Ad

Ad

29 December 2016

ກອງປະຊຸມ ຄຄຊ ຮັບຮອງຫຼາຍບັນຫາໃນການພັດທະນາຕະຫຼາດທຶນ

ກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບ ( ຄຄຊ )ຄັ້ງທີ IIIປະຈໍາປີ 2016 ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 27 ທັນວານີ້   ທີ່ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານ ຄຄຊ .
ກອງປະຊຸມໄດ້ສະຫຼຸບການເຄື່ອນໄຫວວຽກງານ ແລະງົບປະ ມານຂອງສໍານັກງານ ຄຄຊ ປະຈໍາປີ 2016 ແລະທິດທາງແຜນການປີ 2017; ຜ່ານແຜນງົບປະມານຂອງຕະຫຼາດຫຼັກຊັບລາວ ປີ 2017ແລະ ຈາກນັ້ນ ທ່ານນາງ ຈັນສະໝອນ ຈັນທະຈັກ ຫົວໜ້າສໍານັກງານ ຄຄຊ ກໍໄດ້ນໍາສະເໜີ ວາລະການປຶກສາຫາລືການຂໍອະນຸມັດອອກຈໍາໜ່າຍຫຼັກຊັບຢູ່ຕະຫຼາດຫຼັກຊັບລາວຂອງ 2 ບໍລິສັດຄື: ບໍລິສັດ ພູສີກໍ່ສ້າງ ແລະ
ພັດທະນາ ມະຫາຊົນແລະບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ; ພ້ອມດຽວກັນນັ້ນໄດ້ຜ່ານຮ່າງຂໍ້ຕົກລົງຂອງ ຄຄຊ ຈໍານວນ 4 ສະບັບ ຄື: ຂໍ້ຕົກລົງວ່າດ້ວຍການຊື້-ຂາຍຫຼັກຊັບໂດຍບໍ່ວາງເງິນມັດຈໍາລ່ວງໜ້າ, ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງສໍານັກງານ ຄຄຊ, ຂໍ້ຕົກລົງວ່າດ້ວຍການຈັດຊື້ຂອງສໍານັກງານ ຄຄຊແລະຂໍ້ຕົກລົງວ່າດ້ວຍການກວດກາພາຍໃນສໍານັກງານ ຄຄຊ ແລະ ອື່ນໆ.
ໃນກອງປະຊຸມທ່ານ ປອ. ສົມພາວ ໄຟສິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ ໄດ້ມີຄຳເຫັນກ່າວວ່າ: ເຖິງວ່າຕະຫຼາດຫຼັກຊັບລາວ ຫາກໍ່ສ້າງຕັ້ງຂຶ້ນໄດ້ພຽງແຕ່ 6 ປີແລະໄດ້ດໍາເນີນໃນທ່າມກາງສະພາບການເສດຖະກິດສາກົນ ມີການຜັນປ່ຽນຢ່າງສະຫຼັບສັບຊ້ອນ, ແຕ່ຕະຫຼາດທຶນລາວກໍ່ມີຄວາມສະຖຽນລະພາບພໍສົມຄວນ ສາມາດສັງ ເກດໄດ້ຈາກຜົນກະທົບຕໍ່ຕະຫຼາດຫຼັກຊັບລາວຍັງມີໜ້ອຍ ເຊິ່ງສະແດງອອກຄື: ດັດຊະນີຕະຫຼາດຫຼັກຊັບລາວ ຍັງຫຼຸດລົງໜ້ອຍ (ບໍ່ເຖິງ 18%) ເມື່ອທຽບກັບບັນດາປະເທດອ້ອມຂ້າງ, ພ້ອມດຽວກັນນັ້ນ ຄຄຊ ຍັງໄດ້ສໍາເລັດການສ້າງກົດໝາຍວ່າດ້ວຍຫຼັກຊັບ ແລະນິຕິກໍາລຸ່ມກົດໝາຍວ່າດ້ວຍຫຼັກຊັບ ຈໍານວນ 41 ສະບັບ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງວຽກງານຫຼັກຊັບ, ເປີດໂອກາດໃຫ້ບັນດາວິສາຫະກິດທີ່ມີເງື່ອນໄຂລະດົມທຶນ ເຂົ້າລະດົມທຶນໄລຍະຍາວໃນຕະຫຼາດຫຼັກຊັບ ເຊິ່ງໃນນັ້ນ ໄດ້ຫັນວິສາຫະກິດເປັນມະຫາຊົນ ແລະຈົດທະບຽນໃນຕະຫຼາດຫຼັກຊັບແລ້ວ 5 ບໍລິສັດ ສາມາດລະດົມທຶນໄດ້ເຖິງ 10.128 ຕື້ກີບ, ເຊັນ MOU ຮ່ວມກັບບັນດາ ຄຄຊ ຂອງ ສສ.ຫວຽດນາມ, ໄທ ແລະ ສປ ຈີນ ເພື່ອແລກປ່ຽນບົດຮຽນ, ສໍາເລັດການສ້າງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປ ລາວ ແຕ່ປີ 2016-2025 ແລະອື່ນໆອີກຫຼາຍຢ່າງ.
  ໃນໂອກາດນີ້ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ໄດ້ໃຫ້ການຊີ້ນໍາວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຫຼັກຊັບໃຫ້ໜັກແໜ້ນເຂັ້ມແຂງກວ່າເກົ່າ, ຄະນະກໍາມະການ ຄຄຊ ແລະ ສໍານັກງານ ຄຄຊ ເຊິ່ງເປັນຜູ້ຕາງໜ້າໃຫ້ພາກສ່ວນກ່ຽວຂ້ອງຕ່າງໆໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະພ້ອມທັງຈັດຕັ້ງປະຕິບັດບັນດາມາດຕະການແກ້ໄຂຕໍ່ບັນຫາຄົງຄ້າງດ້ວຍຈິດໃຈເປັນເຈົ້າການ, ມີຄວາມຮັບຜິດຊອບສູງ; ໃນການຈັດຕັ້ງປະຕິບັດກໍ່ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ.

# ຂ່າວ-ພາບ: ຣັດສະໝີ ດວງສັດຈະ

No comments:

Post a Comment