Ad

Ad

3 March 2017

ລັດໄດ້ເງິນ 11 ຕື້ກວ່າກີບຈາກການປະມູນລົດການນໍາ

           ການປະມູນຂາຍລົດການນຳຂັ້ນສູງໄດ້ສໍາເລັດລົງຜົນສໍາເລັດຈົບງາມເມື່ອວັນທີ 28 ກຸມນາຜ່ານມານີ້ທີ່ສູນປະຊຸມແຫ່ງຊາດ (ຫລັກ6), ໂດຍລັດໄດ້ເງິນຈາກການປະມູນລົດຄັ້ງນີ້ຫລາຍກວ່າ 11 ຕື້ກີບ. ໃນນັ້ນລົດຍີຫໍ້ບີເອັມດັບເບີນຢູ (BMW) ຈໍານວນ 7 ຄັນໄດ້ເງິນທັງໝົດ 7.140 ລ້ານກີບ ແລະ ລົດຍີຫໍ້ເມີຊີເດດເບນ (Benz) ຈຳນວນ 7 ຄັນໄດ້ເງິນ 4.460 ລ້ານກີບ, ຊຶ່ງຄະນະຮັບຜິດ ຊອບການປະມູນ ໃຫ້ຮູ້ວ່າ: ເງິນທີ່ໄດ້ຈາກການປະມູນແມ່ນເອົາເຂົ້າງົບປະມານລັດເພື່ອນຳໃຊ້ໃນວຽກງານສ້າງສາ
ພັດທະນາປະເທດ ແລະ ສ່ວນໜຶ່ງຈະຊື້ລົດປະຈຳຕຳແໜ່ງປະກອບໃຫ້ການນໍາໃນລາຄາຖືກ ເພື່ອປະຕິບັດຕາມທິດປະຢັດມັດທະຍັດເປັນແບບຢ່າງໃຫ້ແກ່ປະຊາຊົນ.

            ທ່ານຮອງຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ, ທັງເປັນຄະນະຮັບຜິດຊອບຈັດງານປະມູນດັ່ງກ່າວໃຫ້ຮູ້ວ່າ: ການຖອນຄືນລົດການນຳຂັ້ນສູງແລ້ວມາປະມູນຂາຍນີ້ແມ່ນປະຕິບັດຕາມດຳລັດເລກທີ 15/ນຍ ແລະ ຂໍ້ຕົກລົງເລກທີ 06 ວ່າດ້ວຍການຖອນລົດ ແລະ ການປະກອບລົດປະຈຳຕຳແໜ່ງໃຫ້ການນຳແຕ່ປະເພດ 1-4, ຊຶ່ງຄະນະຮັບຜິດໄດ້ຈັດສັນບັນດາພາຫະນະທີ່ເຄີຍເປັນລົດປະຈຳຕຳແໜ່ງຂອງການນໍາທີ່ມີລາຄາແພງຈຳນວນ 14 ຄັນມາປະມູນຂາຍເປີດກວ້າງກັບທີ່, ຊຶ່ງນັບວ່າເປັນຄັ້ງທຳອິດ, ໂດຍມີນັກທຸລະກິດ, ຜູ້ປະກອບການເຂົ້າຮ່ວມແຂ່ງຂັນປະມູນຢ່າງຄືກຄື້ນ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ ແລະ ຍຸຕິທຳ. ສໍາລັບການກໍານົດລາຄາປະມູນເລີ່ມຕົ້ນຂອງພາຫະນະດັ່ງກ່າວ, ໂດຍສະເພາະລົດຍີ່ຫໍ້ BMW ຮຸ່ນ 730 LI ແມ່ນເລີ່ມຕົ້ນທີ່ 830 ລ້ານກີບ, ສ່ວນລົດຍີ່ຫໍ້ Benz ຮຸ່ນ S350 ແມ່ນເລີ່ມຕົ້ນທີ່ 500 ລ້ານກີບ, ໂດຍການກໍານົດລາຄາດັ່ງກ່າວແມ່ນມີການຄິດໄລ່ລາຄາຕົ້ນທຶນຂອງລົດມາບວກລົບຄູນຫານຄ່າພາສີອາກອນ, ຄ່າຊົມໃຊ້, ພ້ອມທັງຄິດໄລ່ປີການນຳໃຊ້ ແລະ ອີງຕາມສະພາບຂອງລົດ. ສ່ວນເຈົ້າຂອງລົດຄົນໃໝ່ແມ່ນຕ້ອງວາງເງິນຄ້ຳປະກັນທັນທີ 10% ຂອງມູນຄ່າປະມູນໄດ້ ແລະ ຕ້ອງຈ່າຍເງິນຄ່າລົດໃຫ້ໝົດພາຍໃນ 5 ຫລັງການເຊັນສັນຍາຊື້-ຂາຍ, ຈຶ່ງສາມາດໃສ່ປ້າຍເຫລືອງໄດ້.

No comments:

Post a Comment