Ad

Ad

16 February 2017

ຫລາຍທ້ອງຖິ່ນຈະຢຸດຕິການປູກກ້ວຍຂອງຊາວຕ່າງປະເທດ


        ພາຍຫລັງໄດ້ສົ່ງຜົນກະທົບບໍ່ດີຫລາຍດ້ານຕໍ່ສະພາບແວດລ້ອມ ແລະ ສັງຄົມ ແລະ ມີສຽງຈົ່ມວ່າຈາກປະຊາຊົນໃນຫລາຍທ້ອງຖິ່ນຈາກໂຄງການປູກກ້ວຍຂອງຊາວຕ່າງປະເທດ, ຊຶ່ງລ້າສຸດເຫັນວ່າຫລາຍທ້ອງຖິ່ນຈະໃຫ້ນັກລົງທຶນຊາວຕ່າງປະເທດຢຸດເຊົາການປູກພຶດດັ່ງກ່າວ, ໂດຍສະເພາະຢູ່ແຂວງໄຊຍະບູລີ, ຂະແໜງການກ່ຽວຂ້ອງຂອງແຂວງກໍໄດ້ອອກແຈ້ງການເຖິງນັກລົງທຶນຊາວຕ່າງ ປະເທດຈໍານວນທັງໝົດ 4 ບໍລິສັດທີ່ດໍາເນີນການປູກກ້ວຍຢູ່ເຂດເມືອງໄຊຍະບູລີ ແລະ ເມືອງພຽງທີ່ມີເນື້ອທີ່ຫລາຍກວ່າ 520 ເຮັກຕາໃຫ້ຢຸດຕິການປູກກ້ວຍທັງໝົດຢ່າງຊີ້ນເຊິ່ງໃນປີນີ້, ຍ້ອນວ່າໄລຍະຜ່ານມາການປູກພືດດັ່ງກ່າວແມ່ນສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ທໍາລາຍທໍາມະຊາດ ແລະ ສິ່ງແວດລ້ອມໃນເຂດດັ່ງກ່າວ. ເຊັ່ນດຽວກັບແຂວງອຸດົມໄຊ, ຊຶ່ງອໍານາດການປົກຄອງແຂວງບໍ່ໄດ້ອະນຸມັດໃຫ້ຊາວຕ່າງປະເທດມາລົງທຶນປູກກ້ວຍມາເກືອບ 2 ປີແລ້ວ, ໂດຍໃຫ້ເຫດຜົນວ່າການປູກກ້ວຍຕ້ອງໄດ້ນໍາໃຊ້ພື້ນທີ່ດິນເປັນບໍລິເວນກວ້າງ, ທັງບໍ່ສ້າງຜົນປະໂຫຍດໃຫ້ພາກລັດ ແລະ ປະຊາຊົນໃນທ້ອງຖິ່ນດີເທົ່າທີ່ຄວນ ແລະ ອັນສໍາຄັນແມ່ນເຮັດໃຫ້ດິນເສື່ອມຄຸນນະພາບນໍາອີກ. ພະແນກກະສິກໍາ-ປ່າໄມ້ແຂວງອຸດົມໄຊໃຫ້ຮູ້ວ່າ: ປັດຈຸບັນທົ່ວແຂວງມີເນື້ອທີ່ສວນປູກກ້ວຍຫລາຍກວ່າ 5 ພັນເຮັກຕາ ແລະ ເຂດມີການປູກຫລາຍກວ່າໝູ່ແມ່ນຢູ່ເມືອງແບງ ແລະ ເມືອງຮຸນ ແລະ ໃນຕໍ່ໜ້ານີ້ຫາກສວນກ້ວຍເຂດໃດໝົດອາຍຸສັນຍາການສໍາປະທານກໍຈະບໍ່ອະນຸຍາດໃຫ້ຕໍ່ສັນຍາໂດຍເດັດຂາດ ແລະ ພາຍຫລັງເກີດສະພາບສາຍນໍ້າແບ່ງຍຶ່ງສູງຂຶ້ນຖ້ວມຫລາຍເມືອງຂອງແຂວງເມື່ອກາງເດືອນສິງຫາ 2016 ຜ່ານມາ, ກໍໄດ້ເຮັດໃຫ້ສວນກ້ວຍຂອງນັກລົງທຶນຊາວຕ່າງປະເທດຢູ່ລຽບແຄມສາຍນໍ້າແບງເສຍຫາຍເປັນບໍລິເວນກວ້າງ, ພ້ອມທັງມີຢາຂ້າຫຍ້າ ແລະ ຢາປາບສັດຕູພືດໃນສວນກ້ວຍຈໍານວນບໍ່ໜ້ອຍຖືກນໍ້າຊຸທັ່ງສູນຫາຍໄປນໍາສາຍນໍ້າ.

           ສ່ວນຢູ່ນະຄອນຫລວງວຽງຈັນ, ກໍເຫັນວ່າມີນັກລົງທຶນຊາວຕ່າງປະເທດເຂົ້າມາດໍາເນີນການປູກກ້ວຍເປັນບໍລິເວນກວ້າງໃນເຂດເມືອງສັງທອງ ແລະ ປາກງື່ມ, ຊຶ່ງພາຍຫລັງເກີດຜົນສະທ້ອນອັນບໍ່ດີຕໍ່ສິ່ງແວດລ້ອມ ແລະ ສັງຄົມຕາມມາຄື: ມີສະພາບປາຕາຍເປັນຈໍານວນຫລາຍຢູ່ສາຍນໍ້າຕອນເມືອງສັງທອງເມື່ອປີ 2015 ແລະ ປີ 2016 ກໍມີກໍາມະກອນຢູ່ສວນກ້ວຍບ້ານຊຽງແລທ່າເມືອງປາກງື່ມ 5 ຄົນເບື່ອຢາຂ້າຫຍ້າ ແລະ ຢາປາບສັດຕູພືດ ແລະ ໃນຕົ້ນເດືອນມັງກອນ 2017 ນີ້ກໍມີປະຊາຊົນຈໍານວນໜຶ່ງເກີດເປັນຕຸມຄັນຕາມຮ່າງກາຍພາຍຫລັງລົງອາບນໍ້າຢູ່ສາຍນໍ້າຕອນເມືອງສັງທອງ, ຈາກກໍລະນີດັ່ງກ່າວ, ພາກສ່ວນກ່ຽວຂ້ອງຈຶ່ງໄດ້ຈັດກອງປະຊຸມປືກສາຫາລືຂຶ້ນເມື່ອບໍ່ດົນນີ້, ເພື່ອສຸມໃສ່ການກໍານົດມາດຕະການຕ່າງໆເພື່ອເພີ່ມທະວີການຄຸ້ມຄອງ ແລະ ຄວບຄຸມການນໍາໃຊ້ສານເຄມີຢາປາບສັດຕູພືດ ແລະ ຢາຂ້າຫຍ້າຂອງບັນດາບໍລິສັດລົງທຶນປູກກ້ວຍໃຫ້ຖືກຕ້ອງຕາມມາດ ຕະຖານ ແລະ ທັງໃຫ້ຮັບປະກັນຄວາມປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ຊຶ່ງຖ້າມີການລະເມີດແມ່ນຈະດໍາເນີນມາດຕະການຕ່າງໆນັບແຕ່ຂັ້ນສຶກສາອົບຮົມ, ປັບໃໝ ແລະ ໃຫ້ປິດກິດຈະການທັນທີຕາມກໍລະນີໜັກເບົາ. ສ່ວນຢູ່ແຂວງບໍ່ແກ້ວທີ່ພວມເກີດມີສະພາບປາຕາຍເປັນຈໍານວນຫລາຍໃນວັງສະຫງວນສາຍນໍ້າງ້າວ, ເມືອງຫ້ວຍຊາຍເມື່ອວັນທີ 12 ກຸມພານີ້, ຂະແໜງການກ່ຽວຂ້ອງຂອງແຂວງກໍພວມເລັ່ງຫາສາເຫດທີ່ເກີດຂຶ້ນ, ຊຶ່ງຄາດວ່າອາດເກີດຈາກມີສານເຄມີອັນຕະລາຍຮົ່ວໄຫລ່ລົງສູ່ສາຍນໍ້າດັ່ງກ່າວ, ເນື່ອງຈາກພົບເຫັນກະຕຸກຢາງໜຶ່ງໜ່ວຍທີ່ມີໂຕໜັງສືເປັນພາສາຈີນຟູຢູ່ນໍ້າ, ຊຶ່ງຄາດວ່າອາດເປັນກະຕຸກສານເຄມີທີ່ໃຊ້ຢູ່ສວນປູກພືດໃນພື້ນທີ່ໃກ້ຄຽງຖືກຖີ້ມຢ່າງຊະຊາຍຈົນກໍໃຫ້ເກີດຜົນກະທົບທີ່ບໍ່ດີດັ່ງກ່າວຕາມມາ. ນອກຈາກນີ້ຢູ່ຫລາຍທ້ອງຖິ່ນເຂດພາກເໜືອທີ່ມີຊາວຕ່າງ ປະເທດລົງທຶນປູກກ້ວຍນັ້ນກໍເຫັນວ່າພາກສ່ວນກ່ຽວຂ້ອງຂອງທ້ອງຖິ່ນນັ້ນໆພວມກໍານົດມາດຕະການຄຸ້ມຄອງຢ່າງເຂັ້ມງວດເຊັ່ນກັນ. 

No comments:

Post a Comment