Ad

Ad

14 December 2016

ລາວສະເຫຼີມສະຫຼອງວັນສໍ້ລາດບັງຫຼວງສາກົນຄົບຮອບ 13 ປີ

          ທ້າຍອາທິດຜ່ານມານີ້, ອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງຮ່ວມກັບມະຫາວິທະຍາໄລແຫ່ງຊາດ ( ມຊ ) ແລະ ຄູ່ຮ່ວມພັດທະນາໄດ້ຈັດພິທີສະເຫຼີມສະຫຼອງວັນສໍ້ລາດບັງຫຼວງສາກົນຄົບຮອບ 13 ປີ ( 9 ທັນວາ 20039 ທັນວາ 2016 ) ຂຶ້ນທີ່ ມຊ ພາຍໃຕ້ຫົວຂ້ສາມັກຄີ ແລະ ຮ່ວມແຮງຮ່ວມໃຈກັນຕ້ານການສໍ້ລາດບັງຫຼວງໂດຍການເຂົ້າຮ່ວມຂອງທ່ານ ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ພ້ອມດ້ວຍຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ຄູ-ອາຈານ,ນັກສຶກສາມະຫາວິທະຍາໄລດັ່ງກ່າວເຂົ້າຮ່ວມເປັນຈຳນວນຫຼາຍ.


ຮອງປະທານອົງການກວດກາລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຮູ້ວ່າ: ບັນຫາການສໍ້ລາດບັງຫຼວງເປັນໄພອັນຕະລາຍຮ້າຍແຮງທີ່ເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕ່າງໆໃນໂລກ, ບໍ່ວ່າຈະເປັນປະເທດດ້ອຍພັດທະນາ, ກຳລັງພັດທະນາ ແລະ ພັດທະນາແລ້ວກໍຕາມ, ມັນໄດ້ກາຍເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງພັກ-ລັດ ແລະ ເອກະຊົນ, ພາໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸດຕິທຳໃນສັງຄົມ, ສ້າງຄວາມເສຍຫາຍຕໍ່ຜົນປະໂຫຍດຂອງຊາດ, ແລະ ເພື່ອແກ້ໄຂບັນຫາດັ່ງກ່າວບັນດາປະເທດທີ່ເປັນສະມາຊິກຂອງອົງການສະຫະປະຊາຊາດ ( ສປຊ ) 180 ປະເທດໄດ້ຮ່ວມກັນເຂົ້າເປັນພາຄີຂອງສົນທິສັນຍາ ສປຊ ວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ຊຶ່ງ ສປປ ລາວ ຂອງພວກເຮົາກໍເປັນໜຶ່ງໃນນັ້ນ ແລະ ໄດ້ກຳນົດເອົາວັນທີ 9 ທັນວາ ເປັນວັນຕ້ານການສໍ້ລາດບັງຫຼວງ ແລະ ໄດ້ຈັດຕັ້ງສະເຫຼີມສະຫຼອງທຸກໆປີເພື່ອເປັນການສົ່ງເສີມໃຫ້ທຸກພາກສ່ວນໃນສັງຄົມ ກໍຄື ທຸກປະເທດໃນໂລກຮ່ວມກັນສະກັດກັ້ນການສໍ້ລາດລບັງຫຼວງ ແລະ ສຳລັບ ສປປ ລາວ ເຮົາພັກ-ລັດບານກໍໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການສະກັດກັ້ນປະປະກົດການຫຍໍ້ທໍ້ດັ່ງກ່າວຕະຫຼາດໄລຍະຜ່ານມາ, ເຮັດໃໃຫ້ການພັດ ທະນາເສດຖະກິດ-ສັງຄົມມີຄວາມສີວິໄລ, ຍຸດຕິທຳໂປ່ງໃສ່ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ.

No comments:

Post a Comment