Ad

Ad

3 March 2017

ລາວຕີລາຄາສູງຕໍ່ການຊ່ວຍເຫລືອຂອງອົງການໄຈກາ

  ໃນວັນທີ 2 ມີນານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະເທດ, ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບເພື່ອອໍາລາຂອງທ່ານ ຢູຊຸເກະ ມຸຣະກະມິ ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນປະຈໍາລາວ (JICA) ໃນໂອກາດທີ່ໄດ້ສໍາເລັດວຽກງານຢູ່ ສປປ ລາວ ເປັນເວລາ 2 ປີ.
  ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍໃນການປະກອບສ່ວນເພີ່ມພູນຄູນສ້າງໃຫ້ແກ່ການພົວພັນລາວ-ຍີ່ປຸ່ນ, ໂດຍສະເພາະແມ່ນການຊຸກຍູ້ຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນ
ຍີ່ປຸ່ນ ແລະ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານ ຢູຊຸເກະ ມຸຣະກະມິ ຢູ່ລາວເປັນເວລາ 2 ປີທີ່ມີໝາກຜົນດີໃນການຈັດຕັ້ງປະຕິບັດ 38 ໂຄງການຊ່ວຍເຫລືອລ້າມູນຄ່າ 10.564 ລ້ານເຢັນ, ເຊິ່ງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງລາວ. ພ້ອມດຽວກັນນີ້, ທ່ານ ສະເຫລີມໄຊ ກົມມະສິດ ຍັງເຫັນວ່າບົດບາດຂອງອົງການຮ່ວມມືສາກົນຍີ່ປຸ່ນປະຈໍາລາວ ທີ່ເປັນຕົວແທນຂອງລັດຖະບານຍີ່ປຸ່ນທີ່ໄດ້ຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຕ່າງໆ ລະຫວ່າງລາວ ແລະ ຍີ່ປຸ່ນ ແມ່ນມີປະສິດທິຜົນໄດ້ປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງຊາດລາວ-ຍີ່ປຸ່ນໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

          ທ່ານ ຢູຊຸເກະ ມຸຣະກະມິ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ ສະເຫລີມໄຊ ກົມມະສິດ ກໍຄືລັດຖະບານລາວທີ່ໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫລືອປະກອບສ່ວນຮ່ວມມື ແລະ ອໍານວຍຄວາມສະ ດວກໃຫ້ແກ່ການປະຕິບັດໜ້າທີ່ຂອງຕົນ ກໍຄືອົງການຮ່ວມມືສາກົນຍີ່ປຸ່ນຢູ່ລາວ ເປັນຢ່າງດີ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືທີ່ດີຈາກລັດຖະບານລາວຕໍ່ໄປ.

No comments:

Post a Comment