![]() |
ພາບ-ຂ່າວ: ຫນັງສືພິມ ປກສ |
ພາຍຫລັງຖືກເຈົ້າໜ້າທີ່ຕໍາຫລວດເມືອງໄຊທານີ, ນະຄອນຫລວງວຽງຈັນໄລ່ລ້າຕິດຕາມຢ່າງບໍ່ມີທາງປົບໜີຈົນໄດ້ເຮັດໃຫ້ທ້າວ
ແສງທະວີ (ຊ້າງ) ອາຍຸ 26 ປີຢູ່ບ້ານໂພນຕ້ອງ, ເມືອງໄຊທານີ,
ນະຄອນຫລວງວຽງຈັນ
ໄດ້ອອກມາຍອມມອບຕົວເພື່ອໃຫ້ເຈົ້າໜ້າທີ່ດໍາເນີນຄະດີ ຕາມລະບຽບກົດໝາຍໃນວັນທີ 31
ມັງກອນຜ່ານມານີ້,
ພາຍຫລັງກໍ່ເຫດໃຊ້ມີດແທງທ້າວ ນະ
ຊຶ່ງເປັນໝູ່ຂອງຕົນຢູ່ບ້ານດຽວກັນຈົນເສຍຊີວິດໃນວັນທີ 17 ມັງກອນ 2017, ຫລັງຈາກນັ້ນກໍໄດ້ເອົາຕົວຫລົບໜີ.
ພາຍຫລັງເຂົ້າມອບຕົວເຈົ້າໜ້າທີ່ກໍໄດ້ດໍາເນີນການສືບສວນ-ສອບສວນໂດຍຮັບສາລະພາບວ່າ:
ຕົນເອງ ແລະ ທ້າວ ນະ (ຜູ້ຕາຍ) ແມ່ນຮູ້ຈັກຮັກແພງກັນມາດົນ ແລະ
ກ່ອນເກີດເຫດຫລາຍວັນ, ທ້າວ ນະ ໄດ້ມາຢືມເງິນນໍາຕົນຈໍານວນ 3 ແສນກີບ, ແຕ່ບໍ່ຢາກໃຊ້ແທນຄືນ, ເມື່ອທວງຖາມຫລາຍເທື່ອແລ້ວກໍອ້າງວ່າບໍ່ມີເງິນ ແລະ ມື້ເກີດເຫດຕົນໄດ້ໄປເຮືອນທ້າວ
ນະ ເພື່ອຖາມໜີ້,
ແຕ່ຖືກທ້າວນະ
ໃຊ້ກໍາປັ້ນຕີປາກຂອງຕົນຢ່າງແຮງສອງຄັ້ງຈົນລົ້ມລົງພື້ນ, ໃນຈັງຫວະນັ້ນຕົນກໍໄດ້ໃຊ້ມິດປາຍແຫລມທີ່ກຽມມາແທງເຂົ້າບໍລິເວນທ້ອງ ແລະ
ເອີກຂອງທ້າວ ນະ ຫລາຍບາດຈົນຟຸບລົງພື້ນ, ຈາກນັ້ນຕົນເອງກໍໄດ້ເອົາຕົວຫລົບໜີ ແລະ ມາຮອດວັນທີ 31 ມັງກອນ 2017
ຈຶ່ງໄດ້ເຂົ້າມອບຕົວຕໍ່ເຈົ້າໜ້າທີ່ ປກສ ເມືອງໄຊທານີ
ເພື່ອເອົາຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ.
Siempre tuve problemas para dormir bien, hasta que descubrí una calculadora que me mostró cuál es la mejor hora sueño para levantarme sintiéndome más descansado y con más energía.
ReplyDelete