Ad

Ad

18 April 2014

ທ່ານ​ນາຍົກລັດຖະມົນຕີ ທອງ​ສິງ ທຳ​ມະ​ວົງ ຢ້ຽມຢາມ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ໜອງ​ຄ້າງ​ຫົວພັນ



    ທ່ານ ທອງ​ສິງ ທຳ​ມະ​ວົງ ກຳ ມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ນາຍົກ ລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມ​ຄະນະ ​ໄດ້​ລົງ​ເຄື່ອນ​ໄຫວ​ຢ້ຽມຢາມ ​ແລະ ກວດ ກາ​ສະພາບ​ໂຄງການ​ກໍ່ສ້າງ​ສະ ໜາມ​ບິນ​ໜອງ​ຄ້າງ ​ເມືອງ​ຊຳ​ເໜືອ ​ແຂວງ​ຫົວພັນ ​ໃນ​ວັນ​ທີ 17 ​ເມສາ​ນີ້ ​ໂດຍ​ໄດ້​ຮັບ​ການ​ຕ້ອນ ຮັບ​ຢ່າງ​ອົບ​ອຸ່ນ​ຈາກ​ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ຫົວພັນ ພ້ອມ​ຄະນະ​ນຳ​ແຂວງ​ດັ່ງກ່າວ.
     ​ໃນ​ໂອກາດ​ນີ້, ທ່ານ​ນາຍົກ ລັດຖະມົນຕີ ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ຜົນ​ຄືບ​ໜ້າ​ຂອງ​ການ​ກໍ່ສ້າງ​ໂຄງການ​ໂດຍ​ຫຍໍ້​ຈາກ​​ເຈົ້າ​ແຂວງ​ຫົວພັນ​ວ່າ: ​ໂຄງການ​ນີ້​ເປັນ​ໂຄງການ​ໜຶ່ງ​ຂອງ​ລັດຖະ ບານ​ລາວ​ທີ່​ສ້າງ​ຂຶ້ນ​ເພື່ອ​ຮອງ​ຮັບ​ເຮືອບິນ​ສາຍພາຍ​ໃນ ​ແລະ ຕ່າງ ປະ​ເທດ​ໃນ​ອະນາຄົດ ພ້ອມ​ທັງ​ຊຸກຍູ້​ສົ່ງ​ເສີມ​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ ທ່ອງທ່ຽວ​ຂອງ​ແຂວງ​ຫົວພັນ ກໍ​ຄື​ຂອງ​ປະ​ເທດ ​ໂດຍ​ສະ​ເພາະ​ວຽກ​ງານ​ຂົນ​ສົ່ງ​ທາງ​ອາກາດ ແລະ ທັງ​ເປັນ​ການ​ຫັນ​ນະ​ໂຍ ບາຍ​ຂອງ ສປປ ລາວ ທີ່​ບໍ່​ມີ​ຊາຍ​
ແດນ​ຕິດ​ກັບ​ທະ​ເລ​ມາ​ເປັນ​ບໍລິ ການ​ທາງ​ຜ່ານ ​ແລະ ຄວາມ​ມຸ່ງ​ໝັ້ນສ້າງ​ປະ​ເທດ​ໃຫ້​ຫລຸດ​ພົ້ນ ອອກ​ຈາກ​ສະພາບ​ດ້ອຍ​ພັດທະ ນາ​ໃນ​ປີ 2020. ພ້ອມ​ນັ້ນ ຍັງ​ໄດ້​ຮັບ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ໜອງ​ຄ້າງ​ຈາກ​ຄະນະ​ຮັບຜິດ ຊອບ​ໂຄງການ​ດັ່ງກ່າວ​ຂອງ​ບໍລິ  ສັດ​ພັດທະນາ​ກະສິກຳ​ຮວ່າງ​ແອ​ງອັດ​ຕະປືຈຳກັດ​ໃນ​ຖານະ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ​ວ່າ: ​ໂຄງການ​ນີ້​ໄດ້​ລົງມື​ກໍ່ສ້າງ​ແຕ່​ວັນ​ທີ 15 ມິຖຸ ນາ 2013 ​ເປັນຕົ້ນມາ ​ໂດຍ​ມີໜ້າ​ວຽກ​ທັງ​ໝົດ ຄື​ສ້າງ​ທາງ​ຂຶ້ນ ແລະ ລົງ​ຂອງ​ເຮືອ​ລິນ ຂະໜາດ 2.488 x 30 ​ແມັດ, ທາງ​ແວ່, ລານ​ຈອດ, ອາຄານ​ຜູ້​ໂດຍສານ​ສອງ​ຊັ້ນ, ສະຖານີ​ອຸຕຸນິຍົມ, ວິ ທະຍຸ​ຊ່ວຍ​ການບິນ, ລະບົບ​ນ້ຳ ​ແລະ ​ໄຟຟ້າ, ຮົ້ວອ້ອມ​ສະໜາມ​ບິນ ​ແລະ ອື່ນໆ ລວມມູນ​ຄ່າ​ກໍ່ ສ້າງ​ທັງ​ໝົດ 74 ລ້ານ​ໂດ​ລາ​ສະ ຫະລັດ ​ເຊິ່ງມາ​ຮອດ​ປັດຈຸບັນ ໂຄງການ​ດັ່ງກ່າວ​ໄດ້​ສ້າງ​ສຳ​ເລັດ​ໄປ​ແລ້ວ 10% ​ແລະ ພວມ​ເລັ່ງມື​ກໍ່ສ້າງ​ຢ່າງ​ເຄັ່ງຮ້ອນ ​ໂດຍ​ສະ​ເພາະ​ການ​ຖົມ​ໜ້າດິນ ​ເຊິ່ງດຳ​ເນີນ​ໄປ​ຕາມ​ມາດຕະຖານ​ຂອງ​ກົມ​ການບິນ​ພົນລະ​ເຮືອນ ​ແລະ ສາກົນ​ວາງ​ອອກ, ຄາດ​ວ່າ​ຈະ​ໃຫ້​ສຳ​ເລັດ ​ແລະ ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 25 ມິຖຸ ນາ 2015. ຖ້າ​ຫາກ​ໂຄງການ​ນີ້ສຳ​ເລັດ​ຕາມ​ແຜນການ ຈະ​ສາ ມາດ​ຮອງ​ຮັບ​ເຮືອບິນ​ຂະໜາດ 70-100 ບ່ອນ​ນັ່ງ​ເຊັ່ນ: ATR72, Fokker70 ຫລື ທຽບ​ເທົ່າ.
    ​ໃນ​ໂອກາດ​ດຽວ​ກັນນີ້, ທ່ານ​ນາຍົກລັດຖະມົນຕີ ທອງສິງ ທຳ​ມະ​ວົງ ​ໄດ້​ເນັ້ນ​ໃຫ້​ບໍລິສັດ​ພັດທະ ນາ​ກະສິກຳ​ຮວ່າງ​ແອ​ງອັດ​ຕະປື ຈົ່ງ​ເອົາ​ໃຈ​ໃສ່​ໃນ​ການ​ກໍ່ສ້າງ​ໜ້າ​ວຽກຂອງ​ສະໜາມ​ບິນ​ແຫ່ງ​ນີ້​ໃຫ້​ໄດ້​ມາດຕະຖານ​ຂອງ​ກົມ​ການ​ບິນ​ພົນລະ​ເຮືອນ​ວາງ​ອອກ (MOS2009) ​ແລະ ມາດຖານ​ສາ ກົນ (ICAO) ທັງ​ນີ້ກໍ​ເພື່ອ​ຮັບປະ ກັນ​ໃຫ້ການ​ນຳ​ໃຊ້​ມີ​ຄວາມ​ປອດ​ໄພ ​ແລະ ໝັ້ນຄົງ​ຍາວ​ນານ.

No comments:

Post a Comment