Ad

Ad

2 March 2017

ມວນອາກາດເຢັນຈະອ່ອນກຳລັງລົງເລັກໜ້ອຍ

  ກົມອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ຮູ້ວ່າ: ແຕ່ວັນທີ 2-5 ມີນານີ້, ມວນອາກາດເຢັນຈະອ່ອນກຳລັງລົງເລັກໜ້ອຍ ແລະ ກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອຈະພັດປົກຄຸມດ້ວຍກຳລັງປານກາງ, ຊຶ່ງຈະເຮັດໃຫ້ອາກາດຍັງສືບຕໍ່ເຢັນຕື່ມອີກ, ໂດຍສະເພາະຢູ່ບັນດາແຂວງພາກເໜືອດ້ານຕາເວັນອອກ, ແຂວງໄຊສົມບູນ, ພູພຽງບໍລະເວນປາກຊ່ອງ ແລະ ຈະມີຝົນຕົກຟ້າຮ້ອງ, ຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

  ພາກເໜືອດ້ານຕາເວັນອອກ: ອາກາດຍັງຈະເຢັນຫາໜາວເຢັນຕື່ມອີກ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ ແລະ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 10-12 ແລະ ສູງສຸດ 20-22 ອົງສາ.
          ພາກເໜືອດ້ານຕາເວັນຕົກ: ອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 17-19 ອົງສາ ແລະ ສູງສຸດ 31-33 ອົງສາ.
  ນະຄອນຫລວງວຽງຈັນ: ອຸນຫະພູມອາກາດຍັງຈະເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ, ອຸນຫະພູມຕ່ຳສຸດ 20-22 ອົງສາ ແລະ ສູງສຸດ 32-34 ອົງສາ.
          ພາກກາງ: ອາກາດຍັງຈະໜາວເຢັນຢູ່ຕື່ມອີກ, ໂດຍສະເພາະຢູ່ເຂດແຂວງໄຊສົມບູນ, ຫລັກຊາວ ແລະ ຈະມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນທາງດ້ານຕາເວັນອອກຂອງພາກ, ອຸນຫະພູມຕ່ຳສຸດ 16-18 ອົງສາ ແລະ ສູງສຸດ 32-34 ອົງສາ.
           ພາກໃຕ້: ອາກາດຍັງຈະສືບຕໍ່ເຢັນໃນຕອນເຊົ້າ ແລະ ມີຝົນຕົກກະຈາຍ, ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ, ອຸນຫະພູມຕ່ຳສຸດ 19-21 ອົງສາ ແລະ ສູງສຸດ 33-35 ອົງສາ.

           ດັ່ງນັ້ນຈຶ່ງເຕືອນເຖິງປະຊາຊົນຜູ້ອາໃສຢູ່ເຂດດັ່ງກ່າວຈົ່ງມີສະຕິຕໍ່ສະພາບອາກາດມີການປ່ຽນແປງໄວທີ່ຈະສົ່ງຜົນກະທົບຕໍ່ສຸຂະພາບຂອງຄົນ, ສັດລ້ຽງ, ພ້ອມທັງໃຫ້ກວດກາເບິ່ງອຸປະກອນໄຟຟ້າພາຍໃນເຮືອນເພື່ອຫລີກລ້ຽງບໍ່ໃຫ້ເກີດອັກຄີໄພ ແລະ ໃຫ້ມີສະຕິຕໍ່ສະພາບລົມແຮງໃນໄລຍະນີ້ດ້ວຍ.

No comments:

Post a Comment