Ad

Ad

14 December 2016

ປກສ ຍອດອູສາມາດຈັບຜູ້ຄ້າຢາເສບຕິດລາຍໃຫຍ່ມາດໍາເນີນຄະດີ


           ເປັນຜົນງານໃຫຍ່ເພື່ອສົ່ງທ້າຍປີເກົ່າຂອງເຈົ້າໜ້າທີ່ ປກສ ເມືອງຍອດອູ, ແຂວງຜົ່ງສາລີ, ຫລັງຈາກສາມາດຈັບຜູ້ຄ້າຂາຍຢາເສບຕິດລາຍໃຫຍ່ມາດໍາເນີນຄະດີໄດ້ເມື່ອທ້າຍອາທິດຜ່ານມານີ້.
             ເຈົ້າໜ້າທີ່ ປກສ ເມືອງໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າຈະມີການເຄື່ອນໄຫວຂົນຢາເສບຕິດຈຳນວນຫລາຍຈາກເມືອງຍອດອູໄປເມືອງບູນເໜືອ, ແຂວງຜົ້ງສາລີ, ຈຶ່ງໄດ້ຈັດກໍາລັງລົງຕິດຕາມກວດກາຕາມເສັ້ນທາງເຂົ້າ-ອອກເມືອງຫລາຍຈຸດ, ຈົນມາຮອດເວລາປະມານ 20:20 ໂມງຂອງວັນທີ 8 ທັນວານີ້ຈຶ່ງພົບເຫັນ
ເປົ້າໝາຍສົງໄສເປັນລົດກະບະວີໂກ້ສີຂາວໝາຍເລກທະບຽນ ກກ 1953 ຫລວງນ້ຳທາ, ຂີ່ມາດ້ວຍຄວາມໄວ, ຈຶ່ງໄດ້ຢຸດລົດເພື່ອກວດກາ ແລະ ພົບເຫັນຢາເສບຕິດເປັນຈໍານວນຫລາຍຊຸກເຊື່ອງໄວ້ໃນລົດຄື: ຢາບ້າຫລາຍກວ່າ 1 ແສນເມັດ, ຝິ່ນນໍ້າໜັກ 2 ກິໂລ, ເຮໂຣອິນ 1 ແທ່ງ, ຢາໄອສ໌ 1 ຫໍ່, ຈຶ່ງໄດ້ຈັບຕົວຜູ້ຂັບຂີ່ຊື່ທ້າວ ແຄະຈ່ຽມ ອາຍຸ 52 ປີຢູ່ບ້ານອຸດົມສິນ, ເມືອງສິງ, ແຂວງຫລວງນ້ຳທາມາສືບສວນ-ສອບສວນ, ພ້ອມທັງຢຶດຂອງກາງທັງໝົດໄວ້ເປັນຫລັກຖານເພື່ອດໍາເນີນຄະດີ.
           ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຜູ້ກ່ຽວຮັບສາລະພາບວ່າ: ເມື່ອເດືອນມັງກອນ 2016 ຕົນໄດ້ໄປຢາມພີ່ນ້ອງເມຍຢູ່ເມືອງຍອດອູ ແລະ ໄດ້ຮູ້ຈັກກັບທ້າວ ຄຳຫລ້າ ວາງຢີ ຢູ່ບ້ານໃຕ້, ເມືອງຍອດອູ. ຈາກນັ້ນທ້າວຄຳຫລ້າໄດ້ແນະນຳໃຫ້ຮູ້ຈັກທ້າວ ອາຊານ ອາຍຸ 33 ປີຢູ່ເມືອງຍອດອູເຊັ່ນກັນ, ເຊິ່ງເປັນຜູ້ຄ້າຢາເສບຕິດໃນເມືອງດັ່ງກ່າວ ແລະ ຈາກນັ້ນກໍໄດ້ຕິດຕໍ່ພົວພັນຊື້-ຂາຍຢາເສບຕິດນຳກັນຕະຫລອດເພື່ອໄປສົ່ງໃຫ້ຂະບວນການຄ້າຂາຍຢາເສບຕິດໃນເມືອງຍອດອູ ແລະ ເມືອງໃກ້ຄຽງ ແລະ ໃນທີ່ສຸດກໍຖືກເຈົ້າໜ້າທີ່ສາມາດຈັບຕົວມາດໍາເນີນຄະດີ.

    ປັດຈຸບັນຄະດີດັ່ງກ່າວ, ເຈົ້າໜ້າທີ່ພວມສືບສວນຂະຫຍາຍຜົນຫາຜູ້ຮ່ວມຂະບວນການທີ່ມີການຊັກທອດເຖິງເພື່ອຕິດຕາມຈັບຕົວມາດຳເນີນຄະດີໂດຍໄວ.

No comments:

Post a Comment