Ad

Ad

2 March 2017

ສະໜາມບິນເກົ່າວັງວຽງອາດກາຍເປັນແຫລ່ງທ່ອງທ່ຽວແຫ່ງໃໝ່ໃນອານາຄົດອັນໃກ້

 ອໍານາດການປົກຄອງແຂວງວຽງຈັນ, ໄດ້ອະນຸມັດໃຫ້ບໍລິສັດ ອີຈິນ ວິສາ ຫະກຳກໍ່ສ້າງລາວຈຳກັດ ສຶກສາຄວາມເປັນໄປໄດ້ ແລະ ສຳຫລວດອອກແບບໂຄງການພັດທະນາສະໜາມບິນເກົ່າເມືອງວັງວຽງໃຫ້ກາຍແຫລ່ງທ່ອງທ່ຽວແບບຍືນຍົງ, ຊຶ່ງຄາດວ່າຈະມີການລົງທຶນຫລາຍກວ່າ 200 ລ້ານໂດລາສະຫາລັດ.   
           ສຳລັບເຂດສຶກສາ-ສຳຫລວດມີເນື້ອທີ່ຫລາຍກວ່າ 15 ເຮັກຕາ, ເຊິ່ງກວມເອົາ 5 ບ້ານຂອງເມືອງວັງວຽງ, ໂດຍໃຊ້ເວລາ 12 ເດືອນ, ເຊິ່ງຈະອອກແບບໂຄງການຕາມສັນຍາລັກ ກໍຄືເມືອງວັງວຽງ
ແລະ ອອກແບບຕາມແຜນການທີ່ໄດ້ສະເໜີໃນເບື້ອງຕົ້ນຄື: ຫ້ອງວາງສະແດງສິລະປະ, ຫ້ອງວາງສະແດງ, ຫ້ອງສຳພັດນ້ຳແຂງ, ສວນນ້ຳພຸ, ສູນການຄ້າ, ໂຮງແຮມ, ອາພາດເມັນ, ຮ້ານກິນດື່ມ, ສະຖານທີ່ບັນເທີງເດັກ, ຕະຫລາດນ້ຳ, ສວນນ້ຳ, ບ່ອນຈອດລົດ, ສະຖານທີ່ທ່ອງທ່ຽວ ແລະ ອື່ນໆ, ເຊິ່ງກິດຈະກໍາທັງໝົດຕ້ອງໄດ້ມີການຮັບຮອງຈາກພາກລັດຕາມລະບຽບກົດໝາຍ.
  ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ເຊິ່ງເປັນຜູ້ລົງທຶນຮ່ວມກັບບໍລິສັດອີຈິນວິສາຫະກຳກໍ່ສ້າງລາວ ຈຳກັດກ່າວວ່າ: ຖ້າຜົນການສຳຫລວດມີຄວາມເປັນໄປໄດ້ກໍຈະລົງມືຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆທັນທີ, ພ້ອມນີ້ບໍລິສັດຈະເອົາໃຈໃສ່ຄໍານຶງເຖິງການອານຸລັກສິ່ງແວດລ້ອມເພື່ອການທ່ອງທ່ຽວສີຂຽວ ແລະ ຍືນຍົງເປັນບູລິມະສິດຕົ້ນຕໍ, ທັງສ້າງໃຫ້ເມືອງວັງວຽງກາຍເປັນສະ ຖານທີ່ທ່ອງທ່ຽວທີ່ໂດ່ງດັງຮູ້ຈັກໄປທົ່ວໂລກ.

  ພິທີລົງນາມບົດບັນທຶກຄວາມເຂົ້າໃຈໂຄງການດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 28 ກຸມພາຜ່ານມານີ້, ໂດຍມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງວຽງຈັນພ້ອມການນຳກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ. ທ່ານນາງ ແກ້ວມະນີວອນ ຜາລີຂັນ ຜູ້ອຳນວຍການບໍລິສັດ ຜາລີຂັນ ໃນນາມຜູ້ລົງທຶນຮ່ວມກັບ ບໍລິສັດອີຈິນ ວິສາຫະກຳກໍ່ສ້າງລາວ ຈຳກັດ ກ່າວວ່າ: ຖ້າວ່າຜົນຂອງການສຳຫລວດພາຍໃນ 12 ເດືອນຫາກມີຄວາມເປັນໄປໄດ້ ກໍຈະໄດ້ລົງມືຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ຕາມບົດບັນທຶກ ແລະ ຈະສ້າງໃຫ້ສຳເລັດຕາມຄາດໝາຍ. ພ້ອມນີ້, ທາງບໍລິສັດ ຈະເອົາໃຈໃສ່ອານຸລັກສິ່ງແວດລ້ອມ ເພື່ອການ ທ່ອງທ່ຽວແບບສີຂຽວ ແລະ ຍືນຍົງເປັນອັນດັບໜຶ່ງ ເຮັດໃຫ້ເມືອງວັງວຽງ ກາຍເປັນສະຖານທີ່ທ່ອງທ່ຽວ ທີ່ຮູ້ຈັກໄປທົ່ວໂລກ.

No comments:

Post a Comment