Ad

Ad

3 March 2017

ເບິ່ງບັນຫາທີ່ພົວພັນກັບສິດທິ ແລະ ບົດບາດຂອງແມ່ຍິງໃນຕ່າງແດນ

ໂດຍ : ວິເສດ ສະແຫວງສຶກສາ
ໃນໂອກາດວັນທີ 8 ມີນາ ວັນແມ່ຍິງສາກົນພວມຫຍັບຈ້ໍມໍ່ເຂົ້າມານີ້ ຜູ້ຂຽນໄດ້ສັງລວມເອົາ ເລື່ອງລາວຂ່າວສານກ່ຽວກັບບັນຫາທີ່ພົວພັນກັບແມ່ຍິງໃນຕ່າງແດນມາສະເໜີພໍຫອມປາກຫອມຄໍ ໂດຍເລີ່ມນະໂຍບາຍດີໆ ຂອງລັດຖະບານຍີ່ປຸ່ນໃນການສົ່ງເສີມນັກທຸລະກິດຍິງມືໃໝ່ທີ່ຍັງຂາດທຶນຮອນ. ໃນປັດຈຸບັນກ້ອນທຶນສຳລັບໃຫ້ແມ່ຍິງທີ່ຕ້ອງການເລີ່ມເຮັດທຸລະກິດຂະໜາດນ້ອຍກູ້ຢືມໃນຍີ່ປຸ່ນນັບມື້ເພີ່ມຂຶ້ນ ເຊິ່ງສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ຕ້ອງການຊຸກຍູ້ບົດບາດ
ອັນຕັ້ງໜ້າຂອງແມ່ຍິງໃນຂົງເຂດເສດຖະກິດ ແລະ ສັງຄົມຂອງປະເທດ. ນັບແຕ່ເດືອນເມສາຫາເດືອນກັນຍາປີ 2016, ຈຳນວນນັກທຸລະກິດຍິງມືໃໝ່ທີ່ ຢືມເງິນຈາກລັດຖະບານບໍ່ເກີນ 3 ລ້ານເຢນຕໍ່ຄົນນັ້ນມີເຖິງ 1.282 ຄົນ ເພີ່ມຂຶ້ນ 21% ທຽບໃສ່ໄລ ຍະດຽວຂອງປີ 2015. ຕົວເລກ ນີ້ຊີ້ໃຫ້ເຫັນເຖິງຄວາມຕັ້ງໃຈຂອງແມ່ຍິງຍີ່ປຸ່ນທີ່ຕ້ອງການດຳເນີນທຸລະກິດດ້ວຍລຳແຄ່ງລຳຂາຕົນເອງພາຍຫລັງລາອອກຈາກບໍລິສັດທີ່ເຄີຍເຮັດວຽກມາກ່ອນ ຍ້ອນຕ້ອງໄດ້ເບິ່ງແຍງຄອບຄົວ ແລະ ລູກເຕົ້າ. ຢູ່ປະເທດລີບັງ (ເລບານອນ) ກຳມາທິການທີ່ກ່ຽວຂ້ອງຂອງລັດຖະບານປະເທດນີ້ພວມສຸມໃສ່ປັບປຸງກົດໝາຍອາຍາສະບັບເກົ່າທີ່ຍັງໃຊ້ຢູ່ໃນປັດຈຸບັນ ໂດຍສະເພາະແມ່ນມາດຕາ 522 ທີ່ອະນຸຍາດໃຫ້ຜູ້ຊາຍພົ້ນໂທດຄະດີຂົ່ມຂືນແມ່ຍິງ ຖ້າຜູ້ຊາຍຄົນນັ້ນຕົກລົງແຕ່ງດອງກັບເຫຍື່ອຂອງຕົນ. ມາດຕາທີ່ວ່ານີ້ໄດ້ກາຍເປັນຈຸດຮ້ອນທີ່ຖົກຖຽງກັນມາເປັນເວລາຍາວນານໃນສັງຄົມປະເທດລີບັງ ເພາະມັນໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ແມ່ຍິງ. ສັງຄົມເຫັນວ່າບັນຫາການຂົ່ມຂືນຝືນໃຈນັ້ນບໍ່ຕ້ອງເອົາໄປໄວ້ໃນກະຕ່າດຽວກັບການແຕ່ງດອງ, ການແຕ່ງດອງບໍ່ສາມາດຈະໄຖ່ໂທດຂົ່ມຂືນໄດ້. ໃນທີ່ສຸດກໍໄດ້ມີສຽງຮຽກ ຮ້ອງໃຫ້ລຶບລ້າງມາດຕານີ້ຖິ້ມ. ຂ່າວບອກວ່າ: ຄະນະປັບປຸງໄດ້ຕົກລົງປະຕິບັດຕາມຫາງສຽງສັງຄົມ ແລ້ວ. ກົດໝາຍອາຍາສະບັບປັບ ປຸງນີ້ຈະສົ່ງໃຫ້ລັດຖະສະພາພິຈາ ລະນາຮັບຮອງເອົາໃນເດືອນເມ ສາປີນີ້. ນອກຈາກບັນຫາຂົ່ມຂືນກໍຍັງມີການປ່ຽແປງຂໍ້ກຳນົດ ໂທດສຳລັບການຂູດຮີດທາງ ເພດຕໍ່ເດັກ, ການແຕ່ງດອງແບບ ບັງຄັບ, ການລັກພາຕົວແມ່ຍິງ ແລະ ອື່ນໆ. ຢູ່ອິນເດຍ, ລັດຖະບານໄດ້ຮັບຮອງເອົາຫລາຍໆ ມາດຕະການ ເພື່ອກຳຈັດບັນຫາການຄ້າແມ່ຍິງ ແລະ ເດັກນ້ອຍ. ທ່ານນາງ ມາເນກາ ຄັນທີ (Maneka Gandti) ລັດຖະມົນຕີກະຊວງພັດທະນາແມ່ຍິງ ແລະ ເດັກນ້ອຍ ໄດ້ສະເໜີໃນຕົ້ນ ປີ 2016 ໃຫ້ບັນດາລັດໃນພາກຕາເວັນອອກສຽງເໜືອສ້າງຕັ້ງກອງກຳລັງຕຳຫລວດພິເສດທີ່ ເປັນເພດຍິງລ້ວນໆໃນແຕ່ລະບ້ານ ເພື່ອເຄື່ອນໄຫວສະກັດກັ້ນການຄ້າເດັກນ້ອຍ ແລະ ແມ່ຍິງ.

ນອກຈາກນັ້ນ ທ່ານລັດຖະມົນຕີ ຍັງໄດ້ສະເໜີຫລາຍວິທີການອັນຈຳເປັນເພື່ອສະກັດກັ້ນການຄ້າແມ່ຍິງ ແລະ ເດັກນ້ອຍຈາກປະເທດໃກ້ຄຽງເຊັ່ນ: ເນປານ, ປາກິດສະຖານ ແລະ ບັງກະລາເທດ ເຂົ້າມາໃນອິນເດຍ. ເພື່ອແກ້ໄຂບັນຫາດັ່ງກ່າວແບບຍືນຍົງ, ທາງກະຊວງໄດ້ສັ່ງໃຫ້ປັບປຸງລະບົບຮັບເອົາເດັກມາເປັນລູກລ້ຽງ (ລູກບຸນທຳ) ກໍຄືການຊ່ວຍເຫລືອດ້ານການເງິນແກ່ຄອບຄົວທີ່ໃຫ້ລ້ຽງດູເບິ່ງແຍງເດັກນ້ອຍທີ່ຂາດຄວາມອົບອຸ່ນຈາກຄອບຄົວນຳອີກ. ຢູ່ປະເທດອາຣາບີຊາອຸດິດ ມີຂ່າວເສົ້າກ່ຽວກັບຊາຍຄົນໜຶ່ງຖືກຕັດສິນລົງໂທດຈຳຄຸກ ເປັນເວລາ 1 ປີ ແລະ ຖືກປັບໄໝເປັນເງິນກວ່າ 5.000 ໂດລາສະຫະລັດ ຍ້ອນວ່າຜູ້ກ່ຽວໄດ້ຮຽກຮ້ອງໃຫ້ລຶບລ້າງລະບົບໃຫ້ຜູ້ຊາຍມີສິດຮອບດ້ານໃນການຄຸ້ມຄອງແມ່ຍິງ. ລະບົບດັ່ງກ່າວໄດ້ປະຕິບັດກັນຢູ່ປະເທດນີ້ມາຫລາຍເຊັ່ນຄົນແລ້ວ.

No comments:

Post a Comment