Ad

Ad

3 March 2017

ຕໍາຫລວດຢືນຢັນບໍ່ໄດ້ໃຊ້ກໍາລັງເກີນເຫດໃນການແກ້ໄຂແກ໋ງກວນເມືອງ

           ທ່ານພັນໂທ ຄໍາຜິວ ວັດທະນາພອນ ຫົວໜ້າກອງພັນເຄື່ອນທີ່ ປກສ ນະຄອນຫລວງວຽງຈັນໄດ້ອອກມາຢືນຢັນວ່າ: ໃນໄລຍະຜ່ານມາການປະຕິບັດງານຂອງເຈົ້າໜ້າທີ່ໃນການປາບປາມແກ້ໄຂແກ໋ງກວນເມືອງແມ່ນປະຕິບັດຕາມໜ້າທີ່ ແລະ ບໍ່ໄດ້ໃຊ້ກໍາລັງເກີນກວ່າເຫດຄືດັ່ງຜູ້ປົກຄອງຫລາຍຄົນຄິດ, ພ້ອມຮຽກຮ້ອງເຖິງຜູ້ປົກຄອງຈໍານວນໜຶ່ງຢ່າພຽງແຕ່ຕໍານິຕໍາຫລວດຝ່າຍດຽວ, ຄວນເອົາໃຈໃສ່ສຶກສາອົບຮົມລູກຫລານໃຫ້ເປັນຄົນດີ ແລະ ບໍ່ໃຫ້ໄປເປັນນັກເລງອັນຕະພານສ້າງຄວາມເດືອດຮ້ອນແກ່ສັງຄົມ.

           ການຢືນຢັນດັ່ງກ່າວ, ມີຂຶ້ນໃນລະຫວ່າງຊີ້ແຈ້ງຕໍ່ຄໍາສະເໜີຂອງປະຊາຊົນຜ່ານໂທລະສັບສາຍດ່ວນກອງປະຊຸມສະພາປະຊາຊົນນະຄອນຫລວງວຽງຈັນ ເມື່ອບໍ່ດົນມານີ້, ໂດຍໃຫ້ຮູ້ວ່າ: ແກ໋ງຂີ່ລົດກວນເມືອງແມ່ນປາກົດການຫຍໍ້ທໍ້ໜຶ່ງເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ. ຜ່ານມາເຈົ້າໜ້າທີ່ພວກເຮົາແມ່ນໄດ້ສຸມໃສ່ແກ້ໄຂບັນຫາດັ່ງກ່າວຢ່າງຕັ້ງໜ້າ, ໂດຍສະເພາະ
ເຄື່ອນໄຫວຢູ່ຕາມເສັ້ນທາງສໍາຄັນ ເຊັ່ນ: ຖະໜົນໄກສອນ, ຖະໜົນດົງໂດກ, ຖະໜົນລ້ານຊ້າງ, ຖະໜົນດອນແດງ, ຖະໜົນເຕ 4, ຫ້ວຍຫົງ, ຕານມີໄຊ ແລະ ຈຸດອື່ນໆ, ເຊິ່ງສາມາດກັກຕົວຜູ້ປະພຶດຕົນບໍ່ດີມາສຶກສາອົບຮົມ ແລະ ດຳເນີນຕາມລະບຽບກົດໝາຍໄດ້ຫລາຍສົມຄວນຄື: ພົບເຫັນຜູ້ລະເມີດລະບຽບຈະລາຈອນ ແລະ ສຶກສາອົບຮົມກັບທີ່ 2.458 ຄົນ, ຍິງ 657 ຄົນ, ກັກລົດທັງໝົດ 406 ຄັນ, ໃນນີ້ລົດໃຫຍ່ 8 ຄັນ (ຕິດເຄື່ອງສຽງດັງ), ລົດດັດແປງສະພາບ 156 ຄັນ, ບໍ່ຕິດປ້າຍທະບຽນ 63 ຄັນ, ແຕ່ງເປັນລົດແຂ່ງ 35 ຄັນ ແລະ ບໍ່ຖືທະບຽນ 152 ຄັນ. ພ້ອມທັງກັກຜູ້ທີ່ມີຢາເສບຕິດໄວ້ຄອບຄອງໄດ້ຈຳນວນ 41 ຄົນ, ຍິງ 2 ຄົນ, ມີຂອງກາງຢາບ້າ 1.269 ເມັດ, ຢາໄອສ໌ 8 ຖົງນ້ອຍ ແລະ ເງິນປອມຫລາຍກວ່າໜຶ່ງລ້ານກີບ. ໄດ້ເອົາຕົວຜູ້ກະທໍາຜິດມາສຶກສາອົບຮົມຢູ່ຫ້ອງການ 5 ຄັ້ງມີທັງໝົດ 151 ຄົນ, ຍິງ 13 ຄົນ.

  ທ່ານຫົວໜ້າກອງພັນເຄື່ອນທີ່ ກ່າວວ່າ: ການລົງແກ້ໄຂບັນຫາດັ່ງກ່າວຂອງເຈົ້າໜ້າທີ່ແມ່ນປະຕິບັດຕາມໜ້າທີ່ ແລະ ພາລະບົດ ເພື່ອຮັບປະກັນໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບ ຮຽບຮ້ອຍ, ເຈົ້າໜ້າທີ່ທຸກຄົນເຄື່ອນໄຫວວຽກງານຕາມຄໍາສັງຂອງຜູ້ບັນຊາການ ແລະ ປະຕິບັດຕາມກອບລະບຽບຫລັກການວາງອອກຢ່າງເຄັງຄັດ ແລະ ບໍ່ໄດ້ໃຊ້ກໍາລັງເກີນກວ່າເຫດຕໍ່ບັນດາຊາວໜຸ່ມທີ່ກະທໍາຜິດຄືດັ່ງຜູ້ປົກຄອງຫລາຍຄົນມີຄວາມເປັນຫວ່ງ, ໝາຍວ່າດໍາເນີນມາດຕະການດ້ານລະບຽບກົດໝາຍຕາມກໍລະນີໜັກ-ເບົາ, ເຊິ່ງຜ່ານມາການແກ້ໄຂພວກແກ໋ງກວນເມືອງນີ້ສ່ວນຫລາຍແມ່ນຕ້ອງໄດ້ໄລ່ເອົາຜູ້ທີ່ເປັນຫົວໂປ່ງໂຕການ, ຖ້າໄລ່ບໍ່ທັນກໍຖືວ່າລອດໄປ, ແຕ່ຖ້າເຈົ້າໜ້າທີ່ຈິງຈັງໄລ່ນຳເອົາດ້ວຍຄວາມຮັບຜິດຊອບສູງ, ເມື່ອພວກເຂົາເກີດອຸປະຕິເຫດກໍຫາວ່າເຈົ້າໜ້າທີ່ປະຕິບັດເກີນຂອບເຂດຕ່າງໆນາໆ. ແນວໃດກໍຕາມ, ການແກ້ໄຂເບື້ອງຂອງເຈົ້າໜ້າທີ່ແມ່ນພຽງປາຍເຫດທີ່ເຮັດຕາມຕົວບົດກົດໝາຍ, ແຕ່ຖ້າຈະແກ້ໄຂບັນຫາດັ່ງກ່າວໃຫ້ຫລຸດລົງແມ່ນຕ້ອງເລີ່ມມາແຕ່ຕົ້ນເຫດກໍຄືຕ້ອງເລີ່ມຈາກຄອບຄົວກໍຄືຜູ້ປົກຄອງຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມບອກສອນໃຫ້ເຂົາເຈົ້າເປັນຄົນດີ, ບໍ່ໄປທ່ຽວຫລີ້ນໃນຍາມເດີກດື່ນ, ຊຶ່ງອາດຈະພາໄປສູ່ການປະພຶດ ແລະ ການກະທໍາໃນສິ່ງທີ່ບໍ່ດີຕາມມາ ເຊັ່ນ: ຂັບຂີ່ລົດເປັນພຶງເປັນແພສົ່ງສຽງດັ່ງລົບກວນສັງຄົມ, ມົ້ວສຸມຢາເສບຕິດ, ອຸປະຕິເຫດ, ໂສເພນີ ແລະ ອື່ນໆ. ນອກຈາກນີ້, ການຈັດຕັ້ງບ້ານ, ກຸ່ມບ້ານກໍຕ້ອງເພີ່ມທະວີການກວດກາຢ່າງເຄັ່ງຄັດໃນຂອບເຂດຮັບພິຊອບຂອງຕົນເມື່ອເຫັນສະພາບບໍ່ດີຕ່າງໆກໍຕ້ອງໄດ້ປະສານສົມທົບກັລເຈົ້າໜ້າທີ່ລົງແກ້ໄຂໃຫ້ທັນການ.

No comments:

Post a Comment