Ad

Ad

9 January 2017

ສົ່ງຊາວຕ່າງດ້າວປະກອບອາຊີບຜິດກົດໝາຍກັບຄືນປະເທດ

ພາບ-ຂ່າວ: ຫນັງສືພິມ ປກສ
  ເມື່ອທ້າຍອາທິດຜ່ານມານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ນະຄອນຫລວງວຽງຈັນ, ໄດ້ສົ່ງຍິງສາວຊາວຫວຽດນາມປະມານ 20 ກວ່າຄົນກັບຄືນປະເທດ, ພາຍຫລັງພວກກ່ຽວໄດ້ເຄື່ອນໄຫວປະກອບອາຊີບທີ່ຜິດກົດໝາຍຂອງ ສປປ ລາວ.

  ທ່ານຫົວໜ້າພະແນກຕຫລວດສະກັດກັ້ນ ແລະ ຕ້ານການຄ້າມະນຸດນະຄອນຫລວງວຽງຈັນ ພັນໂທ ແສງທອງ ເກື້ອບູນລໍ່າ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນ ທັນວາ 2016 ຜ່ານມາ, ໄດ້ຈັດກໍາລັງເຈົ້າໜ້າທີ່ລົງກວດກາບັນດາຮ້ານອາຫານ
ແລະ ຮ້ານກິນດື່ມຂອງຄົນຕ່າງປະເທດໃນຕົວເມືອງ ແລະ ພົບວ່າມີຮ້ານຂອງຄົນຫວຽດນາມ 4 ຮ້ານຄື: ຮ້ານນາງ ຟານວັນກຸ່ຍ ອາຍຸ 43 ປີ, ຮ້ານນາງ ເລືອງທິວຽນ ອາຍຸ 29 ປີຢູ່ບ້ານໂຄກສີວິໄລ, ເມືອງໄຊທານີ, ຮ້ານນາງ ເລຕານບິນ ອາຍຸ 67 ປີຢູ່ບ້ານໂນນສະຫງ່າ ແລະ ຮ້ານນາງ ເຊືອງທີ້ຮຽນ ອາຍຸ 29 ປີຢູ່ບ້ານໜອງໜ່ຽງ, ເມືອງໄຊເສດຖາ ມີພືດຕິກໍາເຄື່ອນໄຫວຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ ຄື: ໄດ້ເຂົ້າມາລາວໂດຍນຳໃຊ້ໜັງສືຜ່ານແດນໃນນາມນັກທ່ອງທ່ຽວແລ້ວມາເປີດຮ້ານກິນດື່ມ, ຮ້ານກາເຟເພື່ອບັງໜ້າແລ້ວມີການເຄື່ອນໄຫວລັກ ລອບຄ້າຂາຍໂສເພນີ, ໂດຍເອົາຍິງສາວທີ່ເປັນຄົນສັນຊາດດຽວກັນມາຂາຍບໍລິການທາງເພດ, ຊຶ່ງລວມມີຫລາຍກວ່າ 20 ຄົນ, ຈຶ່ງໄດ້ນຳຕົວເຈົ້າຂອງຮ້ານ ແລະ ຍິງສາວດັ່ງກ່າວມາສຶກສາອົບຮົມ, ໂດຍຊີ້ໃຫ້ເຫັນການກະທຳດັ່ງກ່າວແມ່ນຜິດຕໍ່ລະບຽບກົດໝາຍຂອງ ສປປ ລາວ, ພ້ອມທັງເປັນການລັກລອບປະກອບອາຊີບທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍອີກດ້ວຍ, ຊຶ່ງພາຍຫລັງສຶກສາອົບຮົມແລ້ວກໍໄດ້ມີການປັບໄໝຕາມລະບຽບການ ແລະ ສົ່ງພວກກ່ຽວກັບຄືນປະເທດ.

No comments:

Post a Comment