Ad

Ad

11 September 2015

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ I ຂອງອົງຄະນະພັກກະຊວງ​ພາຍ​ໃນ

ກອງປະຊຸມໃຫຍ່ຄັ້ງທີ I ອົງຄະນະພັກກະຊວງພາຍໃນ, ໄດ້ໄຂຂຶ້ນ​​ໃນວັນທີ 10 ກັນຍານີ້ທີ່ຫໍປະຊຸມແຫ່ງຊາດ,​​ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ອາຊາງ ລາວລີ ກໍາມະການກົມການເມືອງສູນກາງພັກ, ຮອນາຍົກລັດຖະ ມົນຕີ, ໂດຍມີຜູ້ແທນສົມບູນ 183 ສະຫາຍທີ່ເປັນຕົວແທນໃຫ້ທົ່ວຂະແໜງການດັ່ງກ່າວເຂົ້າຮ່ວມ.
ສະຫາຍ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງພາຍໃນໄດ້ຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມວ່າ: ໃນໄລຍະ 5 ປີຜ່ານມາ, ຄະນະພັກກະຊວງພາຍໃນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຈັດຕັ້ງຜັນຂະຫຍາຍມະຕິ,​ ຄໍາສັ່ງຂອງພັກ, ​ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ,​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII ທີ່ພົວພັນເຖິງຄວາມຮັບຜິດຊອບຂອງຂະແໜງພາຍໃນໄດ້
ຫັນ​​ເປັນແຜນງານ,​ແຜນການແລະໂຄງການທີ່ມີຜົນສໍາເລັດໃນແຕ່ລະຂົງເຂດເປັນຕົ້ນ​​ຂົງເຂດການປົກຄອງ-ບໍລິຫານວຽກງານປັບປຸງກົງຈັກການຈັດຕັ້ງ​​ໃຫ້ກະທັດຮັດແທດເໝາະກັບແຕ່ລະໜ້າທີ່ການຈັດຕັ້ງໂດຍການສົມທົບກັບບັນດາກະຊວງ-​ອົງການແລະທ້ອງຖິ່ນທົບທວນຄືນພາລະບົດບາດໜ້າທີ່ແລະ ຂອບເຂດ​​ແຕ່ລະອົງການຈັດຕັ້ງຄືນໃໝ່​,ໂດຍສະເພາະແມ່ນການແບ່ງຂັ້ນ,​ແບ່ງຄວາມຮັບຜິດຊອບລະຫວ່າງສູນກາງແລະທ້ອງຖິ່ນແລະຢູ່ແຕ່ລະຂັ້ນຂອງອົງການປົກຄອງທ້ອງຖິ່ນຕາມທິດ​ 3 ​ສ້າງ,​ໄດ້ສືບຕໍ່ແນະນໍາບັນດາກະຊວງ-ອົງການທີ່ໄດ້ຮັບການຊັບຊ້ອນແລະ ສ້າງຕັ້ງຂຶ້ນໃໝ່ 7 ກະຊວງເຮັດໃຫ້ກົງຈັກການຈັດຕັ້ງມີສະຖຽນລະພາບແລະມີຄວາມສະຫງົບ, ວຽກງານບໍລິຫານແລະນິຕິກໍາໄດ້ທົບທວນຄືນແລະ ປັບປຸງບັນດານິຕິກໍາຕ່າງໆທີ່ມີແລ້ວໃຫ້ສອດຄ່ອງກັບນະໂຍບາຍ​ 3 ​ສ້າງ, ວຽກງານການປົກຄອງຄະນະພັກໄດ້ນໍາພາປັບປຸງການບໍລິຫານລັດຢູ່ຂັ້ນທ້ອງຖິ່ນ, ຂັ້ນແຂວງ, ​ເມືອງແລະຂັ້ນຮາກຖານບ້ານໃຫ້ກາຍເປັນອົງການບໍລິຫານທ້ອງຖິ່ນເພື່ອບໍລິການແກ່ປະຊາຊົນ, ​ເອົາໃຈໃສ່ປັບປຸງວຽກງານຄຸ້ມຄອງອົງການຈັດຕັ້ງທາງສັງຄົມໃຫ້ເຂົ້າສູ່ລະບຽບການເຮັດໃຫ້ການຈັດຕັ້ງແລະການເຄື່ອນໄຫວຂອງອົງການຈັດຕັ້ງທາງສັງຄົມມີດ້ານຕັ້ງໜ້າແລະດີຂຶ້ນ.ປັດຈຸບັນມີສະມາຄົມ, ມູນນິທິໄດ້ຮັບອະມັດລົງທະບຽນແລ້ວຈໍານວນ149 ຫົວໜ່ວຍ,​ໃນນັ້ນມີມູນນິທິ 10 ຫົວໜ່ວຍ,ວຽກງານຊົນເຜົ່າແລະສາສະໜາເປັນວຽກໜຶ່ງທີ່ສໍາຄັນຂອງພັກ-ລັດຖະບານ,ຄະນະພັກໄດ້ເອົາໃຈໃສ່ນໍາພາປັບປຸງບັນດານິຕິກໍາແລະລະບຽບການຕ່າງທີ່ກ່ຽວຂ້ອງກັບຊົນເຜົ່າແລະສາສະໜາ. ຂົງເຂດເຕັກນິກການປົກຄອງວຽກງານຄຸ້ມຄອງສໍາເນົາເອກະສານເພື່ອປັບປຸງລະບົບປົກປັກຮັກສາບັນດາເອກະສານທີ່ສໍາຄັນຂອງພັກ​-ລັດທີ່​​ເປັນຂໍ້ມູນທາງດ້ານການເມືອງ, ປະຫວັດສາດ, ​ເສດຖະກິດ-ສັງຄົມ, ​ປ້ອງກັນຊາ-ປ້ອງກັນຄວາມສະຫງົບແລະອື່ນໆ.ກອງປະຊຸມຈະດໍາເນີນໄປເປັນເວລາ2ວັນແລະຍັງຈະໄດ້ປ່ອນບັດເລືອກຕັ້ງຄະນະບໍລິຫານງານພັກກະຊວງຊຸດໃໝ່ແລະເລືອກເອົາຜູ້ແທນສົມບູນ, ສຳຮອງເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

No comments:

Post a Comment