Ad

Ad

15 December 2016

ປກສ ເມືອງວຽງທອງພວມເລັ່ງຕິດຕາມຕົວຜູ້ຂົນ ກັນຊາລາຍໃຫຍ່ມາດໍາເນີນຄະດີ

           ເຈົ້າໜ້າທີ່ ປກສ ເມືອງວຽງທອງ, ແຂວງບໍລິຄໍາໄຊ, ພວມຈັດກໍາລັງລົງຕິດຕາມຂະບວນການຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີໃຫ້ໄດ້ໂດຍໄວ, ຫລັງຈາກໃນເວລາປະມານ 11:30 ໂມງຂອງວັນທີ 11 ທັນວານີ້, ເຈົ້າໜ້າທີ່ເມືອງດັ່ງກ່າວໄດ້ຕັ້ງດ່ານກວດກາຕາມເສັ້ນທາງເຂົ້າ-ອອກເມືອງ ແລະ ມີລົດກະບະວີໂກ້ສອງຄັນໝາຍເລກທະບຽນ ກພ 7754 ກໍາແພງນະຄອນ ແລະ ອີກຄັນແມ່ນບໍ່ມີປ້າຍທະບຽນແລ່ນອອກຈາກຕົວເມືອງວຽງທອງດ້ວຍຄວາມໄວ ເພື່ອມຸ້ງໜ້າໄປເສັ້ນທາງເລກ 8B ເມືອງຄໍາ
ເກີດ, ເຈົ້າໜ້າທີ່ຈຶ່ງໄດ້ໃຫ້ສັນຍານຢຸດລົດແຕ່ບໍ່ຈອດ, ຈຶ່ງໄດ້ໄລ່ຕິດຕາມໄປປະມານ 3 ກິໂລແມັດຈຶ່ງເຫັນລົດສອງຄັນຈອດຢູ່ແຄມທາງ ແລະ ບໍ່ພົບເຫັນຄົນຂັບ, ຈຶ່ງໄດ້ກວດຄົ້ນໃນລົດ ແລະ ພົບວ່າມີກັນຊາຊຸກເຊື່ອງຢູ່ໃນລົດທັງສອງຄັນລວມມີນໍ້າໜັກທັງໝົດ 888 ກິໂລ. ຈຶ່ງໄດ້ຢືດກັນຊາດັ່ງກ່າວ ແລະ ລົດໄວ້ເປັນຫລັກຖານດໍາເນີນຄະດີ.  
  ປັດຈຸບັນເຈົ້າໜ້າທີ່ໄດ້ຈັດວາງກໍາລັງລົງຕິດຕາມຫາຄົນຂັບລົດດັ່ງກ່າວເພື່ອນໍາ
ຈັບຕົວມາດໍາເນີນຄະດີໂດຍໄວ.


No comments:

Post a Comment