Ad

Ad

2 May 2014

20 ປີ ຂອງ​ການ​ສ້າງ​ຕັ້ງ​ສູນ​​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ



      ສູນພັດທະນາ ​ແລະ ບໍລິການ​ດ້ານ​ການ​ກະ​ເສດຫ້ວຍ​ຊອນ- ຫ້ວຍ​ຊົ້ວ ຕັ້ງ​ຢູ່​ບ້ານ​ນາ​ຍາງ ເມືອງ​ນາ​ຊາຍ​ທອງ ນະຄອນ ຫລວງ​ວຽງ​ຈັນ ​ເປັນ​ໂຄງການ​ອັນ​ເນື່ອງ​ມາ​ຈາກ​ພະຣາຊະ​ດຳຣິ ຮ່ວມ​ມື​ລະຫວ່າງ ສປປ ລາວ ແລະ ຣາຊະ​ອານາຈັກ​ໄທ ສ້າ​ງຕັ້ງຂື້ນ​ໃນ​ເດືອນ​ເມສາ 1994 ມາ​ຮອດ​ປັດຈຸບັນ​ແມ່ນ​ມີ​ອາຍຸ​ຄົບຮອບ 20 ປີ ​ແລະ ​ໃນ​ວັນ​ທີ 29 ​ເມສາ​ຜ່ານ​ມາ​ນີ້, ກະຊວງ​ກະສິ ກຳ ​ແລະ ປ່າ​ໄມ້, ​ໄດ້​ຈັດ​ພິທີ​ສະ​ເຫລີມສະຫລອງ​ວັນ​ສ້າງ​ຕັ້ງ​ສູນ​ດັ່ງກ່າວ​ຄົບຮອບ 20 ປີ ພ້ອມ​ທັງ​ປະດັບ​ຫລຽນ​ໃຫ້​ກົມ​ກອງ ​ແລະ ພະນັກງານ​ທີ່​ມີ​ຜົນງານ​ດີ​ເດັ່ນ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະ​ນາ​ສູນ​ແຫ່ງ​ນີ້. ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ສົມ​ເດັດ​ພະ​ເທບ ຣັດຣາຊະ​ສຸດາ ສະຫຍາຍ​ບໍຣົມມະຣາຊະ​ກຸ​ມາລີ, ທ່ານ ວິ​ໄລ​ວັນ ພົມ​ເຂ ລັດຖະມົນຕີ​ວ່າ ການ​ກະ ຊວງ​ກະສິກຳ ​ແລະ ປ່າ​ໄມ້, ມີ​ຄະນະ​ກຳມະການ​ປະສານ​ງານ​ໂຄງການ​ອັນ​ເນື່ອງ​ມາ​ຈາກ​ພະຣາຊະ​ດຳຣິ (ກປຣ) ຕະຫຼອດ​ຮອດ​ພະນັກ ງານ​ວິຊາ​ການ​ພາຍ​ໃນ​ສູນ ​ແລະ ຄະນະ​ຜູ້​ແທນ​ຈາກ ຣາຊະ​ອານາຈັກ​ໄທ ​ເຂົ້າ​ຮ່ວມ​ໃນ​ໂອກາດ​ດັ່ງກ່າວ ທ່ານ ດຣ. ຕຣີ ພົມມະ​ສັກລັດຖະມົນຕີ​ຊ່ວຍ​ວ່າ ການ​ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ​ໄດ້​ໃຫ້​ຮູ້​ເຖິງ​ຜົນ​ຂອງ​ການ ຈັດ​ຕັ້ງ​ປະຕິບັດ​ກິດຈະກຳ​
ຂອງ​ໂຄງ ການ​ຕະຫລອດ​ໄລຍະ 20 ປີ ຊຶ່ງ​ໂຄງການ​ພະຣາຊະ​ດຳຣິ ​ໄດ້​ສ້າງ​ພື້ນຖານ​ໂຄງ​ລ່າງ​​ເກັບ​ນ້ຳ​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ ສາມາດ​ປັບ​ນ້ຳ​ໄດ້​ປະມານ 2 ລ້ານ​ແມັດ​ກ້ອນ, ສາມາດ​ສະໜອງ​ນ້ຳ​ໃຫ້​ເນື້ອ​ທີ່​ຜະລິດ​ລະດູ​ແລ້ງ​ໄດ້ 200 ກວ່າ​ເຮັກຕາ, ຂຸດ​ໜອງ​ລ້ຽງປາ 200 ກວ່າ​ໜອງ, ​ເຈາະ​ບາ​ດານ​ໃຫ້​ບ້ານ​ອ້ອມ​ຂ້າງ, ຈັດ​ຕັ້ງ​ກຸ່ມ​ຜູ້ນຳ​ໃຊ້​ຊົນລະປະທານ​ໄດ້ 8 ກຸ່ມ ​ແລະ ມີ 350 ຄອບຄົວ ​ເຂົ້າ​ຮ່ວມ​ວຽກ​ງານ​ປູກ​ຝັງ, ​ໄດ້​ຂະຫຍາຍ​ແນວ​ພັນ​ເຂົ້າ, ​ແນວ​ພັນ​ໄມ້​ໃຫ້​ໝາກ, ປູກ​ຜັກ​ປອດ​ສານ​ພິດ, ລ້ຽງສັດ ​ແລະ ການ​ປະມົງ, ພ້ອມ​ນີ້ ກໍ​ໄດ້​ສົ່ງ​ເສີມ​​ໃຫ້​ປະຊາ ຊົນ-ຊາວ​ກະສິກອນ​ທຳ​ການ​ຜະ ລິດ​ສ້າງ​ເປັນ​ຄອບຄົວ​ຕົວ​ແບບ​ໃນ​ການ​ປູກຝັງ-ລ້ຽງສັດ. ນອກ ຈາກ​ສົ່ງ​​ເສີມ​ດ້ານ​ວິຊາ​ສະ​ເພາະ​ແລ້ວສູນ​ດັ່ງກ່າວ​ຍັງ​ຖື​ສຳຄັນ​ກໍ່ ສ້າງ​ບຸກຄະລາ​ກອນ​ໃນ​ຫລາຍ​ຮູບ​ແບບເປັນ​ຕົ້ນການ​ສາທິດ, ການຈັດ​ອົບຮົມ​ໄລຍະ​ສັ້ນດ້ານ​ການ​ປູກຝັງ-ລ້ຽງສັດ, ການ​ປະ ມົງ, ການ​ຄຸ້ມ​ຄອງ​ນ້ຳ, ການ​ປັບ ປຸງ​ພັດທະນາ​ດິນ, ການ​ເຝິກ​ອົບ​ຮົມ​ໄລຍະ​ຍາວ​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ແລະ ອື່ນ​ໆ.
      ​ໃນ​ໂອກາດ​ນີ້, ສົມ​ເດັດ​ພະ​ເທບ​ຣັດຣາຊະ​ສຸດາ ສະຫຍາມ​ບໍ ຣົມມະຣາຊະ​ກຸ​ມາລີ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ທີ່​ສູນ​ພັດທະນາ ​ແລະ ບໍລິການ​ດ້ານ​ການ​ກະ​ເສດ​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ ຍາດ​ມາ​ໄດ້​ຕະຫລອດ​ໄລຍະ 20 ປີຜ່ານມາ ​ເຮັດ​ໃຫ້​ສູນ​ແຫ່ງ​ນີ້​ໄດ້​ຮັບ​ການ​ພັດທະນາ, ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່ດີ​ຂຶ້ນ. ພ້ອມ​ນີ້ ທ່ານ​ຍັງ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ໂຄງການ​ດັ່ງກ່າວ​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ເຮ​ັດ​ໃຫ້​ສູນ​ດັ່ງກ່າວ ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ສອງ​ປະ​ເທດ​ໄທ-ລາວ ສືບຕໍ່​ໝັ້ນຄົງ​ຕະຫລອດ​ໄປ.

No comments:

Post a Comment