Ad

Ad

15 February 2017

ປກສ ເມືອງໄຊສາມາດມ້າງເຄືອຂ່າຍແຫລ່ງຜະລິດຢາເສບຕິດອັນຕະລາຍ

           ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ປກສ ເມືອງໄຊ, ແຂວງອຸດົມໄຊ, ໄດ້ນໍາກໍາລັງເຂົ້າກວດຄົ້ນເຮືອນເປົ້າໝາຍຢາເສບຕິດຕົວອັນຕະລາຍຫລັງໜຶ່ງຢູ່ບ້ານໂຮມສຸກ ແລະ ສາມາດຈັບຕົວເຄືອຂ່າຍຜູ້ຜະລິດຢາບ້າໄດ້ສອງຄົນຄື: ທ້າວ ຊາຍເຊີ ອາຍຸ 58 ປີ ແລະ ທ້າວ ຄຳແພງ ອາຍຸ 33 ປີ, ພ້ອມຂອງກາງຢາບ້າຈຳນວນ 1.446 ເມັດ, ແປ້ງຝຸ່ນຫົວເຊື້ອຜະລິດຢາບ້າສີຂາວ, ສີແດງ, ສີບົວ, ສີຂຽວ, ສີຕັບໝູ ແລະ ຖົງຢາງບັນຈຸຢາບ້າຈໍານວນໜຶ່ງ, ພ້ອມອຸປະກອນສໍາລັບສະລັກເຄື່ອງໝາຍໃສ່ຢາບ້າ 12 ອັນ ແລະ ຕາຊັ່ງຝິ່ນ 1 ອັນ, ຈຶ່ງໄດ້ຢືດໄວ້ເປັນຫລັກຖານເພື່ອດໍາເນີນຄະດີຕາມລະບຽບກົດໝາຍ.

  ເຈົ້າໜ້າທີ່ໃຫ້ຮູ້ວ່າ: ການມ້າງເຄື່ອຂ່າຍແຫລ່ງຜະລິດຢາເສບຕິດອັນຕະລາຍຄັ້ງນີ້ແມ່ນໄດ້ຮັບລາຍງານຈາກພົນລະເມືອງດີວ່າເຮືອນຫລັງດັ່ງກ່າວໄດ້ມີການລັກລອບເຄື່ອນໄຫວຜະລິດ ແລະ ຈໍາໜ່າຍຢາເສບຕິດຢ່າງຕໍ່ເນື່ອງ.

No comments:

Post a Comment