Ad

Ad

2 March 2017

ລາວ-ໄທລົງນາມຂໍ້ຄົກລົງວ່າດ້ວຍການຈ້າງງານ

ເພື່ອຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານລະຫ່ວາງລັດຖະບານລາວ ແລະ ໄທ ຈຳນວນ 5 ສະບັບໃຫ້ປະກົດຜົນເປັນຈິງ. ໃນວັນທີ 1 ມີນານີ້ທີ່ອໍາເພີເມືອງຫົວຫີນ, ຈັງຫວັດປຣະຈວບຄີລີຂັນ, ປະເທດໄທ, ໄດ້ມີພິທີລົງນາມຂໍ້ຕົກລົງວ່າດ້ວຍການຈ້າງງານລະຫ່ວາງທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົນ ແຫ່ງລາວ ແລະ ທ່ານພົນເອກ ສີວິໄຊ ລັດຖະມົນຕີກະຊວງແຮງງານແຫ່ງຣາຊະອານາຈັກໄທ, ໂດຍມີພາກສ່ວນກ່ຽວຂ້ອງຈາກສອງຝ່າຍເຂົ້າຮ່ວມ. ເພື່ອແນໃສ່ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານແຮງງານໃນການ
ພັດທະນາເສດຖະກິດ-ສັງຄົມ, ການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານໃຫ້ຖືກຕ້ອງຕາມຫຼັກການ, ກົດໝາຍ ແລະ ລະບຽບການຂອງແຕ່ລະປະເທດ, ພ້ອມທັງສາມາດຮັບປະກັນແຮງງານໄດ້ຮັບການຄຸ້ມຄອງ ແລະ ປົກປ້ອງສິດຜົນປະໂຫຍດເທົ່າທຽມກັນໂດຍບໍ່ເລືອກປະຕິບັດ, ພ້ອມນີ້ຕ້ອງສົ່ງກັບຄືນປະ ເທດເມື່ອໝົດສັນຍາການຈ້າງແຮງງານຕາມເງື່ອນໄຂ, ລະບຽບກົດໝາຍຂອງຄູ່ພາຄີ, ສັນຍາການຈ້າງງານ ແລະ ການຮັບຮອງເອກະສານ. ທັງນີ້ ກໍເພື່ອອໍານວຍຄວາມສະດວກ, ຮັບປະກັນຂະບວນການຈ້າງແຮງງານຖືກຕ້ອງຕາມລະບຽບກົດໝາຍຂອງຄູ່ພາຄີໃຫ້ມີຄວາມໂປ່ງໃສ ແລະ ມີປະສິດຕິພາບ, ພ້ອມທັງຮ່ວມກັນສະກັດກັ້ນ ແລະ ຕ້ານການຄ້າມະນຸດເພື່ອການຈ້າງແຮງງານ ແລະ ການເຂົ້າ-ອອກເມືອງທີ່ຜິດກົດໝາຍ. 

No comments:

Post a Comment