Ad

Ad

9 January 2017

ເລີ່ມລົງມືເກັບກູ້ລະເບີດບໍ່ທັນແຕກໃນພື້ນທີ່ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ

           ພາຍຫລັງມີພິທີວາງສີລາເລີກກໍ່ສ້າງເສັ້ນທາງລົດໄຟລາວ-ຈີນແຕ່ບໍ່ເຕັນຫານະຄອນຫລວງວຽງຈັນຢ່າງເປັນທາງການຢູ່ແຂວງຫລວງພະບາງເມື່ອວັນທີ 25 ທັນວາ 2016 ຜ່ານມາ ແລະ ໃນວັນທີ 4 ມັງກອນນີ້, ກໍໄດ້ມີພິທີເປີດການກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກຕົກຄ້າງໃນພື້ນທີ່ໂຄງ ການກໍ່ສ້າງທາງລົດໄຟດັ່ງກ່າວຂຶ້ນທີ່ກະຊວງປ້ອງກັນປະເທດລາວ.
           ທ່ານພົນຈັດຕະວາ ຄລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຫົວໜ້າຄະນະຊີ້ນຳວຽກງານກວດ-ກູ້ ແລະ ທຳລາຍລະເບີດບໍ່ທັນແຕກຕົກຄ້າງໃນພື້ນທີ່ໂຄງການກໍ່ສ້າງທາງ
ລົດໄຟລາວ-ຈີນ ໃຫ້ຮູ້ວ່າ: ພາຍຫລັງລັດຖະບານໄດ້ມອບໝາຍໃຫ້ກະຊວງປ້ອງກັນປະເທດຮັບຜິດຊອບວຽກງານດັ່ງກ່າວກໍໄດ້ແຕ່ງຕັ້ງຄະນະຮັບຜິດຊອບແຕ່ລະໜ້າວຽກຄື: ໝວດກວດກູ້, ທຳລາຍລະເບີດທາງບົກ ແລະ ທາງນ້ຳ, ໃນນັ້ນມອບໃຫ້ກອງພັນນ້ອຍ 564 ກອງພົນທີ 4 ຮັບ ຜິດຊອບໄລຍະທາງທີ 1 ເລີ່ມແຕ່ຊາຍແດນບໍ່ເຕັນ-ບ້ານຫລັກ 20 ເມືອງໄຊ, ແຂວງອຸດົມໄຊມີຄວາມຍາວ 52,82 ກິໂລແມັດ, ກອງພັນນ້ອຍ 563 ກອງພົນທີ 3 ຮັບຜິດຊອບໄລຍະທີ 2 ແຕ່ບ້ານຫລັກ 20 ຫາບ້ານຖິ່ນເມືອງງາແຂວງອຸດົມໄຊມີຄວາມຍາວ 66,95 ກິໂລແມັດ, ກອງພັນນ້ອຍ 567 ກອງພົນທີ 2 ຮັບຜິດຊອບໄລຍະທີ 3 ແຕ່ບ້ານຖິ່ນຫາບ້ານລອງອໍ້ ເມືອງຊຽງເງິນແຂວງຫລວງພະບາງມີຄວາມຍາວທາງ 59,2 ກິໂລແມັດ, ກອງພັນນ້ອຍ 561 ກອງພົນທີ 1 ຮັບຜິດຊອບໄລຍະທີ 4 ແຕ່ບ້ານລອງອໍ້ຫາບ້ານສົມສະ ຫວາດເມືອງວັງວຽງແຂວງວຽງຈັນມີຄວາມຍາວ 74,99 ກິໂລແມັດ, ກອງພັນນ້ອຍ 579 ກົມຊ່າງແສງຮັບຜິດຊອບໄລຍະທີ 5 ແລະ 6 ແຕ່ບ້ານສົມສະຫວາດຫາບ້ານນ້ຳລິນເມືອງໂພນໂຮງແຂວງວຽງຈັນມີຄວາມຍາວ 65,7 ກິໂລແມັດ, ໂດຍທັງໝົດຈະໃຊ້ພະນັກງານນັກຮົບວິຊາສະເພາະຫລາຍກວ່າ 340 ສະຫາຍ.

            ເຂົ້າຮ່ວມພິທີດັ່ງກ່າວມີທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

No comments:

Post a Comment