Ad

Ad

18 April 2014

7 ວັນໄລຍະສະຫລອງປີໃໝ່ທົ່ວປະເທດມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 300 ກໍລະນີສົ່ງຜົນໃຫ້ມີຜູ້ເສຍຊີວິດ 37 ຄົນ



ຂອບໃຈພາບຈາກຫນ່ວຍກູ້ໄພນະຄອນຫລວງ
      ເຈົ້າໜ້າທີ່ກົມຕຳຫລວດຈະ ລາຈອນໃຫ້ຮູ້ວ່າ: ພຽງ 7 ວັນ ຊ່ວງສະຫລອງ ປີໃໝ່ລາວຄື: ວັນທີ 11 ຫາ 16 ເມສານີ້ ທົ່ວ ປະເທດມີອຸປະຕິເຫດເກີດຂຶ້ນ 303 ກໍລະນີ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 37 ຄົນ ທຽບໃສ່ປີຜ່ານມາ ຈຳ ນວນອຸປະຕິເຫດ ເພີ່ມຂຶ້ນກວ່າ 80 ກໍລະນີ ແລະ ຜູ້ເສຍຊີວິດເພີ່ມຂຶ້ນກວ່າ 10 ຄົນ, ຊຶ່ງສາເຫດ ສ່ວນໃຫຍ່ແມ່ນຍ້ອນຜູ້ຂັບຂີ່ດື່ມສິ່ງມຶ້ນເມົາ, ຂີ່ລົດ ໄວ ແລະ ລະເມີດລະບຽບ ຈະລາຈອນ.
   ເຈົ້າໜ້າທີ່ຕຳຫລວດກ່າວວ່າ: ການສະເຫລີມສະຫລອງປີໃໝ່ປີນີ້ເຫັນວ່າຍັງ ມີສະພາບອຸປະຕິເຫດເກີດຂຶ້ນຫລາຍ, ໂດຍສະເພາະໃນໄລຍະ 3 ວັນຄື: ວັນທີ 14 ຫາ 16 ເມສານີ້ ເນື່ອງຈາກ ສັງຄົມໄດ້ເລີ່ມ ສະຫລອງມີການຈັດງານສ້າງສັນ ແລະ ດື່ມສິ່ງ ມຶນເມົາຫລາຍຂຶ້ນ, ເຖິງແມ່ນວ່າ ກ່ອນການສະເຫລີມສະຫລອງ ທາງເຈົ້າໜ້າ
ທີ່ໄດ້ອອກແຈ້ງ ການໃຫ້ມີການຫລີ້ນບຸນປີໃໝ່ ຢ່າງມີສະຕິເພື່ອປ້ອງກັນອຸປະຕິ ເຫດ ແລະ ປາກົດການຫຍໍ້ທໍ້ ອື່ນໆແຕ່ສ່ວນ ໜຶ່ງຍັງເຫັນວ່າມີ ການລະເມີດຂໍ້ຫ້າມຕ່າງໆເຊັ່ນ: ການຫົດນ້ຳແຄມທາງ, ການ ຫ່າຍຖົງນ້ຳດຶກແກວ່ງໃສ່ກັນ ແລະ ການດື່ມສິ່ງ ມືນເມົາແລ້ວ ຂັບລົດຊຶ່ງເປັນສາເຫດພາໃຫ້ ເກີດ ອຸປະຕິເຫດຕາມທ້ອງຖະ ໜົນເພີ່ມຂຶ້ນຫລາຍເມື່ອທຽບໃສ່ໄລຍະດຽວກັນ ຂອງປີຜ່ານມາ.
      ເຈົ້າໜ້າທີ່ ປກສ ນະຄອນ ຫລວງວຽງຈັນໃຫ້ຮູ້ວ່າ: ຢູ່ນະ ຄອນຫລວງວຽງຈັນນັບແຕ່ວັນທີ 14-16 ເມສານີ້ມີປາກົດການ ຫຍໍ້ທໍ້ເກີດຂຶ້ນກວ່າ 10 ເລື່ອງ, ພົ້ນເດັ່ນແມ່ນລັກຊັບພົນລະ ເມືອງ, ອາລະວາດຕີກັນ ແລະ ອື່ນໆ, ຂະນະດຽວກັນກໍມີອຸປະ ຕິ ເຫດເກີດຂຶ້ນ 32 ເລື່ອງສົ່ງຜົນ ໃຫ້ມີຜູ້ເສຍຊີວິດ 6 ຄົນທຽບໃສ່ ປີຜ່ານມາຈຳນວນຜູ້ເສຍຊີວິດ ເພີ່ມຂຶ້ນ 2 ຄົນ, ນອກຈາກນີ້ ຍັງພົບເຫັນການຝ່າຝືນຂໍ້ຫ້າມຕ່າງໆຂອງເຈົ້າໜ້າທີ່ເປັນຕົ້ນແມ່ນ ການຫ່າຍນ້ຳໃສ່ຖົງຢາງແລ້ວ ດຶກແກ່ວງໃສ່ກັນຊຶ່ງພາໃຫ້ເກີດ ອຸປະຕິເຫດ ແລະ ແວ່ນລົດແຕກ ມີ 4 ກໍລະນີ, ມີການໃຊ້ໂຕໂຢຫົດ ນ້ຳຕາມແຄມທາງ ແລະ ໃຊ້ຖັງ ນ້ຳຂຶ້ນເທິງລົດ ຊື່ງທາງ ເຈົ້າໜ້າ ທີ່ໄດ້ກວດພົບ ແລະ ຍຶດໄດ້ຈຳ ນວນໜຶ່ງ, ນອກຈາກນີ້ຍັງພົບ ເຫັນແມ່ຍິງຊາວໜຸ່ມຈຳນວນ ໜຶ່ງຍັງແຕ່ງໂຕນຸ່ງໂປ້ ເປືອຍເຂົ້າຫົດນ້ຳສົງພະ ຊຶ່ງຜິດກັບລະບຽບ ແລະ ປະເພນີ ລວມທັງການ ຫລິ້ນກິນສ້າງສັນແລ້ວມີການກໍ່ອາລະວາດຕີກັນ ຊຶ່ງເກີດຂຶ້ນ 2 ກໍລະນີຊຶ່ງເຈົ້າໜ້າທີ່ໄດ້ຈັບຕົວ ມາດຳເນີນຄະດີ 9 ຄົນ, ສະນັ້ນ ຈຶ່ງຮຽກຮ້ອງສັງຄົມ ໄດ້ມີສະຕິ ແລະ ປະຕິບັດ ລະບຽບໃຫ້ເຂັ້ມງວດຂຶ້ນເພື່ອເຮັດໃຫ້ປະເພນີອັນດີງາມໄດ້ຮັກສາໄວ້ໃຫ້ຍືນຍົງຢູ່ຄຽງຄູ່ຊາດລາວຕະຫຼອດໄປ.

No comments:

Post a Comment