອນທາດອາຍພິດເຮືອນແກ້ວຈາກການທໍາລາຍປ່າໄມ້.
ທ່ານລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ
ສິ່ງແວດລ້ອມ ກ່າວວ່າ: ຄຽງຄູ່ການປົກປັກຮັກສາທໍາມະຊາດໃຫ້ຍືນຍົງນັ້ນ,
ກໍແມ່ນການອານຸລັກສັດນໍ້າ-ສັດປ່າ,
ໃນນັ້ນຕ້ອງໄດ້ເອົາໃຈໃສ່ສໍາຫລວດ
ແລະ ຕິດຕາມກວດກາປະເມີນປະຊາກອນສັດນ້ຳ ແລະ ສັດປ່າໃນເຂດປ່າສະ
ຫງວນ-ປ່າປ້ອງກັນແຫ່ງຊາດໃນທົ່ວປະເທດ ແລະ ປັບປຸງການຂຶ້ນບັນຊີຊີວະນາໆພັນທີ່ຫາຍາກ ແລະ
ໃກ້ສູນພັນ,
ສ້າງສວນສາທິດກ່ຽວກັບການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ
ເພື່ອເປັນບ່ອນສຶກສາ, ຄົ້ນຄ້ວາ, ຝຶກອົບຮົມ,
ທັດສະນະສຶກສາ,
ແລກປ່ຽນບົດຮຽນ
ແລະ ປູກຈິດສໍານຶກໃຫ້ມວນຊົນຢ່າງກ້ວາງຂວາງ, ສ້າງຂໍ້ກໍານົດ,
ກົນໄກການສ້າງຕົວເມືອງສີຂຽວ,
ຄວບຄຸມມົນລະພິດທາງນໍ້າ,
ອາກາດ
ແລະ ຫລຸດຜ່ອນສິ່ງເສດເຫລືອຈາກສານເຄມີອັນຕະລາຍຕ່າງໆລົງເທື່ອລະກ້າວ.
https://www.linkedin.com/pulse/soci-ai-review-app-worth-buying-azeez-quadri-segun/
ReplyDelete