Ad

Ad

2 March 2017

ລາວ-ໄທ-ເຢຍລະມັນເພີ່ມທະວີການຮ່ວມວຽກງານກວດສອບດ້ານການເງິນ

  ໃນວັນທີ 28 ກຸມພານີ້, ໄດ້ມີພິທີລົງນາມເປີດໂຄງການຮ່ວມມື 3 ຝ່າຍລະຫວ່າງລາວ-ໄທ-ເຢຍລະມັນ ເພື່ອສົ່ງເສີມການກວດສອບທາງດ້ານການເງິນໃຫ້ອົງການກວດສອບແຫ່ງລັດລາວ, ດ້ວຍການພັດທະນາຫລັກສູດ ແລະ ເອກະສານການຮຽນ-ການສອນວຽກງານກວດສອບດ້ານການເງິນ, ພ້ອມທັງສ້າງຄູເຝິກ  ໃຫ້ອົງການດັ່ງກ່າວ, ເຊິ່ງເປັນການຮ່ວມມືຄັ້ງທຳອິດໃນຮູບແບບສາມຝ່າຍໃນການພັດທະນາວຽກງານກວດສອບແຫ່ງລັດຂອງລາວ, ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານເຢຍລະມັນ ແລະ ໄທໃນມູນຄ່າ 137.810 ເອີໂຣ ຫລື ປະມານ 1 ຕື້ກວ່າກີບ, ຊຶ່ງແມ່ນອົງການຮ່ວມມືສາກົນປະເທດເຢຍລະມັນ ແລະ ອົງການກວດເງິນແຜ່ນດິນປະເທດໄທເປັນຜູ້ຈັດຕັ້ງປະຕິບັດໃນໄລຍະເວລາ 18 ເດືອນ.

 ທ່ານຮອງປະທານອົງການກວດສອບແຫ່ງລັດ ປະດັບເພັດ ໄຊຍະໂຄດ ກ່າວວ່າ: ໂຄງການດັ່ງກ່າວແມ່ນມີຄວາມສຳຄັນ ແລະ ມີປະໂຫຍດຫລາຍໃນການພັດທະນາວຽກງານກວດສອບເພື່ອໃຫ້ສາມາດຫຍັບມໍເຂົ້າມາດຖະຖານສາກົນເທື່ອລະກ້າວ. ນອກຈາກນີ້, ການຮ່ວມມືດັ່ງກ່າວຍັງຈະເປັນໂຄງການຕົວແບບໃນການພັດທະນາວຽກງານກວດສອບໃນຮູບແບບສາມຝ່າຍໃນພາກພື້ນອາຊີຕາເວັນອອກສຽງໃຕ້ອີກດ້ວຍ.

  ເຂົ້າຮ່ວມພິທີລົງນາມດັ່ງກ່າວມີທ່ານ ປະດັບເພັດ ໄຊຍະໂຄດ ຮອງປະທານອົງການກວດສອບແຫ່ງລັດ, ທ່ານ ເອີນສ໌ ແອດສ໌ແຕັກ ຫົວໜ້າຫ້ອງການຜູ້ຕາງໜ້າອົງການຮ່ວມມືສາກົນປະເທດເຢຍລະມັນ, ທ່ານນາງ ສິລິນ ພິມກະເສນ ຮອງປະທານອົງການກວດເງິນແຜ່ນດິນປະເທດໄທ ແລະ ທ່ານ ໄພສານ ລຸປານິກິດ ຮອງຫົວໜ້າກົມການຮ່ວມມືສາກົນປະເທດໄທ, ພ້ອມດ້ວຍຜູ້ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

No comments:

Post a Comment