Ad

Ad

9 January 2017

ປີນີ້ລາວຕັ້ງເປົ້າດຶງດູດນັກທ່ອງທ່ຽວເຂົ້າປະເທດ ໃຫ້ບັນລຸ 5,4 ລ້ານເທື່ອຄົນ

          ລັດຖະບານໄດ້ເນັ້ນໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເພີ່ມທະວີຄວາມ ເປັນເຈົ້າການຊຸກຍູ້ສົ່ງເສີມວຽກງານທ່ອງທ່ຽວທຸກຮູບແບບໃຫ້ແຂງແຮງກວ່າເກົ່າ, ພາຍຫລັງຕັ້ງເປົ້າປີນີ້ໃຫ້ສາມາດດຶງດູດນັກທ່ອງທ່ຽວເຂົ້າປະເທດໃຫ້ບັນລຸ 5,4 ລ້ານເທື່ອຄົນເພື່ອສ້າງລາຍຮັບໃຫ້ໄດ້ຫລາຍກວ່າ875 ລ້ານໂດລາສະຫະລັດ.
            ບັນຫາດັ່ງກ່າວໄດ້ກໍານົດຢູ່ໃນດໍາລັດຂອງນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາປະຈໍາປີ 2017 ໂດຍມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເອົາ
ໃຈໃສ່ພັດທະນາແຫລ່ງທ່ອງທ່ຽວປະເພດຕ່າງໆ ເຊັ່ນ: ທາງດ້ານທໍາມະຊາດ, ວັດທະນະທໍາ ແລະ ປະ ຫວັດສາດໃຫ້ດີຂຶ້ນ, ຂະນະດຽວກັນກໍເລັ່ງໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວແບບອະນຸລັກ ແລະ ປະຊາຊົນໄດ້ມີສ່ວນຮ່ວມຫລາຍຂຶ້ນ ເພື່ອຮັບປະກັນຄວາມຍືນຍົງ, ພ້ອມທັງເອົາໃຈໃສ່ປັບປຸງ ແລະ ພັດທະນາການບໍລິການການທ່ອງທ່ຽວໃຫ້ມີຄຸນນະພາບ, ໄດ້ມາດຕະຖານ ແລະ ຮັກສາໄດ້ເອກະລັກຂອງທ້ອງຖິ່ນ ແລະ ຂອງຊາດ. ນອກຈາກນີ້ກໍຕ້ອງສ້າງກິດຈະກໍາ ແລະ ເງື່ອນໄຂອໍານວຍຕ່າງໆໃນການດຶງດູດນັກທ່ອງທ່ຽວໃຫ້ເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ເພື່ອກະກຽມຮອງຮັບປີທ່ອງທ່ຽວລາວ 2018 ໃຫ້ໄດ້ຮັບຜົນສໍາເລັດດີ ກໍຄືສືບຕໍ່ຜັນຂະຫຍາຍແນວທາງນະໂຍບາຍຂອງພັກທີ່ກໍານົດເອົາການພັດທະນາການທ່ອງທ່ຽວໃຫ້ກາຍເປັນອຸດສະຫະກໍາທ່ອງທ່ຽວທີ່ມີເອກະລັກສະເພາະ ເພື່ອໃຫ້ກາຍເປັນຂະແໜງເສດຖະກິດທີ່ສໍາຄັນຂອງຊາດ ແລະ ປະກອບສ່ວນສໍາຄັນຂອງການທ່ອງທ່ຽວອາຊຽນ ແລະ ຂອງໂລກ.
          ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວສາມາດຂັບເຄື່ອນການພັດທະນາໄປໃນຈັງຫວະຂະຫຍາຍຕໍ່ເນື່ອງ, ປັດຈຸບັນແຫລ່ງທ່ອງທ່ຽວໃນທົ່ວປະເທດມີ 1.957 ແຫ່ງ, ໃນນັ້ນທາງທໍາມະ

ຊາດມີ 1.145 ແຫ່ງ, ວັດທະນະທໍາ 534 ແຫ່ງ ແລະ ປະຫວັດສາດ 278 ແຫ່ງ, ອັນພົ້ນເດັ່ນນັບແຕ່ເມືອງຫລວງພະບາງ ແລະ ວັດພູຈໍາປາສັກໄດ້ຖືກອົງການອຸຍແນສໂກຮັບເຂົ້າເປັນມໍລະດົກໂລກ ກໍໄດ້ກາຍເປັນທ່າແຮງສໍາຄັນໃນດຶງດູດນັກທ່ອງທ່ຽວເຂົ້າມາຢ້ຽມຢາມປະເທດເຮົາເປັນຈໍານວນຫລາຍລ້ານຄົນໃນແຕ່ລະປີ, ສາມາດສ້າງລາຍຮັບບໍ່ໜ້ອຍໃຫ້ແກ່ເສດຖະກິດຂອງຊາດ ແລະ ໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນບັນດາເຜົ່ານັບມື້ຫລາຍຂຶ້ນ.

1 comment:

  1. ສິ່ງທີ່ໄດ້ຍິນຄົນຕ່າງປະເທດ ຈົ່ມຫຼາຍກວ່າໝູ່ແມ່ນ ເສັ້ນທາງເຂົ້າຫາແຫຼ່ງທ່ອງທ່ຽວ ຍາກເກີນໄປ

    ReplyDelete