Ad

Ad

15 February 2017

ເຄບີ ໂຄລາວ ເປີດໃຫ້ບໍລິການເຊົ່າສິນເຊື່ອແລ້ວ

          ບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອ, ທີ່ບ້ານໜອງບອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການແລ້ວຢ່າງເປັນທາງການໃນວັນທີ 13 ກຸມພານີ້, ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ; ມີທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ; ທ່ານປະທານບໍລິສັດໂຄລາວ; ທ່ານປະທານກຸ່ມສະຖາບັນການເງິນ KB, ພ້ອມດ້ວຍມວນຊົນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມເປັນຈຳນວນຫລາຍ.

          ທ່ານ ຢຸນຈົງກຽວ ປະທານກຸ່ມ ສະຖາບັນການເງິນ KB ກ່າວວ່າ: ກຸ່ມໂຄລາວ ໄດ້ເປິດໂຕບໍລິສັດ ເຄບີ ໂຄລາວເຊົ່າສິນເຊື່ອ ຂຶ້ນນີ້, ແມ່ນເປັນການຮ່ວມທຶນລະຫວ່າງ ບໍລິສັດ ເຄບີ ແຄັບປີໂຕລ (KB Capital) ຖືຮຸ້ນ 51%; ກຸ່ມບໍລິສັດ ເຄບີ ກຸກມິນ ກາດ ຈຳກັດ (KB Kookmin Card Co.LTD) ຖືຮຸ້ນ 29% ແລະ ບໍລິສັດ ໂຄລາວ ຖືຮຸ້ນ 20%, ເຊິ່ງຈະໄດ້ດຳເນີນການໃຫ້ບໍລິການເຊົ່າສິນເຊື່ອລົດໃຫຍ່ໂດຍຜ່ານທາງທະນາຄານອິນດູ ຈີນ, ຖືວ່າເປັນອີກຫນື່ງບາດກ້າວໃນດ້ານການພັດທະນາ ແລະ ແນໃສ່ກະຕຸກຊຸກຍູ້ການພັດທະນາເສດຖະກິດຂອງລາວເຕີບໃຫຍ່ຂະຫຍາຍຕົວ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ຜ່ານ ການຕິດຕາມກວດກາຂັ້ນຕອນ ແລະ ຄວາມພ້ອມດ້ານຕ່າງໆຢ່າງມີຄວາມຫ້າວຫັນຂອງ ບໍລິສັດ ບີເຄ ໂຄລາວ ເຊົ່າສິນເຊື່ອ, ອັນໄດ້ນໍາມາສູ່ການລົງທຶນ ຂອງບໍລິສັດ ທີ່ເປັນກຸ່ມຂອງສະຖາບັນການເງິນອັນດັບໜຶ່ງ ຈາກ ສ ເກົາຫຼີ ຖືວ່າເປັນມິນິດໝາຍສຳຄັນໜຶ່ງທີ່ຈະສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ນັກທຸລະກິດເກົາຫຼີ ແລະ ຊ່ວຍດຶງດູດການລົງທຶນຈາກນັກທຸລະກິດເກົາຫຼີເຂົ້າມາລາວ ເພີ່ມຂຶ້ນ, ການດຳເນີນທຸລະກິດຢູ່ລາວແມ່ນມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຫວັງວ່າບໍລິສັດ ເຄບີ ໂຄລາວ ເຊົ່າສິນເຊື່ອຈະສາມາດຜ່ານຜ່າໄປໄດ້, ຂ້າພະ ເຈົ້າໃນນາມຜູ້ຮັບຜິດຊອບໃນຂະແໜງການນີ້ກໍ່ພ້ອມຈະໃຫ້ຄວາມຊ່ວຍເຫຼືອໃຫ້ຄຳປຶກສາໃນການແກ້ໄຂບັນຫາຕ່າງໆເພື່ອໃຫ້ບໍລິສັດມີຜົນສຳເລັດ ແລະ ກ້າວຂຶ້ນໄປເລື້ອຍໆ.        

No comments:

Post a Comment