Ad

Ad

18 April 2014

ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະ ຈຳປະເທດໄທ ສະເຫລີມສະຫລອງບຸນປີໃໝ່ລາວ ພ.ສ 2557



      ໃນວັນທີ 14 ເມສານີ້, ຢູ່ບາງກອກ, ຣາຊະອານາຈັກໄທ; ສະຖານເອກອັກຄະ ລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະ ອານາຈັກໄທ ໄດ້ຈັດງານສະເຫລີມສະ ຫລອງວັນຂື້ນປີໃໝ່ ພ.ສ 2557 ໂດຍການໃຫ້ກຽດເປັນອົງປະທານຂອງສົມ ເດັດ ພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ; ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກລັດຖະມົນຕີລັດ ຖະມົນຕີວ່າການ ກະຊວງການຕ່າງປະເທດແຫ່ງ ສປປ ລາວ; ທ່ານ ຫລີ ບຸນຄ້ຳ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຣາຊະອາ ນາຈັກ ໄທ, ທ່ານ ສອນໄຊ ສີພັນດອນ ເຈົ້າແຂວງໆຈຳປາສັກ; ທ່ານ ດຣ. ສຸພັນ ແກ້ວ ມີໄຊເຈົ້າແຂວງໆສະຫວັນນະ ເຂດ; ທ່ານ ບົວ ເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ເຈົ້າໜ້າທີ່ສຳນັກ ງານພະຣາ ຊະວັງ; ພະນັກງານສະຖານທູດ; ກົງສູນໃຫຍ່ ລາວປະຈຳຂອນແກ່ນພ້ອມດ້ວຍຄົນໄທເຊື້ອສາຍລາວ; ແຂກທີ່ມີ ກຽດທັງ ພາກລັດ-ເອກະຊົນຂອງລາວ ແລະ ໄທ ເຂົ້າຮ່ວມຢ່າງຫລວງຫລາຍ.

      ໃນໂອກາດນີ້; ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ໃຫ້ ແກ່ສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ເພື່ອເປັນສິລິມຸງຄຸນໃນໂອກາດວັນປີໃໝ່ ພ.ສ 2557; ພ້ອມດຽວ ກັນເພື່ອເປັນກຽດໃນພິທີອັນສະ ຫງ່າລາສີນີ້; ພະນະທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີວ່າການ ກະຊວງການຕ່າງປະເທດກໍໄດ້ ກ່າວອວຍພອນໄຊອັນປະເສີດ ແດ່ສົມເດັດພະເທບຣັດຣາຊະສຸດາ ສະ ຫຍາມບໍຣົມມະຣາຊະກຸມາຣີ ແລະ ອວຍພອນໃຫ້ສາຍພົວພັນລະຫວ່າງສອງປະເທດລາວ-ໄທນັບມື້ດີຂຶ້ນເລື້ອຍໆໄປ ແລະ ໃນງານລ້ຽງອາຫານຄ່ຳ ທ່ານ ຫລີ ບຸນຄ້ຳ ເອກອັກຄະລັດຖະທູດ ໄດ້ກ່າວວ່າ: ອອຍ ພອນໄຊອັນປະເສີດແດ່ສົມເດັດພະເທບ ຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ຈົ່ງມີພະລານາໄມອັນເຂັ້ມແຂງ ແລະ ຊົງພະກະເສມສຳລານຍິ່ງຍືນນານ; ອວຍພອນແດ່ພະນະ ທ່ານ ດຣ. ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ວ່າການກະຊວງການຕ່າງປະ ເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ບັນດາແຂກຜູ້ມີ ກຽດຈົ່ງມີແຕ່ຄວາມສຸກກາຍສະບາຍໃຈ, ໂຊກດີມີໄຊຈະ ເລີນຮຸ່ງເຮືອງຕະຫລອດໄປ.
     ທ່ານເອກອັກຄະລັດຖະທູດ ຍັງກ່າວຕື່ມອີກວ່າ: “ ການສະເຫລີມສະຫລອງບຸນປີໃໝ່ໃນປີນີ້ ດຳເນີນໄປໃນບັນຍາກາ ດທີ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດມີຄວາມເບີກບານມ່ວນຊື່ນທີ່ເຫັນປະເທດຊາດຂອງຕົນສືບ ຕໍ່ພັດທະນາ ແລະ ມີຄວາມ ກ້າວໜ້າໄປຢ່າງຕໍ່ເນື່ອງ. ພ້ອມ ດຽວກັນກໍໄດ້ດຳເນີນໄປໃນທ່າມກາງບັນຍາກາດແຫ່ງການພົວ ພັນອັນດີງາມ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ-ໄທ ທີ່ກຳລັງເບັ່ງບານ ແລະ ເກີດ ດອກອອກຜົນຕົວຈິງຫລາຍຂຶ້ນ. ການພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ແລະ ປະ ຊາຊົນສອງຊາດລາວ ແລະ ໄທ ແມ່ນການພົວພັນທີ່ຕິດພັນກັບຮີດ ຄອງ ປະເພນີ ແລະ ວັດທະນະທຳອັນດີງາມທີ່ຄ້າຍຄືກັນທີ່ສຸດ, ຊຶ່ງຢູ່ໃນທ່ວງທ່າທີ່ຈະແຕກດອກອອກຜົນສືບຕໍ່ໄປ. ລັດຖະບານ ທັງສອງປະເທດມີມານະຈິດ ທາງດ້ານການເມືອງທີ່ສ້າງສັນຕໍ່ກັນອັນເປັນປັດໃຈສຳຄັນໃນ ການຊຸກຍູ້ສິ່ງທີ່ດີງາມໃນການ ພົວ ພັນຮ່ວມມື ແລະ ການແກ້ໄຂ ຂໍ້ຄົງຄ້າງຕ່າງໆນຳກັນ, ຊຶ່ງໄດ້ສະແດງອອກຈາກກົນໄກການ ຮ່ວມມືລາວ-ໄທ ໄດ້ປະຊຸມຮ່ວມ ກັນປົກກະຕິ, ຂົວມິດຕະພາບ ຂ້າມແມ່ນ້ຳຂອງແຫ່ງທີ 4 ລະຫວ່າງແຂວງບໍ່ແກ້ວຂອງລາວ ແລະ ຈັງຫວັດຊຽງລາຍຂອງ ໄທ ກໍໄດ້ສ້າງສຳເລັດ ແລະ ເປີດ ການນຳໃຊ້ຢ່າງເປັນທາງການ ໃນວັນທີ 11 ທັນວາ 2013 ທີ່ຜ່ານ ມາ. ລັດຖະບານສອງປະເທດ ຍັງໄດ້ຕົກລົງຈະສ້າງຂົວແຫ່ງທີ່ 5 ລະຫວ່າງແຂວງບໍລິຄຳໄຊ ແລະ ຈັງຫວັດບຶງການ, ລວມທັງ ແຜນການສ້າງຂົວລົດໄຟລະ ຫວ່າງນະຄອນຫລວງວຽງຈັນ ແລະ ຈັງຫວັດໜອງຄາຍໃນອະ ນາຄົດ; ຈຶ່ງເວົ້າໄດ້ວ່າການ ເຊື່ອມຈອດດັ່ງກ່າວລະຫວ່າງ ສອງ ປະເທດລາວ ແລະ ໄທ ໄດ້ປະກອບສ່ວນສຳຄັນເຂົ້າໃນ ການພັດທະນາເສດຖະກິດ, ການຄ້າ-ການລົງທຶນ ແລະ ການທ່ອງ ທ່ຽວກໍຄືການໄປມາຫາສູ່ຂອງປະຊາຊົນສອງຊາດລາວ-ໄທ, ເປັນທຶນຮອນອັນມະຫາສານຂອງສອງປະເທດເຊື່ອມຕໍ່ເຂົ້າ ກັບ ພາກພື້ນ, ທັງເປັນພື້ນຖານອັນແໜ້ນເອື້ອອຳນວຍທີ່ສຸດໃຫ້ ສອງປະເທດກ້າວເຂົ້າສູ່ປະຊາຄົມອາຊຽນດ້ວຍກັນໃນປີ 2015. ໃນໂອກາດອັນເປັນສິລິມຸງຄຸນຂໍອະນຸຍາດຜ່ານສົມເດັດຖວາຍ ພອນໄຊອັນປະເສີດແດ່ພະບາດ ສົມເດັດພະເຈົ້າມະຫາຊີວິດ ແລະ ພະລາຊີນີ ພ້ອມດ້ວຍພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະ ລານາໄມອັນເຂັ້ມແຂງ, ມີພະ ຊົນມາຍຸຍິ່ງຍືນນານ; ຂໍ ອວຍພອນໄຊອັນປະເສີດແດ່ພະນະ ທ່ານປະທານປະເທດແຫ່ງສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວພ້ອມດ້ວຍ ພັນລະຍາ ແລະ ຜູ້ນຳພັກ-ລັດ ຈົ່ງມີສຸຂະພາບພະລານາໄມເຂັ້ມແຂງປະ ສົບແຕ່ຄວາມສຸກຄວາມຈະເລີນຍິ່ງໆຂື້ນໄປ ແລະ ຂໍອວຍພອນໃຫ້ສາຍພົວພັນລາວ-ໄທຈົ່ງຈະເລີນງອກງາມຕະຫລອດໄປ”.
      ໃນໂອກາດການສະເຫລີມ ສະຫລອງບຸນປີໃໝ່ ພ.ສ 2557 ຢູ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທໃນເທື່ອນີ້ຍັງມີການສະແດງສິລະປະວັນນະຄະດີອັນມ່ວນຊື່ນອ້ອຍຊ້ອຍຈາກຄະນະສິລະປິນກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ, ຄະນະສິລະປະສະໂມສອນດ່ານ ຊ້າງ, ໝໍລຳຄູ່ຈາກແຂວງຈຳ ປາສັກ ແລະ ໝໍລຳ ຄູ່ຈາກຈັງ ຫວັດຂອນແກ່ນ ແລະ ມ່ວນຊື່ນ ລຳວົງສາມັກຄີທີ່ເຕັມໄປດ້ວຍ ບັນຍາກາດອັນດີງາມຕັ້ງແຕ່ຕົ້ນຕະຫລອດປາຍ.

No comments:

Post a Comment