Ad

Ad

9 January 2017

ພຽງ 8 ວັນຕົ້ນປີມີຜູ້ເສຍຊີວິດຈາກອຸປະຕິເຫດບົນທ້ອງຖະໜົນແລ້ວ 8 ຄົນ

          ນັບແຕ່ວັນທີ 1-8 ມັງກອນນີ້, ທົ່ວນະຄອນຫລວງວຽງຈັນ, ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 30 ກໍລະນີ, ມີຜູ້ໄດ້ຮັບບາດເຈັບເກືອບ 30 ຄົນ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 8 ຄົນ, ໃນນັ້ນ ເວລາປະມານ 2:00 ໂມງຂອງວັນທີ 8 ມັງກອນນີ້, ຢູ່ເຂດບ້ານສົມຫວັງ ເມືອງຫາດຊາຍຟອງ, ໄດ້ເກີດເຫດລົດໃຫຍ່ຕຳລົດຈັກຢ່າງຮຸນແຮງ ສົ່ງຜົນໃຫ້ຄົນຂັບລົດຈັກຄື: ທ້າວ ແສງມະນີ ອາຍຸ 28 ປີ, ຢູ່ບ້ານດັ່ງກ່າວເສຍຊີວິດຄາທີ່ ແລະ ໃນເວລາ 3:40 ໂມງຂອງວັນດຽວກັນ, ຢູ່ເຂດບ້ານໂພນພະເນົາ, ເມືອງໄຊເສດຖາ, ໄດ້ມີລົດຈັກໄປຕຳເສົາໄຟຟ້າຂ້າງທາງ, ສົ່ງຜົນໃຫ້ທ້າວ ໄຊປະເສີດ, ອາຍຸ 25 ປີ, ຢູ່ບ້ານໂພນຕ້ອງສະຫວາດ, ເມືອງຈັນທະບູລີ ເສຍຊີວິດຄາທີ່ເຊັ່ນກັນ.


          ເຈົ້າໜ້າທີ່ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ອຸປະຕິເຫດສ່ວນໃຫຍ່ແມ່ນເກີດຈາກນັກຂັບຂີ່ດື່ມສິ່ງມືນເມົາ, ຂັບຂີ່ລົດດ້ວຍຄວາມປະໝາດ, ບໍ່ເຄົາລົບກົດຈະລາຈອນ, ຊຶ່ງເປັນສາເຫດເຮັດໃຫ້ມີອຸປະຕິເຫດເພີ້ມຂຶ້ນ ແລະ ມີຜູ້ເສຍຊີວິດຫລາຍຂຶ້ນ.

No comments:

Post a Comment