Ad

Ad

3 March 2017

ຄະນະຜູ້ແທນລາວຢ້ຽມຊົມງານວາງສະແດງໂທລະຄົມໂລກປີ 2017

ວັນທີ 2 ເດືອນ ມີນາ ໃນໂອກາດໄປຮ່ວມກອງປະຊຸມໃຫ່ຍໂທລະຄົມໂລກ(MWC2017)ຢູ່ເມືອງບາກເຊໂລນາ, ປະເທດແອັດສະ ປາຍໃນວັນທີ 2 ມີນານີ້ ທ່ານ ທັນສະໄໝ ກົມມະສິດ ລັດຖະມົນ ຕີກະຊວງໄປສະນີ ໂທລະຄົມມະນາຄົມ ແລະການສື່ສານ ພ້ອມຄະນະຜູ້ແທນລາວ ໄດ້ຢ້ຽມຊົມຫ້ອງວາງສະແດງຂອງບໍລິສັດຫົວເຫວີຍ(Huawei) ເຊິ່ງທ່ານໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງບໍລິສັດດັ່ງກ່າວເຂົ້າໃນການພັດທະນາ ICTແລະ ການຮ່ວມມືລະຫວ່າງບໍລິສັດຫົວເຫວີຍກັບບັນດາບໍລິສັດໂທລະຄົມຢູ່ລາວ.


ໃນກອງປະຊຸມໂທລະຄົມໂລກຄັ້ງນີ້, ບໍລິສັດ ຫົວເຫວີຍ ໄດ້ມີການວາງສະແດງແລະການກ່າວບົດປາໄສ, ພາຍໃຕ້ຫົວຂໍ້: ເພື່ອໃຫ້ໂລກມີການເຊື່ອມຕໍ່ທີ່ດີກວ່າ”. ໃນຊ່ວງໄລຍະເວລາຈັດງານ, ມີຜູ້ຄວບຄຸມດ້ານໂທລະຄົມ ແລະ ຄູ່ຮ່ວມເຂົ້າຮ່ວມຫລາຍກວ່າ 100 ພາກສ່ວນ ທີ່ມາຈາກທົ່ວໂລກ ຈະໄດ້ນໍາສະເໜີນະວັດຕະກໍາ ແລະ ແນວຄວາມຄິດໃໝ່ໆທີ່ໄດ້ພັດທະນາຮ່ວມກັນກັບຫົວເຫວີຍ. ພ້ອມກັນນັ້ນ, ບໍລິສັດ ຫົວເຫວີຍ ກໍໄດ້ເຂົ້າຮ່ວມໃນການສົນທະນາກັບຄູ່ຮ່ວມດ້ານອຸດສາຫະກຳກ່ຽວກັບອະນາ ຄົດຂອງຂະແໜງອຸດສາຫະກຳໂທລະຄົມ ແລະ ການປະຕິບັດງານທີ່ດີສຸດ ເພື່ອຊ່ວຍໃຫ້ຜູ້ຄວບຄຸມດ້ານໂທລະຄົມບັນລຸຜົນການຂະຫຍາຍຕົວໃໝ່ໃນການຂັບເຄື່ອນຄຸນຄ່າ. 

No comments:

Post a Comment