Ad

Ad

18 April 2014

ສວນສາທາລະນະ​ມິດຕະພາບ ລາວ-ຫວຽດນາມ



     ​ເມື່ອ​ມໍ່ໆ​ມານີ້, ​ແຂວງ​ຫົວພັນ ​ໄດ້​ຈັດ​ພິທີ​ມອບ-ຮັບ ​ແລະ ​ເປີດ​ການ​ນຳ​ໃຊ້​ສວນສາທາລະນະ​ມິດຕະພາບ ຫົວພັນ-ກວາງ ນິ​ງ ສສ ຫວຽດນາມ ຢູ່​ທີ່​ເທສະ​ບານ​ເມືອງ​ຊຳ​ເໜືອ ດ້ວຍ​ການ​ລົງທຶນ​ຫລາຍ​ກວ່າ 34 ຕື້ກີບ, ​ໃນ​ນັ້ນມີ​ທຶນ​ຊ່ວຍ​ເຫລືອ​ລ້າ​ຈາກ​ແຂວງ​ກວາງ​ນິງຫລາຍ​ກວ່າ 5,74 ຕື້ກີບ ​ໂດຍ​ແມ່ນ​ບໍລິສັດ​ຈິດ​ຈະ​ເລີ​ນ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ, ເຂົ້າຮ່ວມ​ເປັນ​ກຽດ​ໃນ​ພິທີ​ດັ່ງ ກ່າວ​ມີ​ທ່ານ ​ພັນຄຳ ວິພາ​ວັນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກ ສາ​ທິການ ​ແລະ ກິລາ, ທ່ານ ຄຳ​ຮຸ່ງ ​ເຮືອງ​ວົງ​ສີ ກຳມະການ​ສູນ​ກາງ​ພັກ, ​ເລຂາ​ພັກ​ແຂວງ, ​ເຈົ້າ​ແຂວງ​ຫົວພັນ, ທ່ານ ຫງວຽນ​ດຶກ​ລອງ ຮອງ​ເລຂາ​ພັກ​ແຂວງ, ປະທານ​ຄະນະ​ກຳມະການ​ປົກຄອງ​ປະຊາຊົນ​ແຂວງ​ກວາງ​ນິງ ແລະ ມວນ​ຊົນ​ຊາວ​ເມືອງ​ຊຳ​ເໜືອ​ກໍ​ໄດ້​ເຂົ້າຮ່ວມ​ເປັນ​ຈຳນວນ​ຫລາຍ.

     ສວນສາທາລະນະ​ດັ່ງກ່າວ​ມີ​ເນື້ອທີ່​ກວ້າງ 46.000 ຕາ​ແມັດ, ສ້າງ​ກຳ​ແພງ​ຫີນ​ໃຫຍ່​ທີ່​ສ່ອງ​ແສງ​ໃຫ້​ເຫັນ​ການ​ດຳລົງ​ຊີວິດ ແລະ ວັດທະນະທຳ​ຂອງ 9 ຊົນ​ເຜົ່າ​ແຂວງ​ຫົວພັນ​ທີ່​ຜ່ານ​ມາ​ຫລາຍ​ສະ​ໄໝ, ສ້າງ​ມີ​ຫ້ວຍ ​ແລະ ນ້ຳຕົກທຽມ ​ແລະ ນ້ຳພຸ, ເຂດ​ເຝິກ​ແອບ​ກຳລັງ​ກາຍ, ​ເດີ່ນ​ຈອດ​ລົດ​ມີ​ເນື້ອທີ່​ກວ້າງ​ປະມານ 1.000 ຕາ​ແມັດ, ມີຮ້ານ​ຄ້າຂາຍ​ເຄື່ອງ​ທີ່​ລະນຶກ ​ແລະ ກິນ​ດື່ມ 3 ຫລັງ ປະກອບ​ຕັ່ງຫີນ 140 ຕັ່ງ, ລະບົບ​ໄຟ​ແສງ​ສະຫວ່າງ ​ແລະ ເຂດ​ປູກ​ຫຍ້າ​ກວ້າງ​ກວ່າ 21.700 ຕາ​ແມັດ ທີ່​ເປັນ​ສັນຍາ​ລັກ​ໜຶ່ງ​ແຫ່ງ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອຄວາມ​ສາມັກຄີ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ, ລັດຖະບານ ​ແລະ ປະຊາຊົນ​ສອງ​ຊາດ ລາວ-ຫວຽດນາມ ທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວນັ້ນ ນັບ​ມື້​ແຕກ​ດອກ​ອອກ​ຜົນ​ງອກ​ງາມ​ຍິ່ງໆ​ຂຶ້ນ.

No comments:

Post a Comment