Ad

Ad

2 March 2017

ພຽງ 2 ເດືອນຕົ້ນປີ 2017 ທົ່ວປະເທດມີອັກຄີໄພເກີດຂຶ້ນຫລາຍກວ່າ 40 ຄັ້ງ

  ນັບວ່າເປັນຕົວເລກທີ່ໜ້າເປັນຫວ່ງຫລາຍສົມຄວນຂອງປະເທດເຮົາ, ພາຍຫລັງກົມຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພກະຊວງປ້ອງກັນຄວາມສະຫງົບ ໃຫ້ຮູ້ວ່າ: ພຽງ 2 ເດືອນຕົ້ນປີ 2017 ນີ້ທົ່ວປະເທດມີອັກຄີໄພເກີດຂຶ້ນຫຼາຍກວ່າ 40 ຄັ້ງ, ມີເຮືອນເສຍຫາຍ 60 ຫລັງ, ມີຜູ້ເສຍຊີວິດ 4 ຄົນ ແລະ ວັດຖຸຊັບສີນອື່ນໆເສຍຫາຍລວມມີມູນຄ່າຫລາຍຕື້ກີບ ແລະ ອັກຄີໄພທີ່ເກີດຂຶ້ນຮ້າຍແຮງກວ່າໝູ່ແມ່ນເຫດໄຟໄໝ້ຢູ່ບ້ານດອນຄຳ, ເມືອງຮຸນ, ແຂວງອຸດົມໄຊ ເມື່ອວັນທີ 11 ກຸມພານີ້, ຊຶ່ງມີເຮືອນປະຊາຊົນຖືກໄຟໄໝ້ເສຍຫາຍທັງໝົດ 26 ຫລັງ, ເຫດໄຟໄໝ້ຕະຫລາດລືໄຊ, ເມືອງໄຊ, ແຂວງອຸດົມໄຊ, ເມື່ອວັນທີ 25
ກຸມພາ 2017 ຊຶ່ງມີຜົນເສຍຫາຍຫລາຍກວ່າ 10 ຕື້ກີບ, ເຫດໄຟໄໝ້ຕະຫລາດປິ້ງໄກ່ເຊໂນ, ເມືອງອຸທຸມພອນ, ແຂວງສະຫວັນນະເຂດ ເມື່ອວັນທີ 19 ກຸມພາ 2017 ເຊິ່ງມີຜົນເສຍຫາຍຫລາຍກວ່າ 500 ລ້ານກີບ ແລະ ເຫດການ ອື່ນໆ. ຂະນະທີ່ສາເຫດຂອງອັກຄີໄພສ່ວນໃຫຍ່ແມ່ນເກີດຈາກໄຟຟ້າລັດວົງຈອນ, ການໃຕ້ທູບທຽນບູຊາ, ໃຊ້ຟືນໄຟດ້ວຍຄວາມປະມາດ ແລະ ອື່ນໆ.

  ແນວໃດກໍຕາມ, ປັດຈຸບັດປະເທດພວກເຮົາພວມກ້າວສູ່ລະດູແລ້ງ, ຈຶ່ງເປັນເງື່ອນໜຶ່ງທີ່ພາໃຫ້ເກີດອັກຄີໄພໄດ້ງ່າຍ, ສະນັ້ນ ຈຶ່ງເຕືອນໃຫ້ປະຊາຊົນບັນດາເຜົ່າໃນທົ່ວປະເທດຈົ່ງມີສະຕິໃນການປ້ອງກັນອັກຄີໄພທີ່ອາດຈະເກີດຂື້ນໃຫ້ດີ ເປັນຕົ້ນ: ກວດກາອຸປະກອນເຄື່ອງໃຊ້ໄຟຟ້າໃນເຮືອນເປັນປົກກະຕິ, ເມື່ອພົບເຫັນມີສະພາບເກົ່າແກ່ຊຸດໂຊມກໍຕ້າງໄດ້ປ່ຽນຖ່າຍ, ສ້ອມແປງ, ເວລາອອກຈາກເຮືອນຕ້ອງກວດກາລະບົບໄຟຟ້າໃຫ້ດີ ແລະ ມອດໄຟທຸກຄັ້ງ, ພາຍຫລັງແຕ່ງກິນສໍາເລັດກໍຕ້ອງດັບມອດຟືນໄຟໃຫ້ດີ, ການໃຕ້ທູບທຽນບູຊາແຕ່ລະຄັ້ງເມື່ອສໍາເລັດຕ້ອງດັບມອດທັນທີ່, ທັງນີ້ກໍເພື່ອຮັບປະກັນບໍ່ໃຫ້ອັກຄີໄພເກີດຂຶ້ນໄດ້ງ່າຍ.

No comments:

Post a Comment